ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ແລະ​ສະ​ມາ​ຊິກ​ສະ​ພາ​ປຶ​ກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຈາກ​ເຂດ​ຮົງ​ກົງ​ສ່ວນ​ໜຶ່ງ​​ໄດ້​ເດີນ​ທາງ​ດ້ວຍ​ລົດ​ໄຟ​ຄວາມ​ໄວ​ສູງ​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສອງ​ສະ​ພາ​ປີນີ້
2018-03-01 16:21:21  cri 



    ວັນ​ທີ 1 ມີ​ນານີ້, ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ແລະ​ສະ​ມາ​ຊິກ​ສະ​ພາ​ປຶ​ກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຈາກ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​​ຈີນເກືອບ 30 ທ່ານໄດ້​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງ​ຖ້ຽວ G72 ຈາກ​ນະ​ຄອນ​ເຊີ່ນ​ເຈີ້ນ​ເດີນ​ທາງ​ໄປ​ສູ່​ນະ​ຄອນ ຫຼວງ​ປັກ​ກິ່ງ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ 1 ຊຸດ​ທີ 13 ແລະ​ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 1 ຊຸດ​ທີ 13 ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້.

    ພວກ​ທ່ານ​ມີ​ຄວາມ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ລົດ​ໄຟ​ຄວາມ​ໄວ​ສູງ ບໍ່​ພຽງ​ແຕ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ສັ​ນ​ຈອນ​ລະ​ຫວ່າງ​ຮົງ​ກົງ​ກັບ​ແຜ່ນ​ດິນ​ໃຫຍ່​ຈີນ​ເທົ່າ​ນັ້ນ, ຍັງ​ຈະ​ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສັງ​ຄົມ​ລະ​ຫວ່າງ​ຮົງ​ກົງ​ກັບ​ແຜ່ນ​ດິນ​ໃຫຍ່​​ຈີນແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຮົງ​ກົງ​ຢ່າງ​ແຂງ​ແຮງ​ອີກ​ດ້ວຍ, ບໍ່​ວ່າ​ໃນ​ດ້ານ​ສັງ​ຄົມຫຼື​ດ້ານ​ເສດ​ຖະ​ກິດ, ລ້ວນ​ແຕ່​ມີ​ປະ​ສິດ​ທິ​ຜົນ​ໃຫຍ່ຫຼວງ​ຕໍ່​ຮົງ​ກົງ​ແລະ​ແຜ່ນ​ດິນ​ໃຫຍ່​ຈີນ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ