ສະຫາຍສີຈິ້ນຜິງພົບປະກັບສະຫາຍບຸນຍັງ ວໍລະຈິດ ສອງຝ່າຍເຫັນດີສ້າງປະຊາຄົມ ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ
2017-11-14 06:22:11  cri 

ວັນທີ 13 ພະຈິກນີ້ ຢູ່​ນະ​ຄອນຫຼວງວຽງ​ຈັນ, ສະຫາຍສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ
ປະທານປະເທດ ສປ ຈີນໄດ້ພົບປະກັບສະຫາຍບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ
ປະຕິວັດ ລາວ ປະທານປະເທດ ສປປ ລາວ. ສອງຝ່າຍຕີລາຄາສູງຕໍ່ຜົນງານທີ່ໄດ້ຮັບໃນການພັດທະນາ​ຂອງ​ແຕ່​ລະ​ປະ​ເທດ,
ເຫັນດີ ເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນນຳກັນ, ຊຸກຍູ້ໃຫ້ພາລະກິດການ ປະຕິຮູບແລະໄຂປະຕູສູ່ພາຍນອກ
ຂອງຈີນ ແລະພາລະກິດປ່ຽນແປງໃໝ່ຂອງລາວສືບຕໍ່ພັດ​ທະ​ນາກ້າວໄປໜ້າຢ່າງບໍ່ຢຸດຢັ້ງ, ສືບຕໍ່ຖື ນ້ຳໃຈທີ່ເປັນບ້ານໃກ້ທີ່ດີ,
ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ ແລະຄູ່ຮ່ວມທີ່ດີ ປັບປຸງມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ລາວ, ຊຸກຍູ້ໃຫ້ການພົວພັນ
ຄູ່ຮ່ວມມືຍຸດ ທະສາຮອບດ້ານລະຫວ່າງຈີນ-ລາວທີ່ໝັ້ນຄົງຍາວນານກ້າວຂຶ້ນສູ່ລະດັບໃໝ່.

ສະຫາຍສີຈິ້ນຜິງແລະສະຫາຍບຸນຍັງຕ່າງໄດ້ແນະນຳສະພາບການກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ
ແລະພາລະກິດຂອງພັກແລະລັດຖະບານລາວໃຫ້ຊາບເຊິ່ງ ກັນແລະກັນ.

ສະຫາຍສີຈິ້ນຜິງຊົມເຊີຍລາວທີ່ໄດ້ຍຶດໝັ້ນເດີນຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດ ຂອງປະເທດຕົນ, ແລະໄດ້ຕີລາຄາ
ເປັນຢ່າງຕໍ່ຜົນງານທີ່ລາວໄດ້ຮັບໃນການພັດທະນາເສດ ຖະກິດສັງຄົມ, ໂດຍກ່າວເນັ້ນວ່າ ເຊື່ອວ່າພາຍໃຕ້ການນຳພາອັນແຂງ
ແກ່ນຂອງສູນກາງພັກ ປະຊາຊົນປະຕິວັດລາວທີ່ມີສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດເປັນຜູ້ນຳ, ປະຊາຊົນລາວ ຍ່ອມ
ຈະໄດ້ຮັບຜົນງານທີ່ໃຫຍ່ກວ່ງເກົ່າໃນພາລະກິດປ່ຽນແປງໃໝ່ຮອບດ້ານ.



ສະຫາຍບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນໄດ້ສຳເລັດລົງ
ຢ່າງຈົບງາມ ແລະຕີລາຄາສູງຕໍ່ກອງປະຊຸມຄັ້ງນີ້ທີ່ໄດ້ກຳ ນົດແນວຄິດຂອງສະຫາຍສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິ
ເສດຂອງຈີນໃນຍຸກໃໝ່ເປັນ ແນວຄິດຊີ້ນຳຂອງພັກກອມມູນິດຈີນ, ເຊື່ອວ່າ ພາຍໃຕ້ການນຳພາອັນແຂງແຮງຂອງສູນກາງພັກ
ກອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນນຳ,ປະຊາຊົນຈີນຈະເດີນໄປການສຳເລັດເປົ້າໝາຍສູ້ຊົນຮ້ອຍປີ 2 ເຫດການ ຢ່າງ
ສະດວກ. ສະຫາຍບຸນຍັງຊີ້ອອກວ່າ, ຜົນງານແຫ່ງກອງ ປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນຈະປະກອບສ່ວນ ຢ່າງ
ສຳຄັນເຂົ້າໃນການພັດທະນາ ຂອງທິດສະດີສັງຄົມນິຍົມໃນຍຸກໃໝ່ ພ້ອມກັບສັນຕິພາບ ມິດຕະພາບ ການຮ່ວມມື ແລະ
ການພັດທະນາຂອງພາກພື້ນກໍ່ຄືຂອງໂລກ.

ສະຫາຍສີຈິ້ນຜິງກ່າວເນັ້ນວ່າ, ຈີນ-ລາວແມ່ນປະເທດສັງຄົມນິຍົມທີ່ເປັນບ້ານໃກ້ ເຮືອນຄຽງທີ່ດີຕໍ່ກັນ, ມິດຕະພາບອັນເປັນ
ມູນເຊື້ອມີມາແຕ່ດົນນານ. ນັບແຕ່ສ້າງ ສາຍພົວພັນທາງການທູດ 56 ປີມານີ້ ສອງຝ່າຍມີຄວາມໄວ້ເນື້ອເຊື່ອໃຈດ້ານການ
ເມືອງເພີ່ມຂຶ້ນ, ການຮ່ວມມືຕິດແທດຕົວຈິງເປີດກວ້າງອອກເລື້ອຍໆ,ການແລກປ່ຽນດ້ານວັດທະນະທຳລະຫວ່າງສອງຝ່າຍກໍ່
ນັບມື້ນັບແໜ້ນແຟ້ນຂຶ້ນ, ການພົວພັນລະຫວ່າງສອງປະເທດໄດ້ຂະຫຍາຍໄປສູ່ ລວງເລິກ, ອັນໄດ້ນຳເອົາຜົນປະໂຫຍດແທ້ຈິງ
ມາໃຫ້ປະຊາຊົນສອງປະເທດ. ຈີນ-ລາວ ມີອຸດົມການເຊັນດຽວກັນ, ການພົວພັນລະຫວ່າງສອງປະເທດມີຄວາມໝາຍຍຸດ
ທະສາດອັນ ສູງສົ່ງ, ມີອະນາຄົດການຂະຫຍາຍຕົວທີ່ກວ້າງຂວາງ. ຈີນຖະໜຸຖະໜອມມິດຕະພາບອັນ ເປັນມູນເຊື້ອລະຫວ່າງ
ຈີນ-ລາວ, ໃຫ້ຄວາມສຳຄັນຕໍ່ການພົວພັນກັບລາວ, ຍິນດີຮ່ວມກັບ ລາວທຳຄວາມພະຍາຍາມນຳກັນ, ເພື່ອເພີ່ມເນື້ອໃນແລະ
ຂະຫຍາຍການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານລະຫວ່າງຈີນ-ລາວ ທີ່ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຊ່ວຍເຫຼືອ
ເຊິ່ງກັນແລະກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຮັດໃຫ້ສອງປະເທດເປັນເພື່ອນບ້ານທີ່ດີ  ໝູ່ເພື່ອນທີ່ດີ ສະຫາຍທີ່ດີ
ແລະຄູ່ຮ່ວມທີ່ດີ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ