ເດືອນກຸມພາປີ 2015, ແສງແດດອົບອຸ່ນຫຼັງລະດູໃບໄມ້ປົ່ງວຽນມາເຖິງໄດ້ສາດສ່ອງໃສ່ຮ່າງກາຍຄົນທັງຫຼາຍ. ຫິມະແລະນ້ຳກ້ອນເທິງພູຢູ່ທາງໄກກຳລັງຄ່ອຍໆລະລາຍໄປ. ຢູ່ເດີ່ນຂອງສຳນັກງານຄະນະກຳມະການຊາວບ້ານຫຼຽງເຈ່ຍເຫີ, ທ່ານສີຈິ້ນຜິງເວົ້າດ້ວຍຄວາມດູດດື່ມວ່າ : “ມື້ນີ້ມີໂອກາດກັບມາຢ້າມບ້ານຫຼຽງເຈ່ຍເຫີ,ຮູ້ສຶກຕື່ນເຕັ້ນດີໃຈຫຼາຍ, ແລະຮູ້ສຶກສະໜິດສະໜົມທີ່ສຸດເມື່ອໄດ້ພົບບັນດາສະຫາຍ. ເດືອນມັງກອນປີ 1969, ຂ້າພະເຈົ້າໄດ້ຢ່ວາງບາດກ້າວທຳອິດແຫ່ງຊີວິດ ຄືມາເຖິງຫຼຽງເຈ່ຍເຫີ ແລະດຳລົງຊີວິດຢູ່ບ້ານແຫ່ງນີ້ເປັນເວລາ 7 ປີ,ເຖິງວ່າ ຂ້າພະເຈົ້າໄດ້ຈາກໄປກໍຕາມ, ແຕ່ຂ້າພະເຈົ້າໄດ້ຝາກຈິດໃຈໄວ້ຢູ່ແຫ່ງນີ້ແລ້ວ.” ຄຳເວົ້າບໍ່ເທົ່າໃດຄວາມຂອງທ່ານສີຈິ້ນຜິງໄດ້ເຮັດໃຫ້ຄົນທັງຫຼາຍທີ່ຢູ່ໃນເດີ່ນບ້ານຮູ້ສຶກອົບອຸ່ນຫຼາຍ.
ປີ 1975, ທ່ານສີຈິ້ນຜິງໄດ້ອອກຈາກບ້ານລ້ຽງເຈ່ຍເຮີ. ສຳລັບເທື່ອນີ້ແມ່ນເທື່ອທີ 2 ແລ້ວທີ່ທ່ານເມື່ອຢາມບ້ານຫຼຽງເຈ່ຍເຫີ. ພໍ່ແມ່ຊາວບ້ານທັງຫຼາຍຍັງຈື່ໄດ້ດີວ່າ ທ່ານສີຈິ້ນຜິງເມື່ອຢາມບ້ານເທື່ອທຳອິດແມ່ນໃນປີ 1993. ເມື່ອຫວນຄືນສະພາບການທີ່ເມື່ອຢາມບ້ານຫຼຽງເຈ່ຍເຫີເທື່ອນັ້ນ, ທ່ານສີຈິ້ນຜິງໄດ້ບັນທຶກໄວ້ໃນບົດຄວາມວ່າ: “ປີ 1993, ຂ້າພະເຈົ້າໄດ້ກັບເມື່ອບ້ານຫຼຽງເຈ່ຍເຫີອີກ, ພໍ່ແມ່ຊາວບ້ານບາງຄົນໄດ້ກ່າວເຖິງເລື່ອງໃນຕອນທີ່ຂ້າພະເຈົ້າລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີນັ້ນວ່າ ຂ້າພະເຈົ້າໄດ້ລິເລີ່ມສ້າງຕັ້ງສະຫະກອນຕີເຫຼັກຂອງບ້ານ ທີ່ຊ່ວຍໃຫ້ຊາວບ້ານສ້າງລາຍຮັບເພີ່ມຂຶ້ນ; ຂ້າພະເຈົ້ານຳພາຊາວບ້ານສ້າງອ່າງແກັສຊີວະພາບອ່າງທຳອິດຂອງແຂວງສ້ານຊີ່ ເຊິ່ງໄດ້ສ້າງຄວາມສະດວກໃຫ້ແກ່ຊາວບ້ານໃນການແຕ່ງກິນແລະໄຕ້ໄຟດ້ວຍແກັສຊີວະພາບ. ແຕ່ວ່າ ສິ່ງທີ່ຂ້າພະເຈົ້າຈື່ໄດ້ນັ້ນຄື ເຂົາເຈົ້າເຄີຍຊ່ວຍເຫຼືອຂ້າພະເຈົ້າດ້ວຍຄວາມເອື້ອເຟື້ອເພື່ອແຜ່ ແລະເຄີຍປົກປ້ອງຂ້າພະເຈົ້າ ໂດຍສະເພາະແມ່ນຄຸນສົມບັດທີ່ຊື່ສັດລຽບງ່າຍຂອງເຂົາເຈົ້າໄດ້ສົ່ງຜົນສະທ້ອນແລະລໍ່ລ້ຽງຈິດໃຈຂອງຂ້າພະເຈົ້າ.”
ວັນທີ 13 ກຸມພາປີ 2015, ທ່ານສີຈິ້ນຜິງໄປຢາມເຮືອນຂອງນາງລິວຈິ່ນລຽນ
ຜູ້ທີ່ເປັນເພື່ອນຮ່ວມທາງຂອງທ່ານສີຈິ້ນຜິງໃນການເມື່ອຢາມບ້ານຫຼຽງເຈ່ຍເຫີເທື່ອນີ້ຍັງມີທ່ານນາງເຜີງລີ້ຢວນ ພັນລະຍາຂອງເພິ່ນ. ທ່ານສີຈິ້ນຜິງໄດ້ພາທ່ານນາງເຜີງລີ້ຢວນໄປເບິ່ງ “ເຮືອນຂອງຕົນ”ທີ່ເຄີຍອາໄສຢູ່ຫຼຽງເຈ່ຍເຫີໃນອະດີດ. ເຮືອນຂອງນາງລິວຈິ່ນລຽນ ຊາວບ້ານລຽງເຈ່ຍເຮີ ເປັນບ່ອນຢູ່ແຫ່ງທຳອິດຂອງທ່ານສີຈິ້ນຜິງຕອນໄປຫຼຽງເຈ່ຍເຫີໃນເມື່ອກ່ອນ. ເມື່ອຍ່າງເຂົ້າເຮືອນຖ້ຳຂອງນາງລິວຈິ່ນລຽນ, ທ່ານສີຈິ້ນຜິງຮື້ຜ້າປົກພາເຂົ້າໄດ້ເຫັນ ໝານໂຖແລະເຂົ້າໜົມຈືນສີເຫຼືອງຄຳທີ່ເຫັນແລ້ວທີ່ເຮັດໃຫ້ນ້ຳລາຍໄຫຼ. ເມື່ອທ່ານເຫັນເຂົ້າໜົມຈືນຮູບວົງມົນທີ່ເຮັດດ້ວຍແປ້ງເຂົ້າເດືອຍຊະນິດນີ້ກໍຮູ້ທັນທີເລີຍທັງທ້ວງວ່າ: “ໂອ,ດີເນາະ, ນີ້ຄືອາຫານກຸດຈີນຕົວະນິ” ແລະທັງຖາມນາງລິວຈິ່ນລຽນຕໍ່ວ່າ : “ຊີວິດການເປັນຢູ່ດຽວນີ້ດີຂຶ້ນແລ້ວຕິ໋?” ນາງລິວຈິ່ນລຽນຕອບວ່າ : “ຊີວິດຂ້ອຍດຽວນີ້ດີຫຼາຍ, ການກິນ,ການນຸ່ງຫົ່ມ, ເຄື່ອງໃຊ້ຕ່າງໆ ມີພຽງພໍທຸກຢ່າງ, ສຸຂະພາບຂ້ອຍກໍດີຂຶ້ນຫຼາຍ. ” ທ່ານສີຈິ້ນຜິງຈັບມືນາງລິວຈິ່ນລຽນບອກໃຫ້ນາງຈົ່ງຮັກສາສຸຂະພາບແລະເວົ້າວ່າ “ຖ້າມີເວລາຫວ່າງ,ມີໂອກາດ ຊິມາຢາມພວກເຈົ້າແນ່ນອນ!”
ເຮືອນຂອງລວີໂຮເຊິ່ງ ຊາວບ້ານອີກຜູ້ໜຶ່ງຫ່າງຈາກເຮືອນລິວຈິ່ນລຽນບໍ່ໄກປານໃດໂດຍມີນ້ຳສາຍນ້ອຍໆກັ້ນໄວ້ເທົ່ານັ້ນ. ຢູ່ແຫ່ງນັ້ນ ເປັນບ່ອນຢູ່ແຫ່ງທີ 2 ຂອງທ່ານສີຈິ້ນຜິງ ຕອນຢູ່ບ້ານລຽງເຈ່ຍເຮີ. ຄົນທັງຫຼາຍພ້ອມກັນຍ່າງໄປສູ່ເຮືອນຂອງລວີໂຮເຊິ່ງ. ລວີໂຮເຊິ່ງອອກຈາກເຮືອນມາຕ້ອນຮັບແຂກ. ທ່ານສີຈິ້ນຜິງເວົ້າກັບລາວດ້ວຍຮອຍຍີ້ມວ່າ : “ໂຮເຊີ່ງ, ເຄື່ອງນຸ່ງຂອງເຈົ້າທັນສະໄໝເນາະ!”ຈ່າງເວີຍຜາງ ຊາວບ້ານທີ່ຢືນຢູ່ທາງຂ້າງກໍເວົ້າສອດໃສ່ດ້ວຍໃບໜ້າຍີ້ມແຍ້ມວ່າ ດຽວນີ້ ໂຮເຊີ່ງເປັນເຖົ້າແກ່ແລ້ວ, ໂຮເຊິ່ງຮູ້ສຶກອາຍແດ່ກໍເລີຍຕອບວ່າ “ເຖົ້າແກ່ສາມລໍ້ຊື່ໆ” ເວົ້ານົວຫົວມ່ວນ, ບັນຍາກາດທີ່ເບີກບານມ່ວນຊື່ນ ເຮັດໃຫ້ທ່ານສີຈິ້ນຜິງຫົວຂຶ້ນຢ່າງເຕັມໃຈ. ທັງລົມກັນທັງຍ່າງກໍໄປເຖິງເດີ່ນບ້ານຂອງລວີໂຮເຊິ່ງ, ເຮືອນຖ້ຳຂອງລວີໂຮເຊິ່ງຫາກໍ່ຕົບແຕ່ງໃໝ່,ທັງກວ້າງທັງສະຫວ່າງສະແຫວງ. ທ່ານສີຈິ້ນຜິງນັ່ງຄຽງຂ້າງກັບລວີໂຮເຊິ່ງຢູ່ເທິງຕຽງດິນໃນເຮືອນຖ້ຳແລະພາກັນຫວນຄືນພາບແຫ່ງອະດີດທີ່ເຂົາເຈົ້າໄດ້ກິນເຂົ້າແລະອອກແຮງງານຮ່ວມກັນ. ທ່ານສີຈິ້ນຜິງຈັບມືລວີໂຮເຊິ່ງຢ່າງແໜ້ນແລະສອບຖາມລາວດ້ວຍຄວາມເອົາໃຈໃສ່ວ່າ ໃສ່ແຂນທຽມເວລາເຄື່ອນໄຫວມັນຈະສະດວກຫຼືບໍ?, ຊີວິດການເປັນຢູ່ຂອງຄອບຄົວເປັນແນວໃດ?
ເຮືອນຖ້ຳໄວໜຸ່ມປັນຍາຊົນ
ຫຼັງຈາກອຳລາໝົດທຸກຄົນໃນຄອບຄົວລວີໂຮເຊິ່ງແລ້ວ, ທ່ານສີຈິ້ນຜິງພ້ອມຄະນະໄດ້ຍ່າງໄປເຮືອນຕໍ່ໄປ. ເວລາຍ່າງຜ່ານເຮືອນຖ້ຳແຫ່ງໃດ, ເພິ່ນກໍຍັງສາມາດເວົ້າອອກຊື່ເຈົ້າຂອງເຮືອນໃນອະດີດໄດ້ຢ່າງຖືກຕ້ອງ. ຍ່າງລຽບຕາມແຄມນ້ຳແລ້ວລ້ຽວອີກໂຄ້ງໜຶ່ງກໍໄປເຖິງເຮືອນຖ້ຳໄວໜຸ່ມປັນຍາຊົນທີ່ທ່ານສີຈິ້ນຜິງໄດ້ດຳລົງຊີວິດຢູ່ແຫ່ງນັ້ນເປັນເວລາ 5 ປີປາຍ. ໃນເດີ່ນບ້ານມີເຮືອນຖ້ຳ 6 ຖ້ຳ ທີ່ໜ່ວຍຜະລິດຂອງບ້ານໄດ້ສ້າງຂຶ້ນສະເພາະໃຫ້ໄວໜຸ່ມປັນຍາຊົນໃນປີ 1970. ຫຼັງສ້າງສຳເລັດແລ້ວ, ທ່ານສີຈິ້ນຜິງກໍໄດ້ຢູ່ເຮືອນຖ້ຳແຫ່ງນີ້ຈົນເຖິງ ປີ 1975 ຈຶ່ງອອກຈາກບ້ານນີ້ໄປ.
ຈົນມາຮອດປັດຈຸບັນ, ບ້ານລຽງເຈ່ຍເຮີຍັງຮັກສາຄັນຄູທີ່ກໍ່ດ້ວຍດິນ 5 ແຫ່ງຄື ຈ້າຍຈືໂກ່ວ, ໝາຍເຫຼົາສວີ, ນິວເຈ່ຍເໝົາ, ປາຍເຈ່ຍຊ່ານ ແລະ ມູ້ກວ່າຊ່ານ.ຄັນຄູຕ່າງໆພ້ອມໄຮນາທີ່ຢູ່ບໍລິເວນອ້ອມຂ້າງເປັນສັກຂີພິຍານໃຫ້ແກ່ທ່ານສີຈິ້ນຜິງທີ່ເຄີຍນຳພາພໍ່ແມ່ຊາວບ້ານສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກເພື່ອແກ້ໄຂບັນຫາກິນອີ່ມໃນເມື່ອກ່ອນ.“ດິນໄວໜຸ່ມປັນຍາຊົນ” ທີ່ຕັ້ງຢູ່ຕີນພູມູ້ກວ່າຊ່ານ ເຊິ່ງເປັນດິນພຽງຕອນໜຶ່ງຢູ່ຮ່ອມພູນັ້ນ ຄືເຂດທົ່ງນາທີ່ທ່ານສີຈິ້ນຜິງ ເລຂາຄະນະພັກບ້ານຫຼຽງເຈ່ຍເຫີໃນຕອນນັ້ນໄດ້ນຳພາຊາວບ້ານສ້າງຄັນຄູແລະບຸກເບີກຂຶ້ນມາ, ຈົນຮອດສູ່ມື້ນີ້ ເຂດທົ່ງນາທີ່ດີຕອນນີ້ຍັງສ້າງຜົນປະໂຫຍດໃຫ້ແກ່ພໍ່ແມ່ຊາວບ້ານຫຼຽງເຈ່ຍເຫີຢູ່ຄືເກົ່າ. ທ່ານສີຈິ້ນຜິງຖາມວ່າ “ຜ່ານມາດິນນາໃນແຕ່ກ່ອນເຄີຍຖືກທຳລາຍບໍຜ່ານມາ?”ສືຊຸນຢາງ ເລຂາຄະນະພັກບ້ານລຽງເຈ່ຍເຮີຕອບວ່າ: “ແມ່ນລະ,ຜ່ານມາເຄີຍຖືກທຳລາຍ, ຕໍ່ມາໄດ້ສ້ອມແປງໃຫ້ດີແລ້ວ”. ທ່ານສີຈິ້ນຜິງໄດ້ກວດເບິ່ງຮອງລະບາຍນ້ຳຖ້ວມຂອງດິນນາແລະສິ່ງກໍ່ສ້າງປ້ອງກັນບໍ່ໃຫ້ຄັນຄູເຈື່ອນທີ່ກໍ່ດ້ວຍຫີນແລ້ວແນະນຳໃຫ້ສືຊຸນຢາງຕ້ອງເພີ່ມທະວີການຄຸ້ມຄອງແລະກວດກາໂດຍສະເພາະຍາມຝົນຕົກຕ້ອງມີສະຕິລະວັງຕົວໃນການປ້ອງກັນຄວາມປອດໄພຂອງຄັນຄູ.
ສວນໝາກໂປ້ມ
ເມື່ອໄດ້ຍິນວ່າ ເຂດມູ້ຈຸ່ນຢວນໄດ້ພັດທະນາສວນປູກໝາກໂປ້ມ ເຊິ່ງໄດ້ສ້າງລາຍຮັບໃຫ້ແກ່ຊາວບ້ານຢ່າງຫຼວງຫຼາຍ, ທ່ານສີຈິ້ນຜິງກໍສະເໜີວ່າຕ້ອງໄປເບິ່ງ. “ມູ້ຈຸ່ນຢວນ”ເປັນດິນຕອນໜຶ່ງທີ່ຫ່າງໄກຈາກບ້ານລຽງເຈ່ຍເຮີພໍສົມຄວນ, ແຕ່ກ່ອນ, ຄັນຢາກຂົນຟຸນຄອກໄປຕ້ອງໃຊ້ເວລາ 1 ຫາ 2 ຊົ່ວໂມງຈິ່ງຈະເຖິງທີ່. ດິນປູກຝັງທີ່ບໍ່ມີຄຸນນະພາບແລະຫ່າງໄກສອກຫຼີກໃນເມື່ອກ່ອນ, ດຽວນີ້ ເມື່ອປູກໝາກໂປ້ມແລ້ວ ສາມາດສ້າງລາຍຮັບໃຫ້ແກ່ໝູ່ເພື່ອນຂອງຕົນທີ່ເຄີຍຫຼິ້ນນຳກັນມາແຕ່ນ້ອຍຫຼາຍປານນັ້ນ, ແນ່ນອນແລ້ວ ທ່ານສີຈິ້ນຜິງຕ້ອງໄປເບິ່ງດ້ວຍຕົນເອງຈິ່ງຈະໝັ້ນໃຈ.
ທາງນ້ອຍໆທີ່ເຄີຍເຕັມໄປດ້ວຍຂີ້ຝຸ່ນແລະຂຸມໃນເມື່ອກ່ອນດຽວນີ້ໄດ້ກັບກາຍເປັນທາງໃຫຍ່ທີ່ປູດ້ວຍຢາງຊັ້ນດີ.ການເດີນທາງດ້ວຍລົດໄປເຖິງເຂດມູ້ຈຸ່ນຢວນ, ເມື່ອໄດ້ເຫັນສວນໝາກໂປ້ມທີ່ເປັນລະບຽບຮຽບຮ້ອຍ, ທ່ານສີຈິ້ນຜິງຮູ້ສຶກປິຕິຊົມຊື່ນອີ່ຫຼີ. ທ່ານລິວຈິງຖັງ ເລຂາຄະນະພັກເມືອງຢຽນຊວນທີ່ເປັນເພື່ອນຮ່ວມທາງຢ້ຽມຢາມເຂດມຸ້ຈຸ່ນຢວນນັ້ນໄດ້ລາຍງານໃຫ້ທ່ານເລຂາທິການໃຫຍ່ສີຈິ້ນຜິງຊາບເຖິງສະພາບການປູກໝາກໂປ້ມຂອງທົ່ວເມືອງ, ເມື່ອໄດ້ຮູ້ວ່າ ຫຼຽງເຈ່ຍເຫີອອກແຮງເຜີຍແຜ່ການປູກໝາກໂປ້ມ, ພັດທະນາການລ້ຽງສັດດ້ວຍວີຊາການ, ລາຍໄດ້ສຸດທິສະເລ່ຍຕໍ່ຫົວຄົນໄດ້ບັນລຸເຖິງ 9600 ຢວນຕໍ່ຄົນຕໍ່ປີ, ທຸກໆຄອບຄົວມີນ້ຳປະປາແລະອິນເຕີເນັດໃຊ້, ທ່ານສີຈິ້ນຜິງຍີ້ມຂຶ້ນດ້ວຍຄວາມໂລ່ງໃຈ.
ເວລາເດີນທາງກັບຈາກເຂດມູ້ຈຸ່ນຢວນ, ທ່ານສີຈິ້ນຜິງໄດ້ບອກໃຫ້ຜູ້ຂັບລົດຈອດລົດ 3 ເທື່ອ.
ເທື່ອທຳອິດໄດ້ຈອດຢູ່ບ່ອນໃກ້ໆສວນໝາກໂປ້ມ. ເມື່ອຫຼຽວເບິ່ງພູໃຫຍ່ທີ່ສະຫຼັບສັບຊ້ອນກັນ, ທ່ານສີຈິ້ນຜິງເວົ້າວ່າ: ຕອນຢູ່ລຽງເຈ່ຍເຮີໃນເມື່ອກອນ, ເວລາຮັບຜິດຊອບລ້ຽງແກະ, ລາວໄດ້ໄລ່ຝູງແກະໄປຮອດໂນນພູແຫ່ງໜຶ່ງໃຫ້ກິນຫຍ້າ, ແລ້ວຕົນເອງກໍເລີຍອ່ານປຶ້ມ, ແລະຄິດເລື່ອງໃດເລື່ອງໜຶ່ງ. ເວລາຈອດລົດເທື່ອທີ 2, ທ່ານສີຈິ້ນຜິງໄດ້ຢືນຢູ່ເທິງພູແລ້ວຫຼຽວເບິ່ງເດີ່ນບ້ານໄວໜຸ່ມປັນຍາຊົນທີ່ຕົນເຄີຍອາໄສຢູ່ໃນເມື່ອກ່ອນ, ເພິ່ນເວົ້າກັບທ່ານນາງ ເຜີງລີ້ຢວນ ພັນລະຍາຂອງຕົນວ່າ ແຫ່ງນັ້ນແມ່ນບ່ອນຢູ່ຂອງຕົນໃນຕອນຢູ່ຫຼຽງເຈ່ຍເຫີໃນເມື່ອກ່ອນ, ດິນແດນແຫ່ງນີ້ມີຮ່ອມພູໃຫຍ່ສະຫຼັບສັບຊ້ອນ, ສັນພູສູງຊັນຂວາງກັ້ງຢູ່ຕໍ່ໜ້າເຮືອນຖ້ຳ. ດິນແດນທີ່ເຕັມໄປດ້ວຍພູຜາສູງຊັນແລະຫ່າງໄກສອອກຫຼີແຫ່ງນີ້ໄດ້ຝຶກຝົນຫຼໍ່ຫຼອມເຮັດໃຫ້ທ່ານສີຈິ້ນຜິງມີຈິດໃຈເຂັ້ມແຂງ. ບ່ອນຈອດລົດເທື່ອທີ 3 ແມ່ນເນີນຊັນແຫ່ງໜຶ່ງ, ເຊິ່ງຕໍ່ຟາກຕໍ່ໜ້າແມ່ນໂນນພູທ້າງນິວເໝົາ ທີ່ສູງຊັນແລະອັນຕະລາຍຫຼາຍ, ເຖິງຈະເປັນໄວໜຸ່ມຄັນຢາກຍ່າງຂຶ້ນໄປໂດຍໃຊ້ສອງມືເປົາກໍຫຍຸ້ງຍາກທີ່ສຸດ.ທ່ານສີຈິ້ນຜິງຊີ້ໃສ່ໂນນພູຕໍ່ໜ້າຕົນທັງບອກທ່ານນາງເຜີງລີ້ຢວນ ຜູ້ເປັນພັນລະຍາດ້ວຍຄວາມດູດດື່ມວ່າ: “ ຍາມລະດູໜາວຕອນນັ້ນຂ້ອຍໄດ້ຫາຟືນຢູ່ແຫ່ງນັ້ນ, ທາງເທິງພູທັງຊັນທັງກັນດານຈົນງົວກໍຢືນຊົງຕົວບໍ່ໄດ້, ແຕ່ວ່າຂ້ອຍຍັງສາມາດເປ້ຟືນມັດໃຫຍ່ຍ່າງກັບຄືນໄດ້.”
ຄຳເຫັນ
0