ວັນທີ 30 ກັນຍານີ້ເປັນ "ວັນລະລຶກຜູ້ເສຍສະຫຼະເພື່ອການປະຕິວັດ"ຄັ້ງທຳອິດ ທີ່ລັດຖະບານຈີນສ້າງຕັ້ງຂຶ້ນ, ພໍດີຖືກກັບໂອກາດວັນສະຖາປະນາສາທາລະນະລັດປະຊາຊົນ ຈີນຄົບຮອບ 65 ປີ. ຕອນເຊົ້າວັນທີ 30 ກັນຍານີ້, ຜູ້ນຳພັກແລະລັດຖະບານຈີນໄດ້ຮ່ວມກັບຜູ້ແທນວົງການຕ່າງໆຂອງນະຄອນຫຼວງປັກກິ່ງວາງກະຕ່າດອກໄມ້ຕໍ່ອະນຸສາວະລີວິລະຊົນ.