ພາບນີ້ຖ່າຍໃນວັນທີ 14 ທັນວານີ້, ຊາວປະມົງເຈາະນ້ຳກ້ອນເພື່ອຕັກເອົາປາໃຫຍ່ສົດໆເປັນໂຕໆທີ່ລອຍຢູ່ນ້ຳໃຕ້ພື້ນນ້ຳກ້ອນຂຶ້ນມາຈາກໜອງຈ່າກ່ານ ເຊິ່ງເປັນໜອງນ້ຳຈືດໃຫຍ່ອັນດັບທີ 7 ຂອງຈີນ. ການຫາປາໃນລະດູໜາວຢູ່ໜອງນີ້ ມີປະຫວັດສາດມາພັນກວ່າປີແລ້ວ ໄລຍະທີ່ດີຂອງການຫາປາເລີ່ມແຕ່ເດືອນທັນວາຫາບຸນກຸດຈີນ ເມື່ອໄລຍະນີ້ຊາວປະມົງທ້ອງຖິ່ນຈະພາກັນລົງຫາປາຢ່າງຂະໜານໃຫຍ່.