ຜູ້ນຳພັກ-ລັດ​ຈີນ​ເຂົ້າ​ຮ່ວມ​ພິ​ທີ​ວາງ​ກະ​ຕ່າ​ດອກ​ໄມ້​ຕໍ່​ອະ​ນຸ​ສາ​ວະ​ລີ​ວິ​ລະ​ຊົນ​ໃນ​ໂອ​ກາດ "ວັນ​ລະ​ລຶກ​ຜູ້​ເສຍ​ສະ​ຫຼະ​ເພື່ອ​ການ​ປະ​ຕິ​ວັດ"
2014-09-30 18:21:26  cri 

ວັນທີ 30 ກັນຍານີ້ເປັນ "ວັນລະລຶກຜູ້ເສຍສະຫຼະເພື່ອການປະຕິວັດ"ຄັ້ງ​ທຳ​ອິດ ທີ່​ລັດ​ຖະ​ບານ​ຈີນ​ສ້າງ​ຕັ້ງ​ຂຶ້ນ, ພໍ​ດີ​ຖືກ​ກັບ​ໂອ​ກາດ​ວັນ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ ຈີນ​ຄົບ​ຮອບ 65 ປີ. ຕອນ​ເຊົ້າ​ວັນ​ທີ 30 ກັນຍາ​ນີ້, ຜູ້ນຳ​ພັກ​ແລະ​ລັດຖະບານ​ຈີນ​ເຊັ່ນ​ທ່ານ​ສີ​ຈິ້ນ​ຜິ​ງ, ທ່ານ​ລີ​ເຄີ້ສຽງ, ທ່ານ​ຈ່າງ​ເຕີ​ຈ່ຽງ,ທ່ານ​ຢູ​ເຈີ້​ງ​ເຊິ່ງ, ທ່ານ​ຫຼິວ​ຢຸນ​ຊ່ານ, ທ່ານ​ຫວາງ​ສີ​ຊ່ານ, ທ່ານ​ຈ່າງ​ກ່າວ​ລີ້​ແລະ​ທ່ານ​ອື່ນໆ​ໄດ້​ເດີນທາງ​ໄປ​ເຖິງ​ສະໜາມ​ຫຼວງ​ທ່ຽນ​ອ່ານ​ເມິ​ນ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແລະ​ໄດ້​ຮ່ວມ​ກັບ​ຜູ້​ແທນ​ວົງ​ການ​ຕ່າງໆ​ຂອງ​ນະຄອນຫຼວງ​ປັກ​ກິ່ງ​ວາງ​ກະຕ່າ​ດອກ​ໄມ້​ຕໍ່​ອະ​ນຸ​ສາ​ວ​ະ​ລີ​ວິລະ​ຊົນ.

ພິທີ​ວາງ​ກະຕ່າ​ດອກ​ໄມ້​ໄດ້​ເລີ່​ມ​ແຕ່​ເວລາ​ປະມານ 10 ​ໂມງ. ກອງ​ດຸລິ​ຍາງ​ທະຫານ​ໄດ້​ບັນ​ເລັງ​ເພງ​ຊາດ​ຈີນ. ​ໄປ​ພ້ອມໆ​ກັບ​ທຳນອງ​ເພງ​ທີ່​ເຄັ່ງ​​ຂຶມ​, ທ່ານ​ສີ​ຈິ້ນຜິ​ງພ້ອມ​ການ​ນຳ​ພັກ-ລັດ​ທ່ານ​ອື່ນໆ​​ແລະ​ຜູ້​ແທນ​ວົງ​ການ​ຕ່າງໆ​ໄດ້​ພ້ອມ​ກັນຮ້ອງ​ເພງ​ຊາດ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ ​.

ເພງ​ຊາດ​ຈົບ​ລົງ,ທຸກໆ​ຄົນ​ຢືນ​ສະຫງົບ​ເຄັ່ງ​ຂຶມ​ເພື່ອ​ໄວ້ອາ​ໄລ​ຕໍ່​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ພາລະກິດ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ແລະ​ພາລະກິດ​ກໍ່ສ້າງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ດ້ວຍ​ຄວາມ​ພິລະ​ອາດ​ຫານ.

ກອງເຍົາ​ວະ​ຊົນ​ພ້ອມ​ຜູ້​ແທນປະຊາຊົນ​ວົງ​ການ​ຕ່າງໆ​ໄດ້​ຍ່າງ​ໄປ​ເຖິງ​ຕໍ່ໜ້າ​ອະ​ນຸ​ສາ​ວະ​ລີ​ແລະ​ວາງ​ດອກ​ໄມ້​ຕາມ​ລຳ​ດັບ​ເພື່ອ​ລະ​ລຶກ​ເຖິງ​ຄຸນ​ງາມ​ຄວາມ​ດີ​ຂອງ​ຜູ້​ເສຍ​ສະ​ຫຼະ​ເພື່ອ​ການ​ປະ​ຕິ​ວັດ ແລະ​ສຳ​ນຶກ​ເຖິງ​ບຸນ​ຄຸນ​ທີ່​ນຳ​ເອົາ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ມີ​ຄວາມ​ຜາ​ສຸກ​ທີ່​ໄດ້​ມາ​ບໍ່​ແມ່ນ​ງ່າຍ​ໃນ​ທຸກ​ມື້​ນີ້.

1 2 3 4 5 6 7 8 9
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ