ການເດີນທາງໄປກັບລະຫວ່າງບ້ານຫຼຽງເຈ່ຍເຫີກັບຕາແສງເວີນອ່ານຢີ້ເປັນໄລຍະທາງປະມານ 15 ກິໂລແມັດ, ຊາວບ້ານໄປຊື້ເຄື່ອງໃຊ້ປະຈຳວັນຢູ່ໃນຕາແສງດ້ວຍການຍ່າງເທື່ອໃດກໍຕ້ອງໃຊ້ເວລາກວ່າເຄິ່ງມື້. ເລື່ອງນີ້ໄດ້ເຮັດໃຫ້ທ່ານສີຈິ້ນຜິງກັງວົນມາໂດຍຕະຫຼອດ. ພາຍຫຼັງບ້ານຫຼຽງເຈ່ຍເຫີໄດ້ນຳໃຊ້ແກັສຊີວະພາບຢ່າງທົ່ວເຖິງແລ້ວ, ເພິ່ນກໍເລີ່ມວາງແຜນເພື່ອເຮັດວຽກທີ່ສ້າງຜົນປະໂຫຍດໃຫ້ແກ່ຊາວບ້ານໃຫ້ຫຼາຍກວ່າເກົ່າ.
ໃນບ້ານມີ ຊ່າງຕີເຫຼັກ, ທ່ານສີຈິ້ນຜິງກໍເລີຍຄິດວ່າ ຖ້າວ່າໃຫ້ລາວເສີມຂະຫຍາຍຄວາມສາມາດພິເສດຂອງຕົນເພື່ອຮັບໃຊ້ຊາວບ້ານ ເຊັ່ນວ່າ ຕີເຄື່ອງມືກະສິກຳແລະສ້ອມແປງເຄື່ອງມືກະສິກຳໃຫ້ຊາວບ້ານມັນຊິບໍ່ດີກວ່າບໍ? ຕໍ່ມາ, ບ້ານລຽງເຈ່ຍເຮີໄດ້ສ້າງຕັ້ງຫ້ອງຕີເຫຼັກນ້ອຍໆຫ້ອງໜຶ່ງ ເພື່ອສ້າງເປັນສະຫະກອນຕີເຫຼັກ.
ຕາມແຜນການຂອງທ່ານສີຈິ້ນຜິງ, ສະຫະກອນຕີເຫຼັກຈະປະຕິບັດລະບຽບການຄຸ້ມຄອງແບບກຳນົດໜ້າວຽກ, ພາຍຫຼັງສຳເລັດໜ້າທີ່ວຽກງານທີ່ກຳນົດໄວ້ແລ້ວ ຍັງສາມາດແບ່ງຜົນກຳໄລອີກ. ຊ່າງຕີເຫຼັກຕ້ອງຈົດຄະແນນເຮັດວຽກຄືກັນກັບຊາວກະສິກອນ,ແລະມີໜ້າທີ່ສ້ອມແປງເຄື່ອງມືກະສິກຳໃຫ້ຊາວກະສິກອນໂດຍບໍ່ເກັບຄ່າ, ເຄື່ອງມືກະສິກຳທີ່ຜະລິດອອກນອກແຜນການນັ້ນສາມາດຂາຍໃຫ້ບໍລິສັດຜະລິດຕະພັນກະສິກຳສຳຮອງໃນເມືອງເພື່ອເພີ່ມລາຍຮັບໃຫ້ແກ່ລວມໝູ່.
ເມື່ອເຮັດແນວນັ້ນແລ້ວ, ຖ້າຊາວບ້ານຕ້ອງການເຄື່ອງມືກະສິກຳ ກໍສາມາດໄປເອົາຢູ່ທີ່ສະຫະກອນຕີເຫຼັກໂດຍກົງເລີຍໂດຍບໍ່ຕ້ອງໄປຊື້ຢູ່ໃນຕາແສງເວີນອ່ານຢີ້ອີກ ເຊິ່ງໄດ້ສ້າງຄວາມສະດວກໃຫ້ແກ່ຊາວບ້ານ ທັງໄດ້ຫຼຸດຕົ້ນທຶນການຜະລິດ,ທັງປະຢັດເວລາອີກ, ເຊິ່ງເຮັດໃຫ້ຊາວກະສິກອນໄດ້ຮັບຜົນປະໂຫຍດຕົວຈິງ. ຕາມບົດລາຍງານສະຖິຕິຂອງສະຫະກອນຕາແສງເວີ່ນອ່ານຢີ້ສະບັບໜຶ່ງໄດ້ລະບຸວ່າ: ປີ 1974, ສະຫະກອນຕີເຫຼັກຂອງບ້ານຫຼຽງເຈ່ຍເຫີໄດ້ຜະລິດເຄື່ອງມືກະສິກຳ 1500 ເຄື່ອງ.
ຕາມແລວຄວາມຄິດດັ່ງກ່າວ, ທ່ານສີຈິ້ນຜິງໄດ້ຄິດວິທີການພັດທະນາການຜະລິດອີກຫຼາຍວິທີອອກມາ. ຕໍ່ມາ, ທ່ານສີຈິ້ນຜິງໄດ້ສ້າງຮ້ານຄ້າຕົວແທນຈຳໜ່າຍເຊິ່ງລັດເປັນຜູ້ຄຸ້ມຄອງ, ສະຫະກອນຕັດຫຍິບ, ສວນປູກຜັກ, ຫ້ອງໂມ້ຢູ່ໃນບ້ານລຽງເຈ່ຍເຮີຕາມລຳດັບ.
ໂມ້ເຫຼັກໃນຫ້ອງໂມ້ຂອງບ້ານ ແມ່ນທ່ານສີຈິ້ນຜິງໄດ້ເອົາລົດຈັກ 3 ລໍ້ແລກເອົາ. ທ່ານສີຈິ້ນຜິງເຄີຍເລົ່າສູ່ຟັງວ່າ: “ໃນຕອນນັ້ນ, ຢູ່ເຂດຢຽນອ່ານມີໄວໜຸ່ມປັນຍາຊົນປັກກິ່ງ 3 ໝື່ນຄົນ, ຂ້າພະເຈົ້າເປັນຜູ້ທຳອິດທີ່ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນເລຂາຄະນະພັກບ້ານ. ອົງການປົກຄອງນະຄອນຫຼວງປັກກິ່ງໄດ້ໃຫ້ລາງວັນຂ້າພະເຈົ້າຄືລົດຈັກ 3 ລໍ້ຄັນໜຶ່ງ, ຂ້າພະເຈົ້າເຫັນວ່າ ລົດຄັນນີ້ບໍ່ມີປະໂຫຍດຫຍັງຈົນຂັບລົດເຂົ້າບ້ານກໍບໍ່ໄດ້, ຫຼືເອົາໄປແລກເອົາສິ່ງທີ່ເປັນປະໂຫຍດຈັກອັນດີກວ່າ.ຕໍ່ມາ,ຂ້າພະເຈົ້າຂັບລົດນີ້ໄປເຖິງພະແນກກົນຈັກກະສິກຳເມືອງຢຽນອ່ານ. ຂ້າພະເຈົ້າບອກວ່າ ລົດຈັກ 3 ລໍ້ຄັນນີ້ແມ່ນທາງປັກກິ່ງມອບໃຫ້ເປັນລາງວັນ, ຂ້າພະເຈົ້າຢາກແລກເອົາກົນຈັກກະສິກຳຫຼາຍເຄື່ອງນຳພວກເຈົ້າ. ເຂົາເຈົ້າຟັງແລ້ວຮູ້ສຶກດີໃຈຫຼາຍ,ໃນເວລານັ້ນ, ລົດຈັກ3ລໍ້ແບບນັ້ນແມ່ນສິ່ງທີ່ມີໜ້ອຍຢູ່ເມືອງຢຽນອ່ານ, ໃນທີ່ສຸດກໍສາມາດແລກເອົາລົດໄຖນາຫຍີ່ຫໍ້ ຕຸ່ງຟາງຫົງ 52 ແຮງມ້າ ຄັນໜຶ່ງ, ຈັກໂມ້ໜຶ່ງເຄື່ອງ, ຈັກແຍກສິ່ງເສດເຫຼືອ ໜຶ່ງເຄື່ອງ, ຈັກສີເຂົ້າໜຶ່ງເຄື່ອງ, ປ້ຳດູດນ້ຳໜ່ວຍໜຶ່ງ, ກົນຈັກເຫຼົ່ານີ້ມີປະໂຫຍດຫຼາຍ. ”
ຄືແນວນີ້ຫຼະ, ທ່ານສີຈິ້ນຜິງໄດ້ເອົາລາງວັນສ່ວນຕົວແລກເອົາເຄື່ອງຈັກກະສິກຳທີ່ເປັນປະໂຫຍດໃຫ້ຊາວບ້ານທັງຫຼາຍ.
ສິ່ງທີ່ສ້າງຄວາມປະທັບໃຈຢ່າງເລິກເຊິ່ງກວ່າໝູ່ໃຫ້ແກ່ຊາວບ້ານຍັງແມ່ນຜົນປະໂຫຍດທີ່ສ້າງຂຶ້ນຫຼັງຈາກຫ້ອງໂມ້ສ້າງຂຶ້ນແລ້ວ. ແຕ່ກ່ອນ, ຊາວບ້ານທັງຫຼາຍລ້ວນແຕ່ໃຊ້ໂມ້ຫີນໂມ້ເຂົ້າເບຼໃຫ້ເປັນແປ້ງ, ໃຊ້ໂຕລໍລາກໂມ້,ທັງເປືອງແຮງແລະເວລາຫຼາຍ, ໂມ້ແຕ່ເຊົ້າຮອດບ່າຍໄດ້ແປ້ງພຽງແຕ່ 10- 15 ກິໂລເທົ່ານັ້ນ. ສ່ວນຈັກໂມ້ທີ່ໃຊ້ນ້ຳມັນກາຊວນໜ່ວຍໜຶ່ງ ມີຜູ້ບັນຊາຄວບຄຸມພຽງຜູ້ດຽວເທົ່ານັ້ນກໍສາມາດໂມ້ເຂົ້າເບຼໃຫ້ໝົດບ້ານໄດ້ເລີຍ ທັງໄວທັງດີ. ເຮັດແນວນີ້ ບໍ່ຕ້ອງໃຊ້ກຳລັງຄົນແລະກຳລັງສັດລາກອີກ, ກຳລັງການຜະລິດທີ່ປົດປ່ອຍອອກມາເຫຼົ່ານີ້ກໍສາມາດໃຊ້ເຂົ້າໃນການຜະລິດກະສິກຳອື່ນໆໄດ້.
ໃນຍຸກນັ້ນ, ຊາວກະສິກອນອາໄສຄະແນນເຮັດວຽກມາລ້ຽງຊີບຕົນເອງ. ຄະແນນເຮັດວຽກກໍຄືເງິນແລະອາຫານ. ບ້ານຫຼຽງເຈ່ຍເຫີສ້າງສະຫະກອນຕີເຫຼັກ,ຮ້ານຄ້າຕົວແທນຈຳໜ່າຍເຊິ່ງລັດເປັນຜູ້ຄຸ້ມຄອງ,ສະຫະກອນຕັດຫຍິບແລ້ວ, ພວກຊາວກະສິກອນກໍສາມາດເອົາຄະແນນເຮັດວຽກຂອງຕົນໄປແລກເອົາເຄື່ອງນຸ່ງຫົ່ມ, ເຄື່ອງມືກະສິກຳແລະເຄື່ອງໃຊ້ປະຈຳວັນໃນບ້ານໄດ້ເລີຍ. ການສ້າງເສດຖະກິດໃຫ້ມີຊີວິດຊີວາພາຍໃນບ້ານແບບນີ້, ເວົ້າສຳລັບຊາວບ້ານທີ່ຂາດເງິນແລ້ວມັນຈັ່ງແມ່ນສະດວກຫຼາຍໂດຍບໍ່ຕ້ອງສົງໄສ.
ຄຳເຫັນ
0