ຂະບວນລົດ​ການ​ເດີນ​ທາງ​ແຫ່ງວັດທະນະທໍາແມ່ນ້ຳລ້ານຊ້າງແມ່ນໍ້າຂອງເດີນທາງເຖິງ ສປປ ລາວ
2017-10-23 18:59:09  cri 


ທ່ານນາງ ຕິ່ງຊິ່ງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ກ່າວວ່າ: ກິດຈະກໍາຄັ້ງນີ້,ຈັດຂຶ້ນເພື່ອໂຄສະນາວັດທະນະທໍາ ແລະ ການທ່ອງທ່ຽວ ​ທັງເປັນການແລກປ່ຽນວັດທະນະທໍາ ແລະ ແຫຼ່ງທ່ອງທ່ຽວພິເສດຂອງແຕ່ລະຈຸດທີ່ລຽບຕາມແລວທາງດັ່ງກ່າວ ພ້ອມທັງໄດ້ມີການໂຄສະນາໄປທົ່ວໂລກທາງອິນເຕີເນັດ ແລະ ສື່ໃໝ່ຕ່າງໆ. ນອກຈາກຈະເຮັດໃຫ້ປະຊາຊົນທົ່ວໂລກມີຄວາມເຂົ້າໃຈຕໍ່ບັນດາປະເທດ ທີ່ລຽບຕາມແລວທາງແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງຫຼາຍຂຶ້ນແລ້ວ, ຍັງຈະຊ່ວຍປະຊາຊົນຂອງບັນ​ດາປະເທດທີ່ຢູ່ລຽບຕາມແລວທາງມີການເຊື່ອມສານຈິດໃຈນັບມື້ນັບແໜ້ນແຟ້ນຂຶ້ນ ແລະ ໄດ້ເຊື່ອມຕໍ່ຕົວເມືອງທີ່ສວຍງາມຕ່າງໆ ເໝືອນດັ່ງໄຂ່ມຸກທີ່ເຫຼື້ອມແວວ​ລາວ ເຮັດໃຫ້ " ໜຶ່ງເສັ້ນທາງ ໜຶ່ງແລວທາງ " ມີສີສັນ​ໃສເຫຼື້ອມ ແລະ ມີຄວາມເຂົ້າໃຈຕໍ່ບັນດາປະເທດກໍ່ຄືປະຊາຊົນໃນເຂດແຄ້ວນດັ່ງກ່າວ. ຂະບວນລົດດັ່ງກ່າວ, ໄດ້ເດີນທາງອອກຈາກເມືອງໜິງປໍ ແຂວງເຈີຈຽງ ສປ ຈີນ ແຕ່ວັນທີ 24 ກັນຍາ 2017 ແລະ ເດີນທາງຜ່ານຕົວເມືອງຕ່າງໆ ທີ່ສໍາຄັນຂອງເສັ້ນທາງສາຍໄໝທາງທະເລ ທີ່ຢູ່ 5 ແຂວງຂອງ ສປ ຈີນ ຄື: ແຂວງເຈີຈຽງ, ແຂວງຝູຈ້ຽນ, ແຂວງກວາງຕຸ້ງ, ກວາງຊີ ແລະ ແຂວງຢຸນໜານ ແລະ ໄດ້ເດີນທາງມາປະເທດລາວ, ໄທ, ກໍາປູເຈຍ ແລະ ກັບຄືນສູ່ ສປ ຈີນ ເຊິ່ງມີໄລຍະທາງ 10.000 ກວ່າກິໂລແມັດ ໂດຍມີບຸກຄົນໃນວົງການສື່ມວນຊົນ ແລະ ວັດທະນະທໍາເຂົ້າຮ່ວມຂະບວນ​ລົດຄັ້ງນີ້.
1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ