ພູ​ຊານ​ຊິງ​ຈະ​ເພີ່ມ​ຄວາມ​ແຮງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ
2018-05-17 15:06:12  cri 

ທ່ານ​ນິວ​ສ ເບີ​ເກີ​ເມັນ ນັກ​ຂ່າວ​ເຢຍ​ລະ​ມັນ​ຈາກເວັບ​ໄຊ CRI Online ໄດ້​ສົນ​ໃຈ​ຕໍ່​ວິ​ທີ​ດຶງ​ດູ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຂອງ​ພູ​ຊານ​ຊິງ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຈູ​ລີ​ກ່າວ​ວ່າ, ພູ​ຊານ​ຊິງ​ມີ 2 ວິ​ທີ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ຄື ໜຶ່ງ​ແມ່ນ​ເພີ່ມ​ຄວາມ​ແຮງ​ໃນ​ການ​ໂຄ​ສະ​ນາ ແລະ ຍົກ​ຊື່​ສຽງ​ຂອງ​ພູ​ຊານ​ຊິງ​ໃຫ້​ສູງ​ຂຶ້ນ. ສອງ​ແມ່ນ​ຂຸດ​ຄົ້ນ​ຄວາມ​ບົ່ມ​ຊ້ອນ​ພາຍ​ໃນ, ທັງ​ຍົກ​ຄຸນ​ນະ​ພາບ​ການ​ທ່ອງ​ທ່ຽວ​ໃຫ້​ສູງ​ຂຶ້ນ ທັງ​ເຮັດ​ໃຫ້​ການ​ໃຊ້​ຈ່າຍ​ໃນ​ການ​ທ່ອງ​ທ່ຽວ​ໃຫ້​ໜ້ອຍ​ລົງ.

ກ່ຽວ​ກັບ​ການໂຄ​ສະ​ນາ ເພື່ອ​ເຜີຍ​ແຜ່ແຫຼ່ງ​ກຳ​ເນີດ​ຂອງ​ສາ​ສະ​ໜາ​ເຕົາ​ຂອງ​ຈີນ, ທ່ານ​ຈູ​ລີ​ກ່າວ​ວ່າ, ກ່ອນ​ອື່ນ, ພູ​ຊານ​ຊິງ​ໄດ​ຕິດ​ຕໍ່​ພົວ​ພັນ​ກັບ​ອົງ​ການ​ຈັດ​ຕັ້ງ ແລະ ຊ່ຽວ​ຊານ​ຄົ້ນ​ຄວ້າ​ສາ​ສະ​ໜາ​ເຕົາ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ, ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ເພື່ອ​ຄົ້ນ​ຄວ້າ, ຂຸດ​ຄົ້ນ ແລະ ສືບ​ທອດ​ວັດ​ທະ​ນະ​ເຕົາ​ຂອງ​ພູ​ຊານ​ຊິງ. ສອງ, ພູ​ຊານ​ຊິງ​ໄດ້​ເພີ່ມ​ຄວາມ​ແຮງ​ໃນ​ການ​ປົກ​ປ້ອງຄຸ້ມ​ຄອງ​ບູ​ຮານ​​ສະ​ຖານ​ສາ​ສະ​ໜາ​ເຕົາ. ສາມ​, ໄດ້​ກັ່ນ​ຕອງ​ສິ່ງຍອດ​ຍິ່ງ​ໃນ​ວັດ​ທະ​ນະ​ທຳ​ສາ​ສະ​ໜາ​ເຕົາ ແລະ ໂຄ​ສະ​ນາ​ເຜີຍ​ແຜ່​ອອກ​ມາ​ດ້ວຍ​ວິ​ທີ​ປະ​ດິດ​ສ້າງ​ໃໝ່.

 


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ