ສະຫາຍສີຈິ້ນຜິງພົບປະສະຫາຍຈູມມາລີ ໄຊຍະສອນ
2017-11-14 06:43:24  cri 

ວັນທີ 13 ພະຈິກນີ້ ສະຫາຍສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນ ກາງພັກກອມມູນິດຈີນ ປະທານປະເທດ ສປ ຈີນໄດ້ພົບປະກັບສະຫາຍຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ອະ​ດີດປະທານປະເທດ ສປປ ລາວຢູ່ນະຄອນຫຼວງວຽງຈັນ.

ສະຫາຍສີຈິ້ນຜິງຊີ້ອອກວ່າ, ໃນໄລຍະ 10 ປີທີ່ ດຳລົງຕຳແໜ່ງເປັນຜູ້ນຳສູງສຸດຂອງ ພັກແລະລັດຖະບານລາວ, ສະຫາຍຈູມມາລີ ໄຊຍະສອນ​ກໍໃຫ້ຄວາມສຳຄັນຕໍ່ການຂະຫຍາຍ ການພົວພັນມິດຕະພາບຈີນ-ລາວມາ​ໂດຍຕະຫຼອດ, ສະຫາຍໄດ້ເອົາໃຈໃສ່ ແລະຊຸກຍູ້ການ ແລກປ່ຽນແລະຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ ​ເຊິ່ງ​ເປັນ​ການປະກອບສ່ວນ​ທີ່ສຳຄັນເຮັດໃຫ້ການພົວພັນລະຫວ່າງຈີນ-ລາວ ບັນລຸການພັດທະນາແບບກ້າວກະໂດດ ແລະ​ເສີມ​ຂະ​ຫຍາຍມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ລາວ​ເຂົ້າ​ສູ່​ລວງ​ເລິກ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ