ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ ໄຂຂື້ນຢ່າງເປັນທາງການ
2016-01-19 15:28:49  cri 

  ວັນທີ 18 ມັງກອນ 2016 ນີ້ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ບຸນຍັງ ວໍລະຈິດ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ສປປ ລາວ,​ ເປັນກຽດເຂົ້າຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ສປປ ລາວ, ພ້ອມບັນດາສະຫາຍກົມການເມືອງ, ເລຂາທິການສູນກາງພັກ,​ກໍາມະການສູນກາງພັກ,​ຜູ້ອາວຸໂສ,​ວິລະຊົນແຫ່ງຊາດ,​ຕົວແທນຈາກອົງຄະນະພັກຂັ້ນຕ່າງໆ 1 ພັນກວ່າສະຫາຍ ແລະຜູ້ແທນສົມບູນ 684 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 250 .000 ສະຫາຍ.

  ໃນວາລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ, ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ສປປ ລາວ ໄດ້ກ່າວສູນທອນພົດ ມີບາງຕອນສໍາຄັນວ່າ: ກອງປະຊມຸໃຫຍ່ຄັ້ງທີ 10 ຂອງພັກທີ່ໄຂຂຶ້ນໃນຄັ້ງນີ້ ແມ່ນເຫດການການເມືອງທີ່ມີຄວາມໝາຍສໍາຄັນຍິ່ງ ທັງເປັນບາດລ້ຽວປະຫວັດສາດໃນການກໍານົດທິດທາງໜ້າທີ່ສໍາລັບການພັດທະນາປະເທດຊາດ ຂອງສປປ ລາວ ເພື່ອກ້າວໄປສູ່ຈຸດໝາຍທີ່ວາງໄວ້ດ້ວຍທ່ວງທ່າໃໝ່. ການສະຖາປະນາລະບອບປະຊາທິປະໄຕປະຊາຊົນລາວ ມາເຖິງປັດຈຸບັນ ໄດ້ຢ່ວງຂ້າມປີທີ 40 ແລະ ພາລະກິດປ່ຽນແປງໃໝ່ໄດ້ດໍາເນີນມາເປັນເວລາ 30 ປີ ເພື່ອສືບຕໍ່ນໍາເອົາພາລະກິດປະຕິວັດຂອງພວກເຮົາກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່່າງໜັກແໜ້ນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ຈະໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກຕິດພັນກັບການສະຫຼຸບຕີລາການປ່ຽນແປງໃໝ່ໃນໄລຍະ30ປີທີ່ຜ່ານມາ,ຖອດຖອນເອົາບົດຮຽນອັນເປັນປະໂຫຍດ ແລະ ຕົກລົງແນວທາງ, ທິດທາງ, ໜ້າທີ່ລວມກໍຄືທິດທາງພັດທະນາເສດຖະກິດ-ສັງຄົມຂອງຊາດ, ເພື່ອຊຸກຍູ້ພາລະກິດປ່ຽນແປງໃໝ່ ໃຫ້ກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ,ສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິ ຍົມເທື່ອລະກ້າວ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ