ທ່ານ ສີຈິ້ນຜິງ ແລະທ່ານນາງ ​ເພີງ​ລີ້ຢວນ: ນີ້ຄືຄວາມຮັກ
2018-05-20 16:57:21  cri 
ວັນທີ 12 ທັນວາ 2016 ໃນເວລາຕ້ອນຮັບຕົວແທນຂອງຄອບຄົວແບບຢ່າງທົ່ວປະເທດຄັ້ງທຳອິດ, ທ່ານ ສີຈິ້ນຜິງ ກ່າວວ່າ: "ຄວນຕັ້ງໜ້າເຜີຍແຜ່ປະເພນີອັນດີງາມຂອງປະຊາຊາດຈີນ, ເຜີຍແຜ່ທັດສະນະທີ່ເຄົາລົບຜູ້​ສູງ​ອາ​ຍຸ ຮັກແພງເດັກນ້ອຍ, ​ຍຶດ​ໝັ້ນ​ຄວາມສະເໝີພາບກັນ​ລະ​ຫວ່າງຍິງຊາຍ, ຜົວເມຍຮັກແພງປອງດອງກັນ, ດຳ​ລົງ​ຊີ​ວິດ​ໃນຄອບຄົວ​ຢ່າງປະຢັດມັດ​ທະຍັດ, ແລະສາມັກຄີກັບເພື່ອນບ້ານ, ສົ່ງເສີມທັດສະນະທີ່​ຈົງ​ຮັກ​ພັກ​ດີ, ຮັບຜິດຊອບ, ຮັກແພງກັບພີ່ນ້ອງຄອບຄົວ, ດຸໝັ່ນ​ຮ່ຳຮຽນ, ແລະສ້າງສາທາລະນະປະໂຫຍດ, ຊຸກຍູ້ໃຫ້ປະຊາຊົນຍົກສູງລະດັບແນວຄິດແລະສ້າງຄວາມສີວິໄລ​ໃນ​ຂະ​ບວນ​ການສະແຫວງຫາຄວາມສຸກໃຫ້ແກ່ຄອບຄົວ, ສົ່ງຄວາມອົບອຸ່ນໃຫ້ຄົນອື່ນ ​ແລະປະກອບສ່ວນໃຫ້ແກ່ສັງຄົມ."

ການກະຕັນຍູຕໍ່ພໍ່ແມ່, ຮັກແພງຄອບຄົບແລະລູກຫຼານ ແມ່ນ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊາດ​ຈີນ. ທ່ານ ສີຈີ້ນຜິງ ໃຫ້​ຄວາມສຳຄັນທີ່ສຸດຕໍ່ຄວາມສຸກຂອງຄອບຄົວ. ທ່ານ ພ້ອມ​ກັບທ່ານນາງ​ເພີງ​ລີ້ຢວນ ພັນລະຍາຂອງ​ທ່ານ ໄດ້ຮັກແພງກັນ ​ແລະຊ່ວຍ​ເຫຼືອ​ເຊິ່ງກັນແລະ​ກັນ, ຈາກການ​ເກີດ​ຄວາມຮັກກັນໃນ​ເວ​ລາ​ພົບ​ໜ້າ​ກັນຄັ້ງ​ທຳ​ອິດ ຮອດການກາຍ​ເປັນ​ຄູ່ຮັກຕະຫຼອດຊີວິດ, ​ທ່ານ​ ສີ​ຈິ້ນ​ຜິງ ແລະ​ທ່ານ​ນາງ ເພີງ​ລີ້ຢວນ ໄດ້ກາຍເປັນຜົວແກ້ວເມຍຕາແບບຢ່າງໃນສາຍຕາຂອງປະຊາຊົນຈີນທົ່ວ​ປະ​ເທດ.
 
ຄວາມຮັກກໍ່ຄື: ມີເຈົ້າ​ຢູ່​ຄຽງ​ຂ້າງ
ເດືອນກັນຍາ 1987 ທ່ານ ສີຈິ້ນຜິງ ແລະທ່ານນາງ ​ເພີງ​ລີ້ຢວນ ໄດ້ແຕ່ງດອງກັນ.
ບໍ່ມີງານດອງທີ່ຫຼູຫຼາ, ພຽງແຕ່ໄດ້ຈັດງານລ້ຽງໂຕະດຽວໃຫ້​ຜູ້ຮ່ວມງານແລະເພື່ອນ​ມິດທັງຫຼາຍ,
ຂະໜົມທີ່ແຈກຢູ່ໃນງານດອງນັ້ນກໍ່ແມ່ນຊື້ມາຊົ່ວຄາວ.
ຂໍພຽງແຕ່ມີ​ຝ່າຍ​ກົງ​ກັນ​ຂ້າມ​ຢູ່​ໃນ​ໃຈ, ກໍຮູ້ສຶກ​ພໍໃຈທີ່ສຸດ,
ນີ້ອາດຈະຄືຄວາມສຸກ.

ປີ 1987 ທ່ານ ສີຈິ້ນຜິງ ແລະທ່ານນາງ ​ເພີງ​ລີ້ຢວນ ຢູ່ເກາະຕົ່ງຊ່ານ ແຂວງຟູຈ້ຽນຂອງຈີນ.
 
1  2  3  4  5  6  7  8  9  10  11  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ