ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຊຸ​ດ​ໃໝ່​ພົບ​ປະ​ນັກ​ຂ່າວ​ຈີນແລະ​ຕ່າງ​ປະ​ເທດ,ທ່ານ​ສີ​ຈີນ​ຜີງ​ກ່າວປາ​ໄສ
2017-10-25 17:25:53  cri 

ຕາມ​ຂ່າວCRI: ວັນ​ທີ 25 ຕຸລາ​ນີ້, ພາຍຫຼັງ​ໄດ້​ຮັບເລືອກ​ຕັ້ງ​ເປັນ​ເລຂາ​ທິການ​ໃຫຍ່ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ອີກ​ວາລະ​ໜຶ່ງ, ທ່ານ​ສີ​ຈິ້ນ​ຜິງ ພ້ອມດ້ວຍບັນດາກຳມະການ​​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດຈີນ​ຊຸດໃໝ່ ຄື: ທ່ານ​ຫຼີ​ເຄິ້ສຽງ, ທ່ານ​ລີ້​ຈ້າ​ນຊູ່, ທ່ານ​ວ່າງ​ຢາງ, ທ່ານ​ວາງ​ຮູ້ນີງ, ທ່ານ​ຈ້າວ​ເລີ້​ຈີ້ ​ແລະ​ທ່ານ​ຮັນ​ເຈິ້ງ​ໄດ້ຮ່ວມ​ກັນ​ພົບປະ​ກັບນັກ​ຂ່າວ​ຈີນ ​ແລະ​ຕ່າງປະ​ເທດທີ່​ເອົາ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຢູ່ຫໍ​ສະ​ພາ​ປະ​ຊາ​ຊົນ. ​ໃນ​​ໂອກາດ​ດັ່ງກ່າວ ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຈີນ​ໄດ້​ກ່າວ​ປາ​ໄສ​ໂດ​ຍມີ​ເນື້ອ​ໃນ​ລະອຽດ​ດັ່ງ​ລຸ່ມນີ້:


ສະບາຍດີ! ບັນດາ​ທ່ານ​ຍິງ, ທ່ານ​ຊາຍ, ສະຫາຍ, ​ເພື່ອ​ນມິດ​ທັງຫຼາຍ:


ມື້​ວານ​ນີ້, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວປະ​ເທດພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 19 ​ໄດ້​ອັດລົງ​ດ້ວຍ​ຜົນສຳ​ເລັດ​ຢ່າງ​ຈັບ​ງາມ ​ເຊິ່ງມີ​ນັກ​ຂ່າວຢ່າງ​ຫຼວງຫຼາຍ​ທີ່​ເດີນທາງ​ມາ​ຈາກ​ທົ່ວ​ສາລະ​ທິດ​ເຂົ້າຮ່ວມ​ກອງ​ປະຊຸມ ​ແລະ​ໄດ້​ລາຍ​ງານ​ກອງ​ປະຊຸມ​ດັ່ງກ່າວ ​ເຊິ່ງສາມາດດຶງ​ດູດ​​ຄວາມ​ເອົາ​ໃຈ​ໃສ່​ຈາກ​ຫຼາຍ​ປະ​ເທດ​ທົ່ວ​ໂລກ. ​ພວກທ່ານ​ລຳບາກ​ແລ້ວ, ຂ້າ​ພະ​ເຈົ້າສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ຕໍ່​ພວກ​ທ່ານ!


ນັບ​ແຕ່​ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ທົ່ວປະ​ເທດ​ພັກ​ກອມ​ມູນິດ​ຈີນ​​ໄຂ​ຂຶ້ນ​ຢ່າງ​ເປັນທາງ​ການ​ເປັນ​ຕົ້ນ​ມາ, ມີ 452 ພັກຂອງ 165 ປະ​ເທ​ດໄດ້​​ສົ່ງໂທລະ​ເລກ ຫຼື ສານ​ຊົມ​ເຊີຍ​ 855 ສະບັບ. ​ໃນນີ້ 814 ສະບັບ​ສົ່ງ​ໂດຍ​ປະມຸກ​ລັດບັນດາ​ປະ​ເທດ, ຫົວໜ້າລັດຖະບານ, ພັກ​ການ​ເມືອງ ​ແລະຜູ້ນຳ​ອົງການ​ຈັດ​ຕັ້ງ​ສຳຄັນ. ຂ້າພະ​ເຈົ້າຂໍ​ຕາງໜ້າ​ພັກ​ກອມ​ມູນິດ​ຈີນ​ສະ​ແດງ​ຄວາມຂອບ​ໃຈ​ຢ່າງ​ຈິງ​​ໃຈ.


ໃນ​ກອ​ງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງປະ​ຖົມ​ມະ​ເລີດຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ທີ່​ຈັດ​ຂຶ້ນ​ບໍ່​ທໍ່​ໃດ​ຊົ່ວ​ໂມງ​ມານີ້ ໄດ້​ເລືອກ​ຕັ້ງການ​ນຳ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີ​ນ​ຊຸດ​ໃໝ່ ໂດ​ຍ​ໄດ້​ເລືອກ​ຕັ້ງ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູງ​ການ​ພັກ​ກອມ​ມູ​ນິດ​ຈີນ ເຊິ່ງນອກ​ຈາກ​ເປັນ​ຄວາມ​ເຊື່ອ​ໝັ້ນ​ຂ້າ​ພະ​ເຈົ້າ​ແລ້ວ ​ຍິ່ງຈະ​ເປັນ​ການສົ່ງ​ເສີມ​ແລະກະ​ຕຸ້ນຂ້າ​ພະ​ເຈົ້າ​ຕື່ມ​ອີກ.


ຕໍ່​ໜ້າ, ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ກຳ​ມະ​ການ​ປະ​​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ອີກ 6 ທ່ານ ຄື ທ່ານ​ຫຼີ​ເຄີ້​ສຽງ, ທ່ານ​ລີ້​ຈ້ານ​ຊູ່, ທ່ານ​ວ່າງ​ຢາງ, ທ່ານ​ວາງ​ຮູ້​ນິງ, ທ່ານ​ຈ້າວເລີ້​ຈີ້ ແລະ ທ່ານ​ຮັນ​ເຈີ້ງ. ໃນນີ້, ທ່ານ​ຫຼີ​ເຄີ້​ສຽງ​ແມ່ນ​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 18 ແລະ ອີກ 5 ທ່ານ​ແມ່ນ​ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 18, ບັນ​ດາ​ທ່ານ​ສາ​ມາ​ດຮູ້​ຂໍ້​ມູນ​​ຂອງ​ບັນ​ດາສະ​ຫາຍ​ດັ່ງ​ກ່າວ​​ໄດ້ທາງ​ສື່. ນະ​ທີ່​ນີ້, ​ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າການ​ນຳ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຊຸດໃໝ່ ​ສະ​ແດງ​ຄວາມຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ບັນ​ດາ​ສະ​ຫາຍ​ທົ່ວ​ພັກ​ທີ່​ໄດ້​ໃຫ້​ຄວາມ​ເຊື່ອ​ໝັ້ນພວກ​ຂ້າ​ພະ​ເຈົ້າ. ພວກ​ຂ້າ​ພະ​ເຈົ້າ​ຈະ​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ຢ່າງ​ຕັ້ງ​ໜ້າ, ພະ​ຍາ​ຍາມ​ເຮັດ​ວຽກ​ໃຫ້​ດີ, ຈະ​ບໍ່​ປະ​ລະ​ພາ​ລະ​ກຳ​ປະ​ຫວັດ​ສາດ ແລະ ຈະ​ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ.


ໃນ 5 ປີຜ່ານມາ, ພວກ​ເຮົາ​ໄດ້​ເຮັດ​ວຽກ​ຕ່າງໆ​ນານາ ​ເຊິ່ງບາງ​ວຽກ​ໄດ້​ເຮັດ​ສຳ​ເລັດ​ແລ້ວ, ​ແຕ່​ບາງ​ວຽກ​ຍັງ​ຕ້ອງ​ສືບ​ຕໍ່​ດຳ​ເນີນຕໍ່​ໄປ. ຂະນະ​ທີ່​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ຄັ້ງທີ 19 ກໍ​ໄດ້​ກຳນົດ​ເປົ້າໝາຍ​ໃໝ່​ແລະ​ໜ້າ​ທີ່​ໃໝ່​ອີກ, ພວກ​ເຮົາ​ຕ້ອງ​ວາງ​ແຜນຢ່າງ​ເປັນ​ເອກະ​ພາບ​ເພື່ອ​ຈັດຕັ້ງປະຕິບັດ​ໃຫ້​ດີ.
​ເມື່ອ​ໄດ້​ພະຍາຍາມ​ມາ​ເປັນ​ເວລາ​ດົນ​ນານ, ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າສູ່​ຍຸກ​ໃໝ່​ແລ້ວ ​ແລະ ​ຍຸກ​ໃໝ່​ກໍ​ຄວນ​ມີ​ພາບ​ພົດ​ໃໝ່, ຍິ່ງ​ກວ່າ​ນັ້ນ ຄວນ​ພະຍາຍາມ​ຍາດ​​ເອົາຜົນ​ສຳ​ເລັດ​ໃໝ່. ຂະນະ​ທີ່​​ໄລຍະ 5 ປີ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ຄັ້ງທີ 19 ຫາ​ຄັ້ງທີ 20 ກໍພໍດີ​ເປັນໄລຍະ​ເຊື່ອມ​ຕໍ່ສອງ​ວັນປະຫວັດສາດຄົບຮອບ "100 ປີ" ຄື ກຽມຈະ​ບັນລຸ​ເປົ້າໝາຍ​ 100 ປີ​ທີ​ໜຶ່ງ ​ແລະ​ ​ຈະ​​ເປີດ​ສາກ​ເປົ້າໝາຍ​ສູ້​ຊົນ 100 ປີ​ທີ​ສອງ ​ເຊິ່ງ​ໃນ​ໄລຍະ​ດັ່ງກ່າວ​ນີ້ ມີ​ບາງໄລຍະ​ເວລາ​ທີ່​ສຳຄັນ​ຂອງ​ການເປັນ​ຈຸດ​​ເນັ້ນ​​ໃນວຽກ​ງານຂອງ​ພວກ​ເຮົາ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ