ວັນທີ 26 ກັນຍານີ້, ຢູ່ຖະໜົນການຄ້າຢົງພິງເຂດໃໝ່ທາງຕາເວັນອອກເມືອງເຈີ້ງໂຈ່ວແຂວງເຮີນານ ໄດ້ເກີດມີຕະຫຼາດຂາຍຜັກລະດັບ 5 ດາວທີ່ກວມເອົາເນື້ອທີ່ 4000 ຕາແມັດ ແລະມີມູນຄ່າການລົງທຶນເຖິງ 8 ລ້ານຢວນ. ຕະຫຼາດດັ່ງກ່າວໄດ້ປະດັບຕົກແຕ່ງເໝືອນດັ່ງຫ້ອງອາຫານຫຼູຫຼາ ຊຶ່ງຜູ້ບໍລິໂພກທີ່ໄປຊື້ຜັກຕ້ອງຂຶ້ນລິບ. ນອກຈາກນີ້, ຕະຫຼາດດັ່ງກ່າວຍັງມີບ່ອນຈອດລົດໂດຍບໍ່ເສຍຄ່າ, ບ່ອນກວດກາຄຸນນະພາບ, ຫ້ອງດື່ມນ້ຳ, ຫ້ອງພັກຜ່ອນແລະອື່ນໆ, ພິເສດໄປກວ່ານັ້ນ ໃນຂະນະເລາະຊື້ຜັກ, ບັນດາລູກຄ້າຍັງໄດ້ຟັງດົນຕີຄ່ອຍໆແລະມ່ວນໆໄປພ້ອມ.