ທ່ານສີຈິ້ນຜິງໄດ້ແຈກຢາຍບົດປາໄສໃຫ້ສື່ມວນຊົນຢູ່ສະໜາມບິນ ໂດຍໄດ້ຕາງໜ້າພັກ, ລັດ ແລະປະຊາຊົນຈີນສະແດງຄວາມຖາມຂ່າວຢ່າງຈິງໃຈ ແລະຄວາມອວຍພອນອັນປະເສີດມາຍັງພັກ, ລັດ ແລະປະຊາຊົນລາວທີ່ເປັນອ້າຍນ້ອງກັນ ໂດຍກ່າວເນັ້ນວ່າ, ຈີນ ແລະ ລາວລ້ວນແຕ່ເປັນປະເທດສັງຄົມນິຍົມທີ່ນຳພາໂດຍພັກກອມມູນິດ ແລະເປັນບ້ານໃກ້ທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະຄູ່ຮ່ວມທີ່ດີ. ນັບແຕ່ສອງປະເທດສ້າງສາຍພົວພັນທາງການທູດຕະຫຼອດ 56 ປີມານີ້, ມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງສອງປະເທດທີ່ເປັນມູນເຊື້ອໄດ້ຜ່ານການທົດສອບຈາກສະຖານະການສາກົນທີ່ປ່ຽນແປງເລື້ອຍໆ. ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກ ເຊິ່ງບໍ່ພຽງແຕ່ນຳເອົາຜົນປະໂຫຍດແທ້ຈິງມາໃຫ້ສອງປະເທດ ແລະ ປະຊາຊົນສອງຊາດເທົ່ານັ້ນ, ຫາກຍັງເປັນການປະກອບສ່ວນທີ່ຕັ້ງໜ້າຕໍ່ການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອຂອງພາກພື້ນ ກໍຄືຂອງໂລກອີກດ້ວຍ. ໃນໄລຍະຢ້ຽມຢາມ, ຂ້າພະເຈົ້າຈະພົບປະກັບທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ ແລະສະຫາຍການນຳພັກລັດລາວທ່ານອື່ນໆ ທັງແລກປ່ຽນກັບບຸກຄົນວົງການຕ່າງໆໃນສັງຄົມລາວຢ່າງກວ້າງຂວາງ ເພື່ອລົງເລິກແລກປ່ຽນຄວາມເຫັນກ່ຽວກັບສາຍພົວພັນສອງພັກສອງລັດຈີນລາວ ແລະບັນຫາທີ່ສົນໃຈຮ່ວມກັນ. ຂ້າພະເຈົ້າເຊື່ອໝັ້ນວ່າ ໂດຍພາຍໃຕ້ຄວາມພະຍາຍາມຮ່ວມຂອງສອງຝ່າຍ, ການຢ້ຽມຢາມຄັ້ງນີ້ຍ່ອມຈະຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວໃຫ້ກ້າວຂຶ້ນສູ່ລະດັບໃໝ່ ແລະ ນຳເອົາຄວາມຜາສຸກ ມາໃຫ້ປະຊາຊົນສອງຊາດຫຼາຍກວ່າເກົ່າ.
ຂະບວນລົດຂອງທ່ານສີຈິ້ນຜິງໄດ້ເດີນອອກຈາກສະໜາມບິນມຸ່ງໜ້າສູ່ໂຮງແຮມ, ຢູ່ທາງອອກສະໜາມບິນໄດ້ຕິດຮູບພາບໃຫຍ່ຂອງຜູ້ນຳສອງປະເທດຈີນລາວ. ທຸງຊາດສອງປະເທດຈີນລາວກໍປິວສະບັດຢູ່ຕາມສອງຟາກຂອງຖະໜົນຫຼາຍສາຍ ແລະ ແຂວນປ້າຍຄຳຂວັນຕ້ອນຮັບຢູ່ຕາມຫົວຖະໜົນ. ຂະນະທີ່ຊາວໜຸ່ມເຍົາວະຊົນກໍຢືນຢູ່ສອງຂ້າງຖະໜົນ ແລະ ໂບກທຸງຊາດສອງປະເທດ ເພື່ອສະແດງຄວາມຮັກແພງຕໍ່ມິດຕະພາບຈີນ-ລາວ ແລະ ຄວາມປິຕິຊົມຊື່ນຕໍ່ການຢ້ຽມຢາມຂອງທ່ານສີຈິ້ນຜິງເທື່ອນີ້.