ຮ້ານ​ຂາຍດອກ​ໄມ້​ແບບ​ບຸບ​ເຟ​ຂອງ​ນະ​ຄອນ​ຮາງ​ໂຈ່ວ
2018-05-09 17:02:35  cri 


ເມື່ອ​ສອງ​ອາ​ທິດ​ກ່ອນ, ຢູ່​ຖະ​ໜົນ​ເວີນ​ຊ່ານ​ນະ​ຄອນ​ຮາງ​ໂຈ່ວ​ແຂວງ​ເຈີ້​ຈ່ຽງ ສ​ປ ຈີນ ໄດ້​ເປີດ​ຮ້ານ​ຂາຍດອກ​ໄມ້​ແບບ​ບຸບ​ເຟ​ຮ້ານ​ໜຶ່ງ​, ເຈົ້າ​ຂອງ​ຮ້ານ ຄື​ທ່ານ ຊົ້ງ​ເຟ່ ໄດ້​ວາງເຄື່ອງ​ໝາຍ QR Code ຢູ່​ໃນ​ຮ້ານ, ແລ້ວ​ກໍ​ໄປ​​ການ​​ຕາມ​ປົກ​ກ​ະ​ຕິ. ຮ້ານນີ້​ບໍ່​ມີ​ຄົນ​ເຝົ້າ, ແຕ່​ສິນ​ຄ້າ​ທຸກ​ຢ່າງ​ໄດ້​ຕິດ​ປ້າຍ​ລາ​ຄາ, ໂດຍ​ລູກ​ຄ້າ​ສາ​ມາດ​ເອົາ​ດອກ​ໄມ້​ແລ້ວ ຈະສະ​ແກນ​ບາໂຄດ​ຈ່າຍ​ເງິນ. ທ່ານ ຊົ້ງ​ເຟ່ ກ່າວ​ວ່າ, ປັດ​ຈຸ​ບັນ, ລາວ​ເຮັດ​ວຽກ​ເປັນ​ນັກ​ອອກ​ແບບ​ຂອງ​ບໍ​ລິ​ສັດ​ແຫ່ງ​ໜຶ່ງ, ແລະ​ທຸກໆ​ເຊົ້າ​ຄ່ຳ​​ກໍໄປ​ຈັດ​ການ​ຮ້ານ​ດອກ​ໄມ້​ຂອງ​ຕົນ, ໃນ​ເວ​ລາ​ເຂົ້າ​ການ, ກໍ​ສາ​ມາດ​ໄດ້​ຍິນ​ສຽງ​​ສັນ​ຍານຮັບ​ເງິນ​ຈາກ​ໂທ​ລະ​ສັບ​ມື​ຖື ແລະ ຮູ້​ສຶກ​ອຸ່ນ​ໃຈຫຼາຍ. ສອງ​ອາ​ທິດ​ຜ່ານ​ມາ, ​ ​ສິ​ນ​ຄ້າບໍ່​ເຄີຍ​ເສຍ​ຈັກ​ອັນ, ລາວ​ເວົ້າ​ວ່າ, ບໍ່​ພຽງ​ແຕ່ຂາຍດອກ​ໄມ້​ເທົ່າ​ນັ້ນ, ຍັງ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ອີກ​ດ້ວຍ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ