ຫາ​ປາ​ຢູ່​ໜອງ​ຈ່າ​ກ່ານ​ແຂວງ​ຈີ​ລິນ
2017-12-15 16:54:44  cri 

ພາບນີ້​ຖ່າຍ​ໃນ​ວັນ​ທີ 14 ທັນ​ວານີ້, ຊາວ​ປະ​ມົງ​​ເຈາະ​ນ້ຳ​ກ້ອນ​ເພື່ອ​ຕັກ​ເອົາ​ປາ​ໃຫຍ່​ສົດໆ​ເປັນ​ໂຕໆ​ທີ່​ລອຍ​ຢູ່​ນ້ຳ​ໃຕ້​ພື້ນ​ນ້ຳ​ກ້ອນ​ຂຶ້ນ​ມາ​ຈາກ​​ໜອງ​ຈ່າກ່ານ ເຊິ່ງ​ເປັນ​ໜອງ​ນ້ຳ​ຈືດ​ໃຫຍ່​ອັນ​ດັບ​ທີ 7 ຂອງ​ຈີນ. ການ​ຫາ​ປາໃນ​ລະ​ດູ​ໜາວ​ຢູ່​ໜອງນີ້​ ​ມີ​ປະ​ຫວັດ​ສາດ​ມາ​ພັນ​ກວ່າ​ປີ​ແລ້ວ ໄລ​ຍະ​ທີ່​ດີ​ຂອງ​ການ​ຫາ​ປາ​ເລີ່ມ​ແຕ່​ເດືອນ​ທັນ​ວາ​ຫາ​ບຸນ​ກຸດ​ຈີນ ເມື່ອໄລ​ຍະນີ້ຊາວ​ປະ​ມົງ​ທ້ອງ​ຖິ່ນ​​ຈະພາ​ກັນ​ລົງ​ຫາ​ປາ​ຢ່າງ​ຂະ​ໜານ​ໃຫຍ່.


1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ