ພູ​ຊານ​ຊິງ​ຈະ​ເພີ່ມ​ຄວາມ​ແຮງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ
2018-05-17 15:06:12  cri 

​ເລ​ຂ​າ​ຄະ​ນະ​ພັກ​ແຫຼ່ງ​ທ່ອງ​ທ່ຽວ​ພູ​ຊານ​ຊິງ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ


 ຕອນ​ບ່າຍ​ວັນ​ທີ 8 ພຶດ​ສະ​ພາ​ນີ້, ຄະ​ນະ​ນັກ​ຂ່າວ​ຕ່າງ​ປະ​ເທດ​ໄດ້​ເຂົ້າ​ຊົມ​ພູ​ຊານ​ຊິງ ທີ່​ເປັນ​ພູ​ສາ​ສະ​ໜາ​ເຕົາ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ. ກ່ອນ​ທີ່​ຄະ​ນະ​ນັກ​ຂ່າວ​ເດີນ​ທາງ​ອອກ​ຈາກ​ພູ​ຊານ​ຊິງ, ຕອນ​ເຊົ້າ​ວັນ​ທີ 9 ພຶດ​ສະ​ພາ​ນີ້, ທ່ານ​ຈູ​ລີ ເລ​ຂາ​ຄະ​ນະ​ພັກ​ແຫຼ່ງ​ທ່ອງ​ທ່ຽວ​ພູ​ຊານ​ຊິງ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ.

ເພີ່ມ​ຄວາມ​ແຮງ​ໃນ​ການ​ໂຄ​ສະ​ນາ​ຢູ່​ຕ່າງ​ປະ​ເທດ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເຂົ້າ​ມາ​ທ່ຽວ​ພູ​ຊານ​ຊິງ

ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ, ກ່ອນ​ອື່ນໝົດ, ທ່ານ​ຈູ​ລີ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ມາ​ເກັບ​ກຳຂ່າວ​ຂອງ​ຄະ​ນະ​ນັກ​ຂ່າວ​ຕ່າງ​ປະ​ເທດ​ເທື່ອ​ນີ້ ໂດຍ​ກ່າວ​ວ່າ, ໃນ​ອະ​ນາ​ຄົດ, ພູ​ຊານ​ຊິງ​ຍັງ​ຈະ​ຈັດ​ກິດ​ຈະ​ກຳ​ແບບ​ນີ້​ຕໍ່​ໄປ ແລະ ເປີດກວ້າງ​ຂະ​ໜາດ​ຂອງ​ກິດ​ຈະ​ກຳ ເພື່ອ​ດຶງ​ດູດ​ສື່ມວນ​ຊົນ​ຕ່າງ​ປະ​ເທດ​ເຂົ້າ​ມາ​​ເກັບ​ກຳ​ຂ່າວ​ ເພື່ອໂຄ​ສະ​ນາ​ພູ​ຊານ​ຊິງ. ໂດຍ​ຜ່ານ​ຈາກ​ສື່​ຕ່າງ​ປະ​ເທດ, ໃຫ້​ຄົນ​ຕ່າງ​ປະ​ເທດ​ຮັບ​ຮູ້​ພູ​ຊານ​ຊິງຫຼາຍກວ່າ​ເກົ່າ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ