ເພື່ອໂຄສະນາເຜີຍແຜ່ວັດທະນະທໍາ ແລະ ແຫຼ່ງທ່ອງທ່ຽວ ທີ່ເປັນເອກະລັກພິເສດລຽບຕາມແລວທາງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. ຂະບວນລົດ " ການເດີນທາງແຫ່ງວັດທະນະທໍາແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ" ເຊິ່ງຈັດໂດຍກະຊວງ ວັດທະນະທໍາ ສປ ຈີນ ແລະ ອົງການທ່ອງທ່ຽວແຫ່ງ ລາຊະອານາຈັກໄທ ໂດຍຮ່ວມມືກັບບັນດາປະເທດທີ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ປະສານສົມທົບກັບງານສິລະປະອາຊີ ຄັ້ງທີ 15 ທີ່ເມືອງນິງປໍ ແຂວງເຈີຈ່ຽງ ສປ ຈີນ ໄດ້ເດີນທາງເຖິງ ສປປ ລາວ ໃນວັນທີ 22 ຕຸລານີ້ ໂດຍໄດ້ຮັບການຕ້ອນຮັບຈາກໂດຍສູນວັດທະນະທໍາຈີນປະຈໍາລາວ ທີ່ນະຄອນຫຼວງວຽງຈັນ ເຊິ່ງມີທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ຖວທ, ແລະ ທ່ານ ຫວາງ ເຫວີນທ່ຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ແລະ ບັນດາສື່ມວນຊົນເຂົ້າຮ່ວມຕ້ອນຮັບຂະບວນດ້ວຍ.