ເຮືອນ້ອຍອິດທິລິດ ໄດ້​ຄອງ​ຂັນ​ຊະ​ນະ​ເລີດໃນການແຂ່ງຂັນເຮືອຊ່ວງປະຈໍາປີ 2017
2017-10-07 15:02:28  cri 


ຂະນະທີ່ເຮືອປະເພນີຍິງຊະນະເລີດໄດ້ແກ່ເຮືອແສນດິນ ໄດ້ຮັບເງິນລາງວັນມູນຄ່າ 20 ລ້ານກີບ, ພ້ອມຂັນລາງວັນເງິນສົດໜັກ 1 ກິໂລ, ແລະ ທີສອງເຮືອລາວໂຕໂຍຕ້າ ໄດ້ຮັບເງິນສົດ 15 ລ້ານກີບ ພ້ອມຂັນລາງວັນເງິນສົດໜັກ 0,7 ກິໂລ. ທີສາມເຮືອຊາວໜຸ່ມເມືອງໄຊທານີ ໄດ້ຮັບເງິນລາງວັນ 10 ລ້ານກີບ ແລະ ຂັນລາງວັນເງິນສົດໜັກ 0,5 ກິໂລ ແລະ ທີສີ່ໄດ້ແກ່ເຮືອຫົງແມ່ຍ່າ ໄດ້ຮັບເງິນລາງວັນ 6 ລ້ານກີບ. ສ່ວນເຮືອສູດຊາຍ ຊະນະເລີດໄດ້ແກ່ເຮືອນາວາສັກສິດ ໄດ້ຮັບເງິນລາງວັນມູນຄ່າ 15 ລ້ານກີບ, ພ້ອມຂັນລາງວັນເງິນສົດໜັກ 1 ກິໂລ, ທີສອງເຮືອທ່າພະ ໄດ້ຮັບເງິນສົດ 10 ລ້ານກີບ ພ້ອມຂັນລາງວັນເງິນສົດໜັກ 0,7 ກິໂລ. ທີສາມເຮືອນະຄອນຫຼວງອຸດສາຫະກໍາເຫຼັກຈຳກັດ ໄດ້ຮັບເງິນລາງວັນ 5 ລ້ານກີບ ແລະ ຂັນລາງວັນເງິນສົດໜັກ 0,5 ກິໂລ ແລະ ທີສີ່ໄດ້ແກ່ເຮືອເຈົ້າແມ່ປະກາສິດ ໄດ້ຮັບເງິນລາງວັນ 4 ລ້ານກີບ ແລະ ເຮືອ 12 ສີພາຍຊະນະເລີດໄດ້ແກ່ເຮືອເທບພິຊິດໄຊ ໄດ້ຮັບເງິນລາງວັນມູນຄ່າ 10 ລ້ານກີບ, ພ້ອມຂັນລາງວັນເງິນສົດໜັກ 1 ກິໂລ, ທີສອງເຮືອເທບອໍາມະລິນ ໄດ້ຮັບເງິນສົດ 8 ລ້ານກີບ ພ້ອມຂັນລາງວັນເງິນສົດໜັກ 0,7 ກິໂລ. ທີສາມເຮືອລໍາມໍເຕີ ໄດ້ຮັບເງິນລາງວັນ 6 ລ້ານກີບ ແລະ ຂັນລາງວັນເງິນສົດໜັກ 0,5 ກິໂລ ແລະ ທີສີ່ໄດ້ແກ່ເຮືອຫາຍໂສກ ໄດ້ຮັບເງິນລາງວັນ 4 ລ້ານກີບ. ນອກນັ້ນຍັງມີລາງວັນເຮືອງາມ ແລະລາງວັນເຮືອໄຟງາມນຳອີກ.
1  2  3  4  5  6  7  8  9  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ