ເມື່ອສອງອາທິດກ່ອນ, ຢູ່ຖະໜົນເວີນຊ່ານນະຄອນຮາງໂຈ່ວແຂວງເຈີ້ຈ່ຽງ ສປ ຈີນ ໄດ້ເປີດຮ້ານຂາຍດອກໄມ້ແບບບຸບເຟຮ້ານໜຶ່ງ, ເຈົ້າຂອງຮ້ານ ຄືທ່ານ ຊົ້ງເຟ່ ໄດ້ວາງເຄື່ອງໝາຍ QR Code ຢູ່ໃນຮ້ານ, ແລ້ວກໍໄປການຕາມປົກກະຕິ. ຮ້ານນີ້ບໍ່ມີຄົນເຝົ້າ, ແຕ່ສິນຄ້າທຸກຢ່າງໄດ້ຕິດປ້າຍລາຄາ, ໂດຍລູກຄ້າສາມາດເອົາດອກໄມ້ແລ້ວ ຈະສະແກນບາໂຄດຈ່າຍເງິນ. ທ່ານ ຊົ້ງເຟ່ ກ່າວວ່າ, ປັດຈຸບັນ, ລາວເຮັດວຽກເປັນນັກອອກແບບຂອງບໍລິສັດແຫ່ງໜຶ່ງ, ແລະທຸກໆເຊົ້າຄ່ຳກໍໄປຈັດການຮ້ານດອກໄມ້ຂອງຕົນ, ໃນເວລາເຂົ້າການ, ກໍສາມາດໄດ້ຍິນສຽງສັນຍານຮັບເງິນຈາກໂທລະສັບມືຖື ແລະ ຮູ້ສຶກອຸ່ນໃຈຫຼາຍ. ສອງອາທິດຜ່ານມາ, ສິນຄ້າບໍ່ເຄີຍເສຍຈັກອັນ, ລາວເວົ້າວ່າ, ບໍ່ພຽງແຕ່ຂາຍດອກໄມ້ເທົ່ານັ້ນ, ຍັງມີຄວາມໄວ້ເນື້ອເຊື່ອໃຈອີກດ້ວຍ.