ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຊຸ​ດ​ໃໝ່​ພົບ​ປະ​ນັກ​ຂ່າວ​ຈີນແລະ​ຕ່າງ​ປະ​ເທດ,ທ່ານ​ສີ​ຈີນ​ຜີງ​ກ່າວປາ​ໄສ
2017-10-25 17:25:53  cri 

ປີໜ້າ ຄື​ປີ 2018, ການ​ປະຕິ​ຮູບ​​ແລະ​ເປີດ​ປະຕູ​ຕໍ່​ພາຍ​ນອກຂອງ​ພວກ​ເຮົາ​ຈະ​ດຳ​ເນີນຄົບຮອບ 40 ປີ​ແລ້ວ. ຂະນະ​ທີ່​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ຕໍ່​ພາຍ​ນອກ ​ເປັນ​ມາດ​ຕະການ​ສຳຄັນ​ທີ່​ກຳນົດ​ຊາຕາ​ກຳ​ຂອງ​ຈີນ​​ໃນຍຸກ​ປັດຈຸບັນ ​​ໂດຍ​ໃນ 40 ປີຜ່ານມາ, ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ຕໍ່​ພາຍ​ນອກ​​ໄດ້ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ຈີນບັນລຸ​ລະດັບອີ່ມ​ໜຳ​ສຳລານ ​ທັງ​ຮັ່ງມີ​ຂຶ້ນ​ເປັນ​ກ້າວໆ. ພວກ​ເຮົາ​ຈະ​ສະຫຼຸບ ​ແລະ​ຖອດ​ຖອນບົດຮຽນ, ບຸກໜ້າ​ບືນ​ຕົວ, ສືບ​ຕໍ່​ຊຸກຍູ້​ລະບົບການ​ຄຸ້ມ​ຄອງ​ປະ​ເທດ​ແລະ​ຄວາມ​ສາມາດ​ການ​ຄຸ້ມ​ຄອງ​ຂອງ​ລັດ​ໃຫ້​ເປັນ​ທັນ​ສະ​ໄໝ, ລົງ​ເລິກ​ການ​ປະຕິ​ຮູບ​ດ້ານ​ຕ່າງໆ​ຢ່າງ​​ເດັດດ່ຽວ, ​ເປີດ​ກວ້າງ​ການ​​ເປີດ​ປະຕູ​ຕໍ່​ພາຍ​ນອກ​ຢ່າງ​ເດັດດ່ຽວ, ​ເຮັດ​ໃຫ້ການ​ປະຕິ​ຮູບ ​ແລະ ການ​ເປີດ​ປະຕູ​ຕໍ່​ພາຍ​ນອກ ຕ່າງ​ຍູ້​ໜູນ​ກັນ ​ແລະ​ຕ່າງ​ກໍ​ມີ​ປະສິດທິ​ຜົນ​ຍິ່ງ​ຂຶ້ນ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນຢ່າງໜັກ​ແໜ້ນ​ວ່າ, ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ ຍ່ອມ​ຈະ​ບັນລຸ​ຜົນ​ເປັນ​ຈິງ​ໃນ​ຂະ​ບວນການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ຕໍ່​ພາຍ​ນອກ.

ປີ2019, ພວກ​ເຮົາ​ຈະສະ​ຫຼອງວັນ​ຄົບ​ຮອບ 70 ປີ​ແຫ່ງ​ການ​ສະ​ຖາ​ປະ​ນາສາ​ທາ​ລະ​ນະ​ລັດ​ປະ​​ຊາ​ຊົນ​ຈີນ. ພວກ​ເຮົາ​ຈະ​ປະ​ຕິ​ບັດ​ທັດ​ສະ​ນະພັດ​ທະ​ນາ​ອັນ​ໃໝ່, ຊຸກ​ຍູ້​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ແລະ​ປອດ​ໃສ, ມີ​ຜົນ​ດີ​ຕໍ່​ປະ​ຊາ​ຊົນ​ຈີນ​ແລະ​ບັນ​ດາ​ປະ​ເທດ. ພວກ​ເຮົາ​ຈະ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​​ທຸກໜ້າ​ທີ່​ຕາມ​ແຜນ​ການ " 5 ​ຄັ້ງທີ 13" ​ທີ່​ໄດ້ກຳ​ນົດແລະ​ວາງ​ແຜນໃໝ່​​ໃຫ້ແກ່​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ, ຊຸກ​ຍູ້​ພາ​ລະ​ກິດ​ຕ່າງໆ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ສ້າງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ມັ່ງ​ຄັ່ງ​ເຂັ້ມ​ແຂງກວ່າ​ເກົ່າ.

ປີ 2020, ພວກ​ເຮົາ​ຈະ​ສ້າງສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານຢ່າງ​ຮອບ​ດ້ານ. ​ການສ້າງ​​ສັງ​ຄົມ​ທີ່​​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ, ​ນັ້ນ​ຈະ​ໃຫ້ຂາດ​ຜູ້​ດຽວ​ບໍ່​ໄດ້; ໃນ​ເສັ້ນ​ທາງ​​ສູ່​ການກາຍ​ເປັນ​ຮັ່ງ​ມີ, ຜູ້​ໃດ​ຕົກ​​ຂະ​ບວນ​ບໍ່​ໄດ້. ພວກ​ເຮົາ​ຈະ​​ເຮັດສຸດ​ກຳ​ລັງ​ຂອງ​​ທົ່ວພັກ​ແລະ​ທົ່ວ​ປະ​ເທດ, ສຳ​ເລັດ​ໜ້າ​ທີ່​ຫຼຸດ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ​ຢ່າງ​ເດັດ​ດ່ຽວ, ຮັບ​ປະ​ກັນ​ເຮັດສຳ​ເລັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຕ້ອງ​ຈື່​ຈຳ​ຄວາມໃຝ່​​ຝັນຂອງ​ປະ​ຊາ​ຊົນ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ອັນ​ດີ​ງາມ​ແມ່ນ​ເປົ້າ​ໝາຍບຸ​ກ​ບືນ​ສູ້​ຊົນຂອງ​ພວກ​ເຮົາ, ຍຶດ​ໝັ້ນ​ແນວ​ຄິດ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​​ກົກໃຈ, ພະ​ຍາ​ຍາ​ມ​ຮັບ​ປະ​ກັນ​ວຽກ​ງານ​ຮັກ​ສາ​ແລະ​ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ເພີ່ມ​ຄວາມ​ຮູ້​ສຶກວ່າ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ​ມີ​ຄວາມ​ສຸກ, ​ມີຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກ​ຍູ້​ປະ​ຊາ​ຊົນ​ທຸກ​ຄົນ​ອຸ​ດົມ​ຮັ່ງ​ມີ​ຮ່ວມ​ກັນ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ແຕ່​ລະ​ປີຍ່ອມ​ຈະ​ດີກວ່າ​ປີ​ຜ່ານ​ມາຢ່າງ​ແນ່ນອນ​.


ໃນ​ປີ 2021, ພວກ​ເຮົາ​ຈະ​ກ້າວ​ສູ່​ປີ​ແຫ່ງ​ການສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ. ພັກ​ກອມ​ມູ​ນິດ​ຈີນມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ສາ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ, ມີ​ອາ​ຍຸ 100 ປີ​ພໍ​ດີ​ແມ່ນ​ອາ​ຍຸ​​ແຫ່ງ​ຄວາມເຂັ້ມ​ແຂງ!ພັກ​ກອມ​ມູ​ນິດ​ຈີນ​ເປັນພັກ​ການ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ. ພັກ​ການ​ເມືອງໃຫຍ່​ຕ້ອງ​ມີ​ທ່າ​ທີ​ຂອງ​ພັກ​ການ​ເມືອງ​ໃຫຍ່。 ​ພຶດຕິ​ກຳ​ຕົວ​ຈິງ​ໄດ້​ຢືນ​ຢັນ​ຢ່າງ​ເຕັມ​ທີ່​ວ່າ, ພັກ​ກອມ​ມູ​ນິດ​ຈີນ​ສາ​ມາດ​ນຳ​ພາ​ປະ​ຊາ​ຊົນ​ຈີນ​ດຳ​​ເນີນ​ການ​ປະ​ຕິ​ວັດ​​ສັງ​ຄົມ​ຢ່າງ​ຍິ່ງ​ໃຫຍ່ແລະກໍ​ສາ​ມາດ​ດຳ​ເນີນ​ການ​ປະ​ຕິ​ວັດ​​ຕົນ​ເອງ​ຢ່າງ​ຍິ່ງ​ໃຫຍ່. ພວກ​ເຮົາ​ຕ້ອງ​ຮັກ​ສາ​ຄວາມ​ກະ​ຕື​ລື​ລົ້ນນີ້​ໂດຍ​ຕະ​ຫຼອດ, ເປັນ​ຜູ້​ຮັບ​ໃຊ້​ປະ​ຊາ​ຊົນ, ເປັນ​ຜູ້​ນຳ​ໜ້າ​ໃນ​ໄລ​ຍະໃໝ່, ເປັນ​ເສົາ​ຄ້ຳ​ຂອງ​ຊົນ​ຊາດ​​ຕະ​ຫຼອດໄປ. ຄຸ້ມ​ຄອງພັກ​ຢ່າງ​ເຂັ້ມ​ງວດໃນ​ຮອບ​ດ້ານໂດຍ​ຕະ​ຫຼອດ, ບໍ​ຄວນ​ມີ​ແນວ​ຄວາມ​ຄິດ​ທີ່​ຢາກ​ພັກ​ຜ່ອນ. ພວກ​ເຮົາ​ຈະ​ສືບ​ຕໍ່​ລົບ​ລ້າງ​ພະ​ຍາດ​ທັງ​ໝົດ​ທີ່​ທຳ​ລາຍ​ສຸ​ຂະ​ພາບ​ຂອງ​ພັກ, ພະ​ຍາ​ຍາມ​ສ້າງ​ບັນ​ຍາ​ກາດ​ນິ​ເວດການ​ເມືອງ​ຢ່າງ​ປອດ​ໃສ, ​ນຳ​​ໃຊ້​ກຳ​ລັງ​ທາງບວ​ກ​​ຂອງ​ທົ່ວ​ພັກຢ່າງ​ເຂັ້ມ​ງວດ​ເພື່ອເຕົ້າ​ໂຮມ​ກຳ​ລັງ​ອັນ​ສະ​ຫງ່າ​ອົງ​ອາດ​ຂອງ​ທົ່ວ​ສັງ​ຄົມ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ຄວາມ​ກ້າວ​ໜ້າ​ຂອງ​ຈີນ​​.


ພັກ​ກອມ​ມູ​ນິ​ດ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ໄດ້ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ​ຮູ້​​ຮັກ​ຫອມ​ສັນ​ຕິ​ພາບແລະ​ຄຸນ​ຄ່າ​ຂອງ​ການ​ພັດ​ທະ​ນາ. ປະ​ຊາ​ຊົນ​ຈີນ​ມີ​ຄວາມ​ເຊື່ອ​ໝັ້ນ​ແລະ​ຄວາມ​ເຄົາ​ລົບ​ເປັນ​ເຈົ້າ​ຕົນ​ເອງ, ຈະ​ຍຶດ​ໝັ້ນ​ປົກ​ປ້ອງຜົນ​ປະ​ໂຫຍດ​ຂອງ​ຊາດ​ດ້ານ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ​ແລະ​ການ​ພັດ​ທະ​ນາ​, ພ້ອມ​ກັນ​ນັ້ນກໍ​ຈະ​ຮ່ວມ​​ກັບ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ. ຕັ້ງ​ໜ້າ​ຊຸກ​ຍູ້​ສ້າງ​​ປະ​ຊາ​ຄົມ​​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ສືບ​ຕໍ່​ປະ​ກອບ​ສ່ວນ​ໃໝ່ຍິ່ງ​ໃຫຍ່ກວ່າ​ເກົ່າ​ເຂົ້າ​ໃນພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ.  

ປະຫວັດສາດແມ່ນ​ຂຽນ​ດ້ວຍ​ປະ​ຊາ​ຊົນ, ຄຸນ​ງາມ​ຄວາມ​ດີ​ທັງ​ໝົດເປັນ​ຂອງປະ​ຊາ​ຊົນ. ຂໍພຽງແຕ່ພວກ​ເຮົາ​ສ້າງ​ຮາກ​​ແກ້ວຕໍ່ປະ​ຊາ​ຊົນ​ຢ່າງ​ເລິກ​ເຊິ່ງ, ອາ​ໄສ​ປະ​ຊາ​ຊົນ​ຢ່າງ​ໃກ້​ຊິດ,ກໍ່​ສາ​ມາດ​ໄດ້​ຮັບ​ກຳ​ລັງນັບ​ບໍ່​ຖ້ວນ, ຜ່ານ​ຜ່າທຸກ​ຄວາມ​ຫຍຸ້ງ​ຍາກ​, ອົງ​ອາດ​ກ້າ​ຫານ​ມຸ່ງ​ໄປ​ສູ່​ທາງ​ໜ້າ.   ສຸພາສິດຈີນເວົ້າວ່າ ໄດ້​ຍິນ​ຮ້ອຍ​ເທື່ອ​ບໍ່​ທໍ່​ຕາ​ເຫັນ​ເທື່ອ​ດຽວ,ຫຼື​ສຸພາ​ສິດ​ລາວ​​ເວົ້າ​ວ່າ​ສິບ​ປາກ​ເວົ້າ​ບໍ່​ທໍ່​ຕາ​ເຫັນ. ພວກເຮົາ​ຍິນ​ດີ​ຕ້ອນ​ຮັບ​ນັກ​ຂ່າວ​ທຸກ​ທ່ານ​ໄປ​ເບິ່ງ​ຈີນ​ເລື້ອຍໆ, ສືບ​ຕໍ່​ເອົາ​ໃຈ​ໃສ່​ຕໍ່​ການ​ພັດ​ທະ​ນາ ແລະ ການ​ປ່ຽນ​ແປງ​ຂອງ​ຈີນ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ຮູ້​ດີ ແລະ ລາຍ​ງານ​ຈີນ​ຢ່າງ​ຮອບ​ດ້ານກວ່າ​ເກົ່າ. ພວກເຮົາ​ບໍ່​ຕ້ອງ​ການ​ຄຳ​ຍ້ອງ​ຍໍ​ສັນ​ລະ​ເສີນ, ພວກເຮົາ​ຍິນ​ດີ​ຕ້ອນ​ຮັບ​ການ​ແນະ​ນຳທີ່​ພາ​ວະ​ວິ​ໄສ ແລະ ຂໍ້​ສະ​ເໜີ​ທີ່​ມີ​ຜົນ​ປະ​ໂຫຍດ​ມາໂດຍ​ຕະ​ຫຼອດ ເຊິ່ງ​ອັນ​ທີ່​ເອີ້ນ​ວ່າ "ບໍ່ຕ້ອງ​ການ​ຜູ້​ອື່ນ​ມາຍ້ອມສີໃຫ້​​ງາມ,ພຽງ​ແຕ່ໃຫ້ມີ​ຄວາມ​ປອດ​ໃສ​ຂາວ​ສະ​ອາດ​ຢູ່​ໃນ​ໂລກ."


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ