ສະຫາຍສີຈິ້ນຜິງກ່າວເນັ້ນວ່າ, ຜົນງານທີ່ສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກ ກອມມູນິດຈີນມີຜົນດີຕໍ່ການສ້າງ
ການພົວພັນສາກົນແບບໃໝ່ ແລະສ້າງປະຊາຄົມຮ່ວມຊາ ຕາກຳທີ່ມີຄວາມໝາຍຍຸດທະສາດລະຫວ່າງຈີນ-ລາວ.ຂ້າພະເຈົ້າ
ມາຢ້ຽມຢາມ ສປປ ລາວໃນຄັ້ງນີ້ ກໍເພື່ອຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່. ຂ້າພະເຈົ້າ ໄດ້
ພົບປະກັບສະຫາຍບຸນຍັງ ວໍລະຈິດ ແລະໄດ້ຮັບຜົນຢ່າງຫຼວງຫຼາຍ ທັງບັນລຸຄວາມເປັນເອກະພາບກັນຢ່າງກວ້າງຂວາງ
ເຊິ່ງເປັນການວາດມະໂນພາບແຜນການທີ່ຍິ່ງໃຫຍ່ແຫ່ງການຂະຫຍາຍການ ພົວພັນລະຫວ່າງສອງປະເທດ. ຫວັງວ່າສະຫາຍ
ຈູມມະລີ ໄຊຍະສອນ ຈະສືບຕໍ່ສົນໃຈແລະສະໜັບສະໜູນການຂະຫຍາຍການພົວພັນຈີນ-ລາວ ແລະເສີມຂະຫຍາຍ
ບົດບາດຂອງຕົນໃນການຊຸກຍູ້ການພົວພັນຈີນ-ລາວໃຫ້ຂະຫຍາຍໄປຕາມທິດທາງທີ່ຖືກຕ້ອງ.
ສະຫາຍຈູມມາລີ ໄຊຍະສອນ ຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູ ນິດຈີນໄດ້ຮັບຜົນງານຄັ້ງປະຫວັດສາດ
ໃນຫຼາຍດ້ານ, ໂດຍສະເພາະໄດ້ຂຽນແນວຄິດ ສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເຂົ້າສູ່ກົດລະ
ບຽບພັກ. ສະຫາຍສີຈິ້ນຜິງແມ່ນເພື່ອນເກົ່າຂອງປະຊາຊົນລາວ, ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ມີຄວາມໝາຍທາງປະ
ຫວັດສາດໃນການພົວພັນລະຫວ່າງສອງປະເທດ. ຈີນແມ່ນປະເທດ ບ້ານໃກ້ເຮືອນຄຽງທີ່ດີຂອງລາວ ແລະກໍແມ່ນກ້ອນ
ກຳລັງທີ່ສຳຄັນໃນວຽກງານສາກົນ. ລາວສຸມໃສ່ ຊຸກຍູ້ການແລກປ່ຽນແລະຮ່ວມມືລະຫວ່າງສອງພັກ ສອງລັດ ແລະເສີມ
ຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລາວ-ຈີນ ໃຫ້ເຂົ້າສູ່ລວງເລິກ..