ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ ໄຂຂື້ນຢ່າງເປັນທາງການ
2016-01-19 15:28:49  cri 

  ທ່ານກ່າວຕື່ມວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດ ລະບຽບປ່ຽນແປງຂອງພັກແນໃສ່ສ້າງພັກປະຊາຊົນປະຕິວັດລາວ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງໜັກແໜ້ນກ້າວຂຶ້ນເຮັດຫຼ້ອນພາລະກໍາປະຫວັດສາດຂອງຕົນໃນໄລຍະໄໝ່. ໜ້າທີ່ອັນສໍາຄັນອີກອັນໜື່ງຂອງກອງປະຊຸມໃຫຍ່ ແມ່ນການເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ X ທີ່ທັງສະແດງເຖິງຄວາມສາມັກຄີເປັນຈິດໜື່ງໃຈດຽວຂອງພັກ, ຮັບປະກັນລັກສະນະສືບທອດ ແລະ ເຮັດໃຫ້ຖັນແຖວການນໍານັບມື້ນັບໝຸ່ມແໜ້ນ, ປະກອບມີບັນດາສະຫາຍ ທີ່ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທຳຜ່ອງໃສ, ມີຄວາມຮູ້ຄວາມສາມາດ ແລະ ມີຄວາມຮັບຜິດຊອບສູງ ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງທີ່ພັກ ແລະ ປະເທດຊາດໄດ້ມອບໝາຍໃຫ້. ທິດທາງໜ້າທີ່ຕ່າງໆທີ່ກ່າວມານີ້ ລ້ວນແຕ່ເປັນບັນຫາໃຫຍ່ ແລະ ສໍາຄັນທີ່ພົວພັນເຖິງຊະຕາກໍາຂອງປະເທດຊາດ ແລະ ຂອງປະຊາຊົນບັນດາເຜົ່າ. ເພື່ອເສີມຂະຫຍາຍລະບອບປະຊາທິປະໄຕຢ່າງແຂງແຮງ ຕ້ອງໄດ້ສຸມຈິດສຸມໃຈ, ສະຕິປັນຍາ ແລະ ກໍາລັງແຮງເຂົ້າໃສ່ການຄົ້ນຄວ້າຄິດຫງໍາ ແລະ ປະກອບຄວາມຄິດຄວາມເຫັນຢ່າງມີຄຸນນະພາບສູງ, ຕົກລົງບັນຫາຕ່າງໆຢ່າງຖືກຕ້ອງແລະເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ບັນລຸຜົນສໍາເລັດຢ່າງສະຫງ່າງາມ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ