ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​​​ເຖິງ​ນະ​ຄອນຫຼວງວຽງ​ຈັນ​ເລີ່ມ​ຢ້ຽມ​ຢາມ ສ​ປ​ປ ລາວ​ທາງ​ລັດ​ຖະ​ກິດ
2017-11-13 20:34:04  cri 

ວັນ​ທີ 13 ພະ​ຈິກ​ນີ້, ທ່ານ​ສີ​ຈິ້​ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​​ເຖິງ​ນະ​ຄອນຫຼວງວຽງ​ຈັນ ແລະ​ເລີ່ມ​ຢ້ຽມ​ຢາມ ສ​ປ​ປ ລາວ​ທາງ​ລັດ​ຖະ​ກິດ.

​ເວ​ລາ 15 ໂມງຂອງວັນ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງເຖິງ​ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ​ນະ​ຄອນຫຼວງວຽງ​ຈັນ ດ້ວຍ​ຍົນ​ພິ​ເສດ ແລະໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຈາກ​ທ່ານ​ພັນ​ຄຳ​ ວິ​ພາ​ວັນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ຮອງ​ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ​ ລາວ, ທ່ານ​ສິນ​ລະ​ວົງ ຄຸດ​ໄພ​ທູນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ ເລ​ຂາ​ຄະ​ນະ​ພັກ ທັງ​ເປັນ​ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ, ທ່ານ​ສອນ​ໄຊ ສີ​ພັນ​ດອນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ ແລະ​ຜູ້​ນຳ​ທ່ານ​ອື່ນໆ. ຊາວ​ໜຸ່ມ​ລາວ​​ກໍໄດ້​ມອ​ບ​ຊໍ່​ດອກ​ໄມ້​ສົດ​ໃຫ້​ແກ່​ທ່ານ​ສີ​ຈິ້ນ​ຜິງ ແລະ​ກອງ​ກຽດ​ຕິ​ຍົດ​ຢືນ​ຢູ່​ສອງ​ຟາກ​​ທີ່​ປູ​ພົມ​ແດງ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ