ຢູ່ເມືອງໂຈ່ວເມີນຊື່ນະຄອນຈື່ຊິ່ງແຂວງຮູນານ ສປ ຈີນ ມີຕົ້ນ Taxus chinensis ພາກໃຕ້ຕົ້ນໜຶ່ງທີ່ມີອາຍຸໜຶ່ງພັນກວ່າປີແລ້ວ, ຕົ້ນ Taxus chinensis ຕົ້ນນີ້ມີລຳຕົ້ນໃຫຍ່ມະຫາສານ, ກິ່ງງ່າໃບໄມ້ຢູ່ທາງເທິງກໍໃຫຍ່ເໝືອນເມກ, ລຳຕົ້ນມີເສັ້ນຜ່ານສູນກາງ 6,3 ແມັດ, ຕ້ອງມີຜູ້ໃຫຍ່ 6-7 ຄົນຈັບມືຕໍ່ກັນຈຶ່ງກອດອ້ອມໄດ້. ຫວ່າງມໍ່ໆນີ້, ຕົ້ນສຳສາຕົ້ນນີ້ ໄດ້ຮັບການປະກາດວ່າເປັນ "ລາຊາຕົ້ນໄມ້ແຂວງຮູນານ".
ຕົ້ນ Taxus chinensis ຊະນິດນີ້ແມ່ນຕົ້ນໄມ້ອະນຸລັກລະດັບໜຶ່ງຂອງຊາດ, ຖືກຂະໜານນາມວ່າ ເປັນ "ໝີແພນດາທາງພືດ" ແລະແມ່ນພືດທຳມະຊາດທີ່ສາມາດປ້ອງກັນມະເຮັງແລະຕ້ານມະເຮັງທີ່ຫາຍາກອີກດ້ວຍ..