ທູດຈີນປະຈຳລາວ: ຮັດແໜ້ນການຮ່ວມມືເພື່ອນຳເອົາຄວາມສຸກມາສູ່ປະຊາຊົນລາວ
2018-03-15 17:01:30  cri 

 


ໃນໄລຍະທ່ານສີຈິ້ນຜິງ ປະທານປະເທດຈີນຢ້ຽມຢາມ ສປປ ລາວ, ການນຳສອງປະເທດຈີນ-ລາວໄດ້ເຫັນດີ
ເປັນ ເອກະພາບກັນຊຸກຍູ້ການເຊື່ອມໂຍງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງຂອງຈີນກັບຍຸດທະສາດຂອງລາວກ່ຽວ
ກັບການຫັນຈາກປະເທດທີ່ບໍ່ຕິດກັບທະເລກາຍເປັນປະເທດທີ່ເຊື່ອມຕໍ່ໃນອະນຸພາກພື້ນ ແລະຕັດສິນໃຈຈະຖື
ເອົາເສັ້ນທາງລົດໄຟລາວ-ຈີນເປັນພື້ນຖານຮ່ວມກັນສ້າງສາແລວທາງເສດຖະກິດຈີນ-ລາວ  ທີ່ເລີ່ມຈາກແຂວງ
ຢຸນນານຂອງຈີນມາຮອດພາກໃຕ້ຂອງລາວ.
 
ທ່ານ ຫວາງເວີນທ່ຽນ ຊີ້ໃຫ້ເຫັນວ່າ, ການກໍ່ສ້າງແລວທາງເສດຖະກິດຈີນ-ລາວແທດເໝາະກັບຍຸດທະສາດແຫ່ງ
ການພັດທະນາລະຫວ່າງສອງປະເທດ ເຊິ່ງຈະມີຜົນດີຕໍ່ການພັດທະນາເສດຖະກິດສັງຄົມ, ຍົກລະດັບທາງດ້ານ
ຊີວິດການເປັນຢູ່ແລະ ຊຸກຍູ້ການຮ່ວມກັນພັດທະນາຄວາມຈະເລີນຮຸ່ງເຮືອງຂອງບັນດາປະເທດທີ່ຢູ່ໃນພາກພື້ນນີ້.
ທ່ານກ່າວວ່າ,ການຈັດຕັ້ງປະຕິບັດກໍ່ສ້າງຂອງແລວທາງເສດຖະກິດຈີນ-ລາວຈະສາມາດສະໜັບສະໜູນການຮ່ວມ
ມືລະຫວ່າງແຂວງຍຸນໜານ ສປ ຈີນ ກັບ ປະເທດ ສປປ ລາວໃນດ້ານການຄົມມະນາຄົມຂົນສົ່ງ ພະລັງງານ
ເສດຖະກິດການຄ້າແລະ ກໍ່ສ້າງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ, ການພັດທະນາກະສິ
ກໍາຊ່ວຍເຫຼືອຫຼຸດພົ້ນອອກຈາກຄວາມທຸກຍາກ, ການທ່ອງທ່ຽວ ແລະຍົກລະດັບຊີວິດການເປັນຢູ່. ສອງ, ຄວາມ
ໝາຍພິເສດຊ່ວຍໃຫ້ປະເທດລາວສ້າງເປັນຈຸດເຊື່ອມຕໍ່ທີ່ສໍາຄັນໃນພາກພື້ນອາຊຽນກໍຄືໃນພາກພື້ນອາຊີ ແລະຈະ
ສະໜັບສະໜູນປະເທດລາວບາງຈຸດຍຸດທະສາດຂອງລາວກ່ຽວກັບການຫັນຈາກປະເທດທີ່ບໍ່ຕິດກັບທະເລກາຍເປັນ
ປະເທດທີ່ເຊື່ອມຕໍ່ໃນອະນຸພາກພື້ນ. ສາມ, ໃນເບິ່ງການຍາວນານການກໍ່ສ້າງແລວທາງເສດຖະກິດຈີນ-ລາວ, ລາວ
-ຈີນຈະສ້າງພື້ນຖານທີ່ດີໃຫ້ແກ່ການກໍ່ສ້າງແລວທາງເສດຖະກິດລະຫວ່າງ 3 ປະເທດຄື: ຈີນ, ລາວ ແລະ ໄທ
ໃນອານາຄົດ.ເຊິ່ງຈະມີບົດບາດອັນພິເສດໃນການໄປມາຫາສູ່ກັນລະຫວ່າງຈີນກັບບັນດາປະເທດຢູ່ໃນອາຊຽນ
ແລະເປີດກວ້າງກາລະໂອກາດໃນດ້ານການຮ່ວມມືລະຫວ່າງຈີນກັບອາຊຽນ.
 

 


ຂ່າວແຈ້ງວ່າ, ຢູ່ໃນ ສປປ ລາວບໍລິສັດເອັສເອັມອີ ກວມເອົາ 98%ຂອງບໍລິສັດທັງໝົດໃນລາວເຊິ່ງມີບົດບາດ
ສຳຄັນໃນການປະດິດສ້າງໃໝ່ ແລະການສ້າງວຽກເຮັດງານທຳ, ເພີ່ມທະວີການຕອບສະໜອງຄວາມຮຽກຮ້ອງ
ຕ້ອງການຂອງປະຊາຊົນ.ໃນຂະບວນການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດເອັສເອັມອີໃນ ສປປ ລາວສ່ວນ
ຫຼາຍແມ່ນໄດ້ປະເຊີນກັບຂໍ້ທ້າທາຍນັ້ນຄືການສະສົມທຶນ ຫຼືຊອກຫາແຫຼ່ງທຶນຍາກ.ເພື່ອແກ້ໄຂບັນຫາເຫຼົ່ານີ້ ໃນ
ເດືອນພະຈິກ ປີ 2017 ພາຍໃຕ້ການເປັນສັກຂີພິຍານຮ່ວມກັນຂອງທ່ານສີຈິນຜິງ ແລະທ່ານ ບຸນຍັງ ວໍລະ
ຈິດ ທະນາຄານພັດທະນາແຫ່ງຊາດຈີນ ແລະທະນາຄານກາງແຫ່ງ ສປປລາວໄດ້ຮ່ວມລົງນາມເຊັນບົດບັນທຶກ
ຄວາມເຂົ້າໃຈເພື່ອນຳໃຊ້ການເງິນທຶນສະໜັບສະໜູນການພັດທະນາຂອງບໍລິສັດເອັສເອັມອີຂອງປະເທດລາວ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ