ມື້ນີ້ແມ່ນມື້ທຳອິດຂອງໄລຍະຂົນສົ່ງທາງລົດໄຟບຸນກຸດຈີນປີ 2018. ໃນ 40 ມື້ຕໍ່ໜ້ານີ້, ໃນທົ່ວປະເທດ ຄາດວ່າຈະມີຜູ້ໂດຍສານເກືອບ 3 ຕື້ເທື່ອຄົນເປ້ກະເປົ໋າ, ລາກຫີບເພື່ອເມືອບ້ານເກີດຫຼິ້ນບຸນ ຫຼືໄປທ່ອງທ່ຽວພາຍນອກ. ຜູ້ໂດຍສານທີ່ມີຖານະຕ່າງກັນ ແລະມີເປົ້າໝາຍຕ່າງກັນນັ້ນ ຈະຂີ່ລົດໄຟຂະບວນດຽວກັນ, ປະກອບເປັນ "ສັງຄົມເຄື່ອນທີ່" ແລະມີເລື່ອງຕ່າງໆນານາ.
ທ່ານ ວາງຟູຊຸ່ນ ເປັນຊ່າງຖ່າຍຮູບ, ລາວມັກນຳໃຊ້ກ້ອງຖ່າຍຮູບໃນມື ເພື່ອບັນທຶກກິລິຍາທ່າທາງຕ່າງໆບົນເສັ້ນທາງເຫຼົ່ານີ້. ໃນ 40 ປີຜ່ານມາ, ລາວໄດ້ຂີ່ລົດໄຟໄປທົ່ວປະເທດ, ໄດ້ຖ່າຍຮູບເພື່ອບັນທຶກການປ່ຽນແປງຕ່າງໆທີ່ເກີດຂຶ້ນບົນລົດໄຟແຫ່ງຍຸກສະໄໝ ຄືການປະຕິຮູບແລະໄຂປະຕູສູ່ພາຍນອກຂະບວນນີ້ດ້ວຍແສງແລະເງົາ.