ທູດຈີນປະຈຳລາວ: ຮັດແໜ້ນການຮ່ວມມືເພື່ອນຳເອົາຄວາມສຸກມາສູ່ປະຊາຊົນລາວ
2018-03-15 17:01:30  cri 


ທ່ານ ຫວາງເວີນທ່ຽນ ກ່າວວ່າ,ຈາກນີ້ບໍລິສັດເອັສເອັມອີໃນລາວຈະສາມາດຮັບທຶນສະໜັບສະໜູນຈາກທະນາ
ຄານພັດທະນາແຫ່ງຊາດຈີນ. ຕາມເອກະສານລົງນາມນີ້ທະນາຄານພັດທະນາແຫ່ງຊາດຈີນຈະສຸມໃສ່ຢ່າງເຕັມ
ສ່ວນໃຫ້ມີບົດບາດຢ່າງຕັ້ງໜ້ານຳໃຊ້ການເງິນທີ່ມີລັກສະນະເປີດກວ້າງແບບພັດທະນາໃນການກໍ່ສ້າງທ້ອງຕະ
ຫຼາດ, ກໍ່ສ້າງສິນເຊື່ອແລະສະໜອງທຶນເພື່ອສະໜັບສະໜຸນການພັດທະນາເອັສເອັມອີຂອງລາວປະການທີໜຶ່ງກໍ
ແມ່ນຜ່ານຮູບແບບປ່ອຍເງິນກູ້ແລະສະໜອງທຶນກູ້ຢືມທີ່ມີດອກເບ້ຍຕ່ຳທີ່ສຸດເພື່ອແກ້ໄຂບັນຫາການຊອກຫາແຫຼ່ງ
ທຶນຍາກຂອງບັນດາເອັສເອັມອີໃນ ສປປ ລາວແລະປະການທີສອງແມ່ນຜ່ານການຊ່ວຍເຫຼືອເອັສເອັມອີຂອງລາວ
ໃຫ້ພັດທະນາ, ສ້າງວຽກເຮັດງານທຳໃຫ້ຫຼາຍຂຶ້ນກວ່າເກົ່າເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມລາວ.
 
ທ່ານຫວາງເວີນທ່ຽນ ກ່າວຕື່ມວ່າ,ສອງປະເທດຈີນ-ລາວພວມເປີດກວ້າງການແລກປ່ຽນຮ່ວມມືໃນຂົງເຂດວັດທະ
ນະທຳໂດຍມາຮອດປີ2016, ນັກສຶກສາລາວທີ່ໄດ້ຮັບທຶນການສຶກສາຈາກລັດຖະບານຈີນແລະສຶກສາຢູ່ປະເທດ
ຈີນມີເຖິງ3416 ຄົນເຊິ່ງລາວເປັນໜຶ່ງໃນບັນດາປະເທດອາຊຽນທີ່ໄດ້ຮັບທຶນການສຶກສາຈາກລັດຖະບານຈີນ
ຫຼາຍທີ່ສຸດແລະ ຫຼັງຈາກນັກສຶກສາເຫຼົ່ານີ້ຈົບການສຶກສາກໍໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ
ສັງຄົມຂອງລາວ.

ທ່ານກ່າວວ່າ,ໃນໄລຍະທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ຢ້ຽມ
ຢາມລາວ, ສອງ ປະເທດຈີນລາວໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການພັດທະ
ນາຊັບພະຍາກອນມະນຸດໂດຍໄດ້ວາງແຜນໃຫ້ແກ່ການຮ່ວມມືໃນຂົງເຂດດັ່ງກ່າວລະຫວ່າງສອງປະເທດ ແລະ
ມີຜົນດີໃນການຈັດ ສັນແລະນຳໃຊ້ຊັບພະຍາກອນເພື່ອຕອບສະໜອງຄວາມຮຽງຮ້ອງຕ້ອງການຂອງທັງສູນ
ກາງແລະທ້ອງຖິ່ນຂອງລາວ.ຈີນຍິນດີປະສານງານກັບລາວຈັດຕັ້ງປະຕິບັດເອກກະສານທີ່ກ່ຽວຂ້ອງໃຫ້ດີເພື່ອ
ເພີ່ມທະວີການແລກປ່ຽນຮ່ວມມືໃນຂົງເຂດວັດທະນະທຳກັບລາວຮັດແໜ້ນພື້ນຖານສັງຄົມລະຫວ່າງສອງປະເທດ ແລະສ້າງບຸກຄະລາກອນໃຫ້ລາວໃນການພັດທະນາເສດຖະກິດສັງຄົມກໍຄືເຊື່ອມໂຍງເຂົ້າໃນປະຊາຄົມອາຊຽນ.


1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ