ສະຫາຍສີຈິ້ນຜິງພົບປະກັບສະຫາຍບຸນຍັງ ວໍລະຈິດ ສອງຝ່າຍເຫັນດີສ້າງປະຊາຄົມ ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ
2017-11-14 06:22:11  cri 

ສະຫາຍບຸນຍັງ ວໍລະຈິດກ່າວວ່າ, ຂອບໃຈສະຫາຍສີຈິ້ນຜິງມາຢ້ຽມຢາມ ສປປ ລາວເປັນຄັ້ງທຳອິດພາຍຫຼັງໄດ້ຮັບເລືອກຕັ້ງ
ເປັນເລຂາທິການໃຫຍ່ຄະນະກຳມະການສູນກາງ ພັກກອມມູນິດຈີນອີກຊຸດໜຶ່ງ,ເຊື່ອແນ່ວ່າການຢ້ຽມຢາມຄັ້ງນີ້ຈະເສີມສ້າງມິດ
ຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ, ແລະວາງແຜນຜັງ
ແລະຊີ້ແຈງທິດທາງແຫ່ງການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະ
ຫວ່າງລາວ-ຈີນກ້າວຂຶ້ນສູ່ລະດັບໃໝ່. ລາວເຄົາລົບຈີນທີ່ໄດ້ຮັບຜົນງານໃນດ້ານການພັດທະນາ, ແລະຂອບໃຈຈີນທີ່ໃຫ້ການ
ຊ່ວຍເຫຼືອແກ່ລາວເປັນເວລາດົນນານມາ, ລາວຈະຍຶດໝັ້ນ ນ້ຳໃຈ "4 ດີ" ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະ
ຫວ່າງລາວ-ຈີນ ກ້າວໄປໜ້າເລື້ອຍໆ, ສະໜັບສະໜູນຈີນເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເພື່ອສັນຕິພາບ ສະຖຽນລະ
ພາບແລະວັດທະນະຖາວອນຂອງພາກພື້ນກໍຄືຂອງໂລກ.

ສະຫາຍສີຈິ້ນຜິງ ແລະສະຫາຍ ບຸນຍັງ ວໍລະຈິດໄດ້ລົງເລິກແລກປ່ຽນຄຳເຫັນກ່ຽວກັບການພົວພັນລະຫວ່າງສອງພັກ ສອງລັດ
ພ້ອມກັບບັນຫາສາກົນແລະພາກພື້ນທີ່ສົນໃຈຮ່ວມກັນ, ແລະໄດ້ກ້າວເຖິງຂັ້ນເປັນເອກະພາບກັນທີ່ສຳຄັນ ໂດຍເຫັນວ່າ, ຈີນ
ແລະລາວແມ່ນປະເທດສັງຄົມນິຍົມທີ່ນຳພາໂດຍພັກກອມມູນິດ.

ສອງຝ່າຍຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດບົນພື້ນຖານທີ່ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນນັ້ນ
ສອດຄ່ອງກັບຜົນປະໂຫຍດ​ພື້ນ​ຖານ ແລະຄວາມປາຖະໜາຮ່ວມລະຫວ່າງສອງພັກ ສອງລັດແລະປະຊາຊົນສອງປະເທດ ມີຜົນດີຕໍ່ພາລະກິດອັນສູງສົ່ງແຫ່ງມິດຕະພາບແລະການພັດທະນາຂອງມວນມະນຸດ.

ສອງຝ່າຍເຫັນດີຮັກສາປະເພນີທີ່ດີທີ່ການ​ນຳຂັ້ນສູງຢ້ຽມຢາມເຊິ່ງກັນແລະກັນ, ເພື່ອຊີ້ນຳນຳພາການຂະຫຍາຍຕົວຂອງການ
ພົວພັນຈີນ-ລາວ. ເພີ່ມທະວີການແລກປ່ຽນແລະຮ່ວມມືກັນລະຫວ່າງພັກ, ລົງເລິກການແລກປ່ຽນບົດຮຽນໃນການບໍລິຫານ
ພັກແລະລັດ, ເພີ່ມທະວີການຮ່ວມມືໃນຂົງເຂດການຕ່າງປະເທດ ການປ້ອງກັນປະເທດ, ການປະຕິບັດກົດໝາຍ​ແລະຮັກສາ
ຄວາມໝັ້ນຄົງ. ສອງຝ່າຍໄດ້ກ່າວ ຢ້ຳວ່າຈະສະໜັບສະໜູນເຊິ່ງກັນແລະກັນກ່ຽວກັບຜົນປະໂຫຍດໃຈກາງແລະບັນຫາສຳຄັນ
ທີ່ສົນໃຈ​ຮ່ວມກັນ.

ສອງຝ່າຍເຫັນດີເລັ່ງລັດການໃຫ້ຂໍ້ລິເລີ່ມ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຂອງຈີນເຊື່ອມຈອດກັບຍຸດທະສາດຫັນຈາກປະ
ເທດທີ່ບໍ່ມີທາງອອກສູ່ທະເລກາຍມາເປັນປະເທດທີ່ເຊື່ອມຕໍ່ກັບອະນຸພາກພື້ນຂອງລາວ, ຮ່ວມກັນສ້າງແລວທາງເສດຖະກິດ
ຈີນ-ລາວ, ຊຸກຍູ້ການສ້າງໂຄງການທີ່ມີລັກສະນະຂີດໝາຍເຊັ່ນ ໂຄງການທາງລົດໄຟຈີນ-ລາວ, ​ເສີມ​ຂະ​ຫຍາຍ​ແລະ​
ຍົກລະດັບການຮ່ວມມືດ້ານເສດຖະກິດການຄ້າໃຫ້ສູງ​ຂຶ້ນ, ຊຸກຍູ້ໃຫ້ເສດຖະກິດສອງປະເທດຕ່າງຊ່ວຍຊູຍູ້ໜູນກັນ, ລົງເລິກ
ການຮ່ວມມືໃນຂົງເຂດຄວາມສາມາດການຜະລິດ, ການທະນາຄານ, ກະສິກຳ, ພະລັງງານ, ຊັບພະຍາກອນ, ຊົນລະປະທານ,
ໂທລະຄົມມະນາຄົມ, ການກໍ່ສ້າງພື້ນຖານໂຄງລ່າງ, ການປິ່ນປົວພະຍາດ ແລະສາທາລະນະສຸກເປັນຕົ້ນ, ເພື່ອຊຸກຍູ້ໃຫ້ການ
ຮ່ວມມືລະຫວ່າງສອງຝ່າຍສ້າງຜົນປະໂຫຍດ ໃຫ້ປະຊາຊົນສອງປະເທດຫຼາ​ຍກວ່າ​ເກົ່າ.

ສອງຝ່າຍເຫັນດີລົງເລິກການຮ່ວມມືໃນຂົງເຂດວັດທະນະທຳ, ການສຶກສາ, ວິທະຍາສາດເຕັກນິກ ແລະການທ່ອງທ່ຽວ, ສ້າງ
ສູນວັດທະນະທຳຈີນ​ຢູ່ລາວໃຫ້ດີຂຶ້ນ, ເພີ່ມທະວີມິດຕະພາບແລະການໄປມາຫາສູ່ກັນລະຫວ່າງຊາວໜຸ່ມ, ເປີດກວ້າງການ
ຮ່ວມມືລະດັບທ້ອງຖີ່ນ. ຮັດແໜ້ນການປະສານສົມທົບໃນຂອບຫຼາຍຝ່າຍຕ່າງໆ ເຊັ່ນ: ອົງການສະຫະປະຊາຊາດ, ກອງ
ປະຊຸມອາຊີ-ເອີຣົບ, ການຮ່ວມມືອາຊີຕາເວັນອອກ, ແລະການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນຕົ້ນ.

ຫຼັງສຳ​ເລັດການພົບປະ, ສະຫາຍສີຈິ້ນຜິງ ແລະສະຫາຍບຸນຍັງ ວໍລະຈິດ ກໍໄດ້ເປັນສັກຂີພິຍານໃນ​ພິ​ທີ​ລົງ​ນາມ​ໃນສັນຍາ
ຮ່ວມມືລະຫວ່າງສອງປະເທດໃນຂົງເຂດການສ້າງແລວທາງເສດຖະກິດຈີນ-ລາວ, ການສ້າງພື້ນຖານໂຄງລ່າງ, ເສັ້ນທາງ
ສາຍໄໝທາງດີຈີຕອນ, ວິທະຍາສາດເຕັກນິກ, ກະສິກຳ, ພະລັງງານໄຟຟ້າ, ຊັບພະຍາກອນມະນຸດ, ການທະນາຄານ ແລະ
ຊົນລະປະທານເປັນຕົ້ນ.

ກ່ອນການພົບປະ ສະຫາຍບຸນຍັງ ວໍລະຈິດ ໄດ້ຈັດພິທີຕ້ອນຮັບສະຫາຍສີຈິ້ນຜິງຢ່າງຄຶກຄຶ້ນຢູ່ສຳນັກງານປະທານປະເທດ.


1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ