ສະພາບດັ່ງກ່າວໄດ້ຮັບການແກ້ໄຂຫຼັງບໍ່ເທົ່າໃດປີຜ່ານມາ, ອົງການປົກຄອງທ້ອງຖິ່ນໄດ້ເຂົ້າໄປຊ່ວຍເຫຼືອ ໂດຍເລີ່ມຈາກຊາວບ້ານມາເອີຈ່ວງໄດ້ສ້າງຕັ້ງສະຫະກອນລ້ຽງແກະ ແລະພັດທະນາເຕັກນິກການລ້ຽງດ້ວຍວິທະຍາສາດ ເຊິ່ງໃນທີ່ສຸດ ປະສົບຜົນສຳເລັດໂດຍເຫັນໄດ້ໃນປີ 2016 ຜ່ານມາ, ອາຫານທີ່ເຮັດດ້ວຍແກະຂອງບ້ານໄດ້ນຳມາບໍລິການຢູ່ໂຕະອາຫານໃນກອງປະຊຸມສຸດຍອດ G20 ທີ່ເມືອງຮາງໂຈ່ວ. ທີ່ສຳຄັນ ປະຊາຊົນ 64 ຄອບຄົວທີ່ທຸກຍາກນັ້ນ ກໍໄດ້ຮັບການຢືນຢັນຈາກອົງການປົກຄອງບ້ານດັ່ງກ່າວວ່າ 59 ຄອບຄົວສາມາດຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ. ລາຍໄດ້ທີ່ສາມາດໃຊ້ຈ່າຍໄດ້ຂອງຊາວບ້ານສະເລ່ຍຕາມຫົວຄົນ ບັນລຸເຖິງ 8500 ຢວນ ແລະໃນນີ້ 1 ສ່ວນ 3 ໄດ້ຈາກການລ້ຽງແກະ.