ປັດຈຸບັນ ຢູ່ຈີນມີປະຊາກອນຜູ້ທຸກຍາກ 40 ລ້ານຄົນ ໂດຍກະຈາຍຢູ່ 1 ແສນ 2 ໝື່ນ 8 ພັນບ້ານທຸກຍາກໃນທົ່ວປະເທດ. ແນວໃດກໍດີ ການທີ່ຈະໃຫ້ປະຊາຊົນບ້ານມາເອີຈ່ວງຫຼຸດພົ້ນອອກຈາກຄວາມທຸກຍາກໃນ 4 ປີຕໍ່ໜ້ານັ້ນ ອຸປະສັກໃຫຍ່ທີ່ສຸດກໍຄືເງື່ອນໄຂທາງທຳມະຊາດທີ່ໄດ້ຕັ້ງພູມລຳເນົານັ້ນລຳບາກທີ່ສຸດ, ແຕ່ພາກສ່ວນທີ່ກ່ຽວຂ້ອງຕ່າງໆຂອງຈີນລ້ວນແຕ່ໄດ້ຄົ້ນຫາວິທີຕ່າງໆ ເຊັ່ນຍົກຍ້າຍໄປບ່ອນອື່ນ, ການສ້າງວຽກເຮັດງານທຳ, ການອະນຸລັກທຳມະຊາດ ແລະອື່ນໆ ເພື່ອຊ່ວຍເຂົາເຈົ້າຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງວ່ອງໄວຕາມເປົ້າໝາຍ.