ງານລ້ຽງຮັບຮອງຜູ້ຊ່ຽວຊານຕ່າງປະເທດທີ່ເປັນການສະຫຼອງວັນຊາດຂອງສາທາລະນະລັດປະຊາຊົນຈີນຄົບຮອບ 65 ປີໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງໃນຕອນຄ່ຳວັນທີ 28 ກັນຍານີ້. ທ່ານລີວຢຸນຊ່ານ, ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ເລຂາທິການສູນກາງພັກຄອມມູນິດຈີນໄດ້ເຂົ້າຮ່ວມງານແລະກ່າວຄຳປາໄສ, ໂດຍໄດ້ຕາງໜ້າລັດຖະບານຈີນ, ຕາງໜ້າທ່ານປະທານປະເທດສີຈິ້ນຜິງ, ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈແລະຄວາມຢື້ຢາມຖາວຂ່າວຢ່າງອົບອຸ່ນຕໍ່ຜູ້ຊ່ຽວຊານຕ່າງປະເທດແລະເພື່ອນມິດສາກົນທີ່ເອົາໃຈໃສ່, ສະໜັບສະໜູນແລະເຂົ້າຮ່ວມພາລະກິດການປະຕິຮູບແລະການກໍ່ສ້າງຂອງຈີນ.
ທ່ານລິວຢຸນຊ່ານກ່າວວ່າ, ຜົນສຳເລັດດ້ານການພັດທະນາຂອງປະເທດຈີນໃໝ່ໃນ 65 ປີຜ່ານມາ, ໄດ້ເປັນການເຕົ້າໂຮມເອົາການປະກອບສ່ວນທີ່ພົ້ນເດັ່ນຂອງຜູ້ຊ່ຽວຊານຕ່າງປະເທດແລະເພື່ອນມິດສາກົນທີ່ເຮັດວຽກຢູ່ຈີນທັງໝົດ. ໃນ 65 ປີຜ່ານມາ, ວຽກງານຂອງຈີນໃນການດຶງດູດຜູ້ມີຄວາມສາມາດຂອງຕ່າງປະເທດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຜູ້ຊ່ຽວຊານຕ່າງປະເທດຈຳນວນຫຼວງຫຼາຍໄດ້ເຮັດວຽກຢ່າງຫ້າວຫັນຢູ່ໃນຫຼາຍຂົງເຂດບໍ່ວ່າຈະເປັນຂົງເຂດເສດຖະກິດ, ວິທະຍາສາດເຕັກໂນໂລຊີ, ການສຶກສາ, ວັດທະນະທຳແລະຂົງເຂດອື່ນໆຂອງຈີນ. ບັນດາທ່ານຜູ້ຊ່ຽວຊານຕ່າງປະເທດໄດ້ປະກອບສ່ວນເຂົ້າໃນການປະຕິຮູບການໄຂປະຕູສູ່ໂລກພາຍນອກແລະການສ້າງສາແບບທັນສະໄໝຂອງຈີນ, ເຊິ່ງປະຊາຊົນຈີນຈະຈົດຈຳໄວ້ໃນໃຈຕະຫຼອດໄປ.
ທ່ານລິວຢຸນຊ່ານກ່າວເນັ້ນວ່າ, ພວກຂ້າພະເຈົ້າຈະປັບປຸງກົນໄກແລະວິທີໃນການນຳເຂົ້າຜູ້ມີຄວາມສາມາດຈາກຕ່າງປະເທດໃຫ້ອຸດົມສົມບູນຂຶ້ນ, ປົກປ້ອງສິດຊັບສິນທາງປັນຍາຢ່າງແທ້ຈິງ, ຮັບປະກັນສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງຜູ້ມີຄວາມສາມາດຕ່າງປະເທດ, ເຮັດໃຫ້ຜູ້ມີຄວາມສາມາດປະເພດຕ່າງໆທີ່ມາຢູ່ຈີນສາມາດເຮັດວຽກຢ່າງສະບາຍໃຈແລະດຳລົງຊີວິດດ້ວຍຄວາມໄວ້ວາງໃຈ, ຈັດວາງທຸກພາກສ່ວນໃຫ້ໄດ້ຢູ່ບ່ອນທີ່ເໝາະສົມ, ແລະຕ່າງຄົນຕ່າງເສີມຂະຫຍາຍບົດບາດຂອງຕົນ. ຫວັງຢາກໃຫ້ຜູ້ຊ່ຽວຊານຕ່າງປະເທດເປັນທູດພື້ນເມືອງໃນການແລກປ່ຽນຮ່ວມມືລະຫວ່າງຈີນກັບຕ່າງປະເທດ, ເຮັດໃຫ້ປະຊາຊົນຂອງປະເທດຕ່າງໆລົງເລິກຄວາມເຂົ້າໃຈຕໍ່ຈີນໃນປະຈຸບັນ, ແລະເພີ່ມທະວີມິດຕະພາບກັບປະຊາຊົນຈີນ.