ງານລ້ຽງຮັບຮອງ​ຜູ້​ຊ່ຽວຊານຕ່າງປະ​ເທດ​ທີ່​ເປັນ​ການ​ສະຫຼອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 65 ປີຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ
2014-09-30 17:04:26  cri 

ງານລ້ຽງ​ຮັບຮອງຜູ້​ຊ່ຽວຊານຕ່າງປະ​ເທດ​ທີ່​ເປັນ​ການ​ສະຫຼອງວັນຊາດ​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​​ຄົບຮອບ 65 ປີ​ໄດ້ຈັດ​ຂຶ້ນ​ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ທີ່ນະຄອນຫຼວງ​ປັກ​ກິ່ງ​ໃນຕອນ​ຄ່ຳ​ວັນ​ທີ 28 ກັນຍາ​ນີ້. ທ່ານ​ລີ​ວຢຸນຊ່ານ(ຊ້າຍ), ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ, ​ເລຂາ​ທິການສູນ​ກາງ​ພັກ​ຄອມ​ມູນິດຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ແລະ​ກ່າວ​ຄຳ​ປາ​ໄສ, ​​ໂດຍໄດ້​ຕາງໜ້າ​ລັດຖະບານ​ຈີນ, ຕາງໜ້າ​ທ່ານ​ປະທານ​ປະ​ເທດສີ​ຈິ້ນ​ຜິ​ງ, ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ແລະ​ຄວາມຢື້​ຢາມ​ຖາວຂ່າວ​ຢ່າງອົບ​ອຸ່ນຕໍ່​ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ແລະ​​ເພື່ອນ​ມິດສາ​ກົນ​ທີ່​ເອົາ​ໃຈ​ໃສ່, ສະ​ໜັບສະ​ໜູນ​ແລະ​ເຂົ້າ​ຮ່ວມ​ພາລະກິດ​ການ​ປະຕິ​ຮູບ​ແລະ​ການ​ກໍ່ສ້າງ​ຂອງ​ຈີນ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ