ເຮືອນ້ອຍອິດທິລິດ ໄດ້​ຄອງ​ຂັນ​ຊະ​ນະ​ເລີດໃນການແຂ່ງຂັນເຮືອຊ່ວງປະຈໍາປີ 2017
2017-10-07 15:02:28  cri 


ສໍາລັບການແຂ່ງຂັນເຮືອຊ່ວງປີນີ້, ປະກອບມີເຮືອປະເພນີຊາຍ 9 ລໍາ, ເຮືອປະເພນີຍິງ 5 ລໍາ, ເຮືອສູດຊາຍ 5 ລໍາ ແລະ ເຮືອ 12 ສີພາຍ 15 ລໍາເຂົ້າຮ່ວມແຂ່ງຂັນ. ຜົນການແຂ່ງຂັນເຮືອປະເພນີຊາຍ 55 ສີພາຍ ທີ່ໄດ້ຄອງ​ຊະ​ນະ​ເລີດປີນີ້, ໄດ້ແກ່ເຮືອນ້ອຍອິດທິລິດ ແລະ ໄດ້ຮັບເງິນລາງວັນມູນຄ່າ 20 ລ້ານກີບ, ພ້ອມຂັນລາງວັນເງິນສົດໜັກ 1 ກິໂລ, ແລະ ຍັງໄດ້ຂັນໝູນວຽນໄປຄອງເປັນປີທີ 2, ທີສອງເຮືອພັນທະມິດກໍ່ສ້າງ ໄດ້ຮັບເງິນສົດ 15 ລ້ານກີບ ພ້ອມຂັນລາງວັນເງິນສົດໜັກ 0,7 ກິໂລ. ທີສາມເຮືອພອນພະແກ້ວໄດ້ຮັບເງິນລາງວັນ 10 ລ້ານກີບ ແລະ ຂັນລາງວັນເງິນສົດໜັກ 0,5 ກິໂລ ແລະ ທີສີ່ໄດ້ແກ່ເຮືອລາວໂຕໂຍຕ້າ ໄດ້ຮັບເງິນລາງວັນ 6 ລ້ານກີບ.
1  2  3  4  5  6  7  8  9  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ