吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ຫຼຽງ​ເຈ່ຍ​ເຫີ 7

2019-12-03 15:07:14 cri

 

ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ວ່າ, ທ່ານ​​ບໍ່ເຄີຍລືມ​ບ້ານຫຼຽງ​ເຈ່ຍ​ເຫີ​ແລະ​ພໍ່​ແມ່​ຊາວ​ບ້ານຫຼຽງ​ເຈ່ຍ​ເຫີ​ຈົນ​ເທົ້າ​ໃດໆ, ບໍ່​ວ່າ​ຈະ​ໄປ​ຮອດ​ໃສ​ຈະ​ຢູ່​ບ່ອນ​ໃດ, ບໍ່​ວ່າ​ຈະ​ຈາກ​ກັນ​ດົນ​ປານ​ໃດ​ກໍ​ຕາມ, ກໍ່​ຍັງ​​ຈະມີ​ຄວາມ​ຫ່ວງ​ໃຍ​​ມາ​ຫາ​​ຕະຫຼອດໂດຍ​ຂ້າມຜ່ານ​ພູ​ພັນ​ໜ່ວຍ​ນ້ຳໝື່ນ​ສາຍ.

 

​ມີ​ເທື່ອ​ໜຶ່ງ, ເມຍ​ຂອງຫຼຽງ​ຢ້າວ​ສາຍ​ເຈັບ​ໜັກ, ເມື່ອ​ທ່ານ​ສີ​ຈິ້ນ​ຜິງ​ຮູ້​ຂ່າວ​ແລ້ວ ກໍ່​ໄດ້​ຝາກເງິນ​ມາ​ຊ່ວຍ​ເຫຼືອ 1.000 ຢວນ​. ປີ 2015, ທ່ານ​ສີ​ຈິ້ນ​ຜິງ​ກັບ​​ໄປ​ຢາມບ້ານຫຼຽງ​ເຈ່ຍ​ເຫີ, ຫຼຽງ​ຢ້າວ​ສາຍ​ຈັບ​ມື​ທ່ານ​ສີ​ຈິ້ນ​ຜິງ​ແລະ​ເວົ້າ​ວ່າ: “ເງິນ​ທີ່​ອ້າຍ​ຝາກ​ມາ​ໃຫ້​ນ້ອງ​ໃນ​ປີນັ້ນ​ໄດ້​ຮັບ​ແລ້ວ, ຄວາມ​ຮັກ​ຄວາມ​ແພງ​ຂອງ​ອ້າຍ, ນ້ອງ​ຈະ​ບໍ່ຫຼົງ​ລືມ​ຈົນ​ເທົ້າ​ໃດ​ໆ”. ຫຼຽງ​ຢູ້​ມິງ​ເຄີຍ​ໄປ​ຢາມ​ທ່ານ​ສີ​ຈິ້​ນ​ຜິງຫຼາຍ​ເທື່ອ, ພົບ​ກັນ​ເທື່ອ​ໃດ, ທ່ານ​ສີ​ຈິ້ນ​ຜິງ​ກໍ່​ຕ້ອງ​ຖາມ​ເຖິງ​ປະ​ຊາ​ຊົນ ແລະ​ເລື່ອງ​ຕ່າງໆ​ໃນ​ບ້ານ​ຢ່າງ​ລະ​ອຽດ. ຖ້າ​ຮູ້​ວ່າ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ບ້ານ​ມີ​ຄວາມ​ຫຍຸ້ງ​ຍາກ, ທ່ານ​ກໍ່​ຮູ້​ສຶກບໍ່​ສະ​ບາຍ​ໃຈ; ​ຖ້າ​ວ່າຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ບ້ານ​ດີ​ຂຶ້ນ, ທ່ານກໍ່​ດີ​ໃຈ​ນຳ.

 

图片默认标题_fororder_liangjiahe71

 

ປີ 2019, ທ່ານ​ສີ​ຈິ້ນ​ຜິງ​ຖ່າຍ​ຮູບ​ຮ່ວມ​ກັບ​ໝູ່​ທີ່​ເຄີຍຫຼິ້ນ​ນຳ​ກັນ​ມາ​ແຕ່​ນ້ອຍ​ຢູ່​ນະ​ຄອນ​ຢຽນ​ອ່ານ

 

ເດືອນ​ພະ​ຈິກ 2009, ທ່ານ​ສີ​ຈິ້ນ​ຜິງ​ໄປ​​ເຄື່ອນ​ໄຫວ​ເຮັດ​ວຽກ ແລະ​ສຳຫຼວດ​ຄົ້ນ​ຄວ້າ​ຢູ່​ນະ​ຄອນ​ຢຽນ​ອ່ານ, ຍ້ອນ​ເວ​ລາ​ຈຳ​ກັດ, ທ່ານບໍ່​ສາ​ມາດ​ໄປ​ເຖິງ​ບ້ານຫຼຽງ​ເຈ່ຍ​ເຫີ. ແຕ່​ວ່າ ທ່ານກໍ່​ໄດ້​ເຊີນ “ໝູ່​ທີ່​ເຄີຍ​ຫຼີ້ນ​ນຳ​ກັນ​ມາ​ແຕ່ນ້ອຍ” ມາ​ຫາ​ຢູ່​​ນະ​ຄອນ​ຢຽນອ່ານ. ໃນ​ເວ​ລາ​ໂອ້​ລົມ​ສົນ​ທະ​ນາ​ກັນກັບ​ເຂົາ​ເຈົ້າ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຝາກ​ຄຳ​ເວົ້າ​ໄວ້​ເທື່ອ​ແລ້ວ​ເທື່ອ​ອີກວ່າ: “ອອກ​ຄວາມ​ຄິດ​ເຫັນ​​ຊ່ວຍ​ບ້ານຫຼຽງ​ເຈ່ຍ​ເຫີ​ໃຫ້ຫຼາຍແດ່, ຊ່ວຍ​​ສື​ຊຸ່ນ​ຢາງ​ແກ້​ໄຂວຽກ​ບ້ານ​ໃຫ້​ດີ.”

 

​ວູ​ຮຸ່ຍ ທີ່​ຊາວ​ບ້ານ​ມັກ​ເອີ້ນ​ເປັນ “ແທ​ໂສ້” ຫຼື “ກະ​ແຈ​ເຫຼັກ” ບອກວ່າ, ຂໍ​ແຕ່​ວ່າຊາວ​ບ້ານ​​ພົບຄວາມ​ຫຍຸ້ງ​ຍາກ​ແລ້ວ​ໄປ​ຫາ​ທ່ານ​ສີ​ຈິ້ນ​ຜິງ, ເພິ່ນກໍ່​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ. ຂໍ​ແຕ່​ວ່າ​​ຂຽນຈົດ​ໝາຍ​ໄປຫາ, ເພິ່ນກໍ່​ຕອບ​ມາ​ທຸກ​ຄັ້ງ. ວັນ​ທີ 28 ສິງ​ຫາ 2007, ວັນ​ທີ 12 ກໍ​ລະ​ກົດ 2008, ວັນ​ທີ 2 ພຶດ​ສະ​ພາ 2011, ແລະ​ວັນ​ທີ 5 ພຶດ​ສະ​ພາ 2014, ທ່ານ​ສີ​ຈິ້ນ​ຜິງ​ໄດ້​​ຂຽນ​ຈົດ​ໝາຍ​ໄປ​ຫາ​ບ້ານຫຼຽງ​ເຈ່ຍ​ເຫີ 4 ເທື່ອ, ຫວັງ​​ຢາກໃຫ້​ຊາວ​ບ້ານ​ໄດ້​ດຳ​ລົງ​ຊີ​ວິດ​​ອິ່ມ​ໜຳ​ສຳ​ລານ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

 

ຄວາມ​ຮັກ​ຄວາມ​ແພງ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ຊາວ​ບ້ານ​ຈື່​ຈຳໄວ້​ຕະຫຼອດ, ກໍ່​ເໝືອນ​ດັ່ງ​ຄຳ​ເວົ້າ​ຂອງ​ພວກ​ເຂົາ​ເຈົ້າ​ທີ່ວ່າ: “​ຈິດ​ໃຈ​ຂອງ​ຈິ້ນ​ຜິງ​ຢູ່​ນຳຫຼຽງ​ເຈ່ຍ​ເຫີ​ຕະຫຼອດ​ເວ​ລາ.”

 

图片默认标题_fororder_liangjiahe72
 

ບ້ານ​ຫຼຽງ​ເຈ່ຍ​ເຫີ
 

​​ສາຍ​ນ້ຳຫຼຽງ​ເຈ່ຍ​ເຫີ​ເຊື່ອງ​ຢູ່​ໃນ​ຮ່ອມ​​ພູ​ທັງ​ຍາວ​ທັງ​ແຄບ, ຖ້າ​ເລີ່ມ​ຈາກ​ປາກ​ຮ່ອມ​ຍ່າງ​ເຂົ້າ​ໄປ​ໃນ, ​ຮ່ອມ​ພູ​ບາງ​ຕອນກວ້າງ​ບາງ​ຕອນ​ແຄບ, ແລະ​ຍັງ​ມີ​ຮ່ອມ​ນ້ອຍ​ທີ່​ສະຫຼັບ​ສັບ​ຊ້ອນ​ແຈກ​ຍາຍອອກໄປ, ບ້ານຫຼຽງ​ເຈ່ຍ​ເຫີ​ກໍ່​ຕັ້ງ​ຢູ່​ຕອນ​ທ້າຍ​ຂອງ​ຮ່ອມນີ້. ຈາກ​​ຕາ​ແສງ​ເວີນ​ອ່ານ​ຢີ້​ໄປ​ຫາ​ບ້ານຫຼຽງ​ເຈ່ຍ​ເຫີ​​ປະ​ມານ 8 ກິ​ໂລ​ແມັດ, ທາງ​ເສັ້ນ​ນ້ອຍ​ຄັບ​ແຄບນີ້ເປັນ​ທາງດິນແດງ, ເມື່ອ​ຄົນ​ຍ່າງ​ຜ່ານ, ຂີ້​ຝຸ່ນ​ກໍ່ປິວ​ຂຶ້ນ​ໃສ່​ດັງ​ເຂົາ​ເຈົ້າ​ທັນ​ທີ.
 

图片默认标题_fororder_liangjiahe73
 

ຖ້ຳ​ເຮືອນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ຢູ່​ໃນ​ເວ​ລາ​ລົງ​ພື້ນ​ຖານ​ຢູ່​ບ້ານຫຼຽງ​ເຈ່ຍ​ເຫີ

 

​ບ້ານຫຼຽງ​ເຈ່ຍ​ເຫີ​ມີ​ທັງ​ໝົດ 60 ຄອບ​ຄົວ, ແລະ​ປະ​ຊາ​ກອນ 200 ກວ່າ​ຄົນ, ຢາຍ​ກັນ​ຢູ່​​ເຮືອນຖ້ຳ​ທີ່​ສ້າງ​ຕິດ​ກັບ​ພູ​ຢູ່​ຕາມ​ສອງ​ຟາກ​ນ້ຳ. ໃນ​ເຮືອນ​ຖ້ຳ​ມີ​ຕຽງ​ທີ່ກໍ່​ດ້ວຍ​ດິນ​ຈີ່, ຢູ່​ກ້ອງ​ຕຽງ​ມີ​ຮູ​ລ່ວງ​ເພື່ອໃຫ້​ອາຍ​ຮ້ອນ​ຈາກ​ເຕົາ​ໄຟ​ມາ​ຮົມ​ເພື່ອ​ຄວາມ​ອົບ​ອຸ່ນໃນເວ​ລາ​ນອນ​ຍາມ​ໜາວ​ຂອງ​​ປະ​ຊາ​ຊົນພາກ​ເໜືອ​ສານ​ຊີ່, ເມື່ອ​ດັງ​ໄຟ​ແຕ່ງ​ກິນ, ​ຕຽງ​ກໍ່​ຈະ​ອຸ່ນ​ພ້ອມ. ນີ້​ແມ່ນ​ຫົວ​ຄິດ​ປະ​ດິດ​ສ້າງ​ດ້ານ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ພາກ​ເໜືອ​ສານ​ຊີ່. ທ່ານ​ສີ​ຈິ້ນ​ຜິງ​ແລະ​ໄວ​ໜຸ່ມ​ປັນ​ຍາ​ຊົນ​ອີກ 5 ຄົນ​ກໍ່​ນອນ​ຮ່ວມ​ຕຽງ​ດຽວ​ກັນ.

 

ຄວາມ​ໜັກໜ່ວງ​ດ້ານ​ການ​ອອກ​ແຮງ​ງານ​ຂອງ​ຊາວ​ກະ​ສິ​ກອນ​ໄດ້​ເຮັດ​ໃຫ້​ສີ​ຈິ້ນ​ຜິງ​ທີ່​ຫາກໍ່​ໄປ​ຮອດ​ບ້ານຫຼຽງ​ເຈ່ຍ​ເຫີ​ຮູ້​ສຶກ​ຕົກ​ໃຈ​ແຮງ. ຊາວ​ກະ​ສິ​ກອນຕື່ນ​​ແຕ່​ເຊົ້າ, ຫາກໍ່ 6 ໂມງ​ເຊົ້າ ເຂົາ​ເຈົ້າ​ກໍ່​ລຸກ​ຂຶ້ນ​ໄປ​ເຮັດ​ວຽກ​ຢູ່​ເທິງ​ພູ. ເມື່ອ​​​ປີນ​ຂຶ້ນ​ເທິງ​ພູ, ຄົນ​ກໍ່​ຫາຍ​ໃຈ​ຍາກ​​ແລະເມື່ອຍຫຼາຍ​ແລ້ວ, ແຕ່​ຍັງ​ຕ້ອງເຮັດ​ວຽກ​, ຈົນ​ຮອດ​ເວ​ລາ​ກິນ​ເຂົ້າ​ທ່ຽງ​, ບໍ່​ມີ​ເວ​ລາ​ພັກ​ຜ່ອນເລີຍ.

 

ຢູ່ຊົນ​ນະ​ບົດ​ບໍ່​ມີ​ເງື່ອນ​ໄຂ​​ສະ​ດວກ​ໃນການ​ອາບ​ນ້ຳ, ໃນ​ຍາມ​ໜາວ, ກໍ່​ຕົ້ມ​ນ້ຳ​, ໃຊ້​ຜ້າ​ເຊັດ​ໂຕ​ກໍ່​ແລ້ວ​ໄປ. ເມື່ອ​ອາ​ກາດ​ອຸ່ນ​ຂຶ້ນ, ພ​ວກ​ໄວ​ໜຸ່ມ​ປັນ​ຍາ​ຊົນ​ທັງຫຼາຍກໍ່​ຈະ​ໄປ​ອາບ​​ນ້ຳຢູ່​ແຄມ​ສາຍນ້ຳ, ເຖິງວ່າ​ໄດ້​ນຸ່ງ​ສົ້ງ​ລອຍ​ນ້ຳ, ແຕ່​ຊາວ​ບ້ານ​ຍັງ​ຫົວ​ຂວັນ​ເຂົາ​ເຈົ້າ​ວ່າ ເປັນ​ໄວ​ໜຸ່ມ​ແລ້ວ​ຍັງ​ປະ​ໂຕ, ຈາກນັ້ນ ເຂົາ​ເຈົ້າ​ກໍ່​ບໍ່​ໄດ້​ໄປ​ອາບ​ຄື​ແນວນັ້ນ​ອີກ.

 

ການ​ຖູ​ແຂ້ວກໍ່​ເກືອບ​ເປັນ​ເລື່ອງ​ທີ່​ຖືກ​ຫົວ​ຂວັນ. ຄົນ​ໃນ​ບ້ານບໍ່​ເຂົ້າ​ໃຈ​​ເລື່ອງການ​ຖູ​ແຂ້ວ​ແມ່ນ​ຫຍັງ, ຕອນ​ເຊົ້າ​ເຫັນ​ໄວ​ໜຸ່ມ​ປັນ​ຍາ​ຊົນ​ຖູ​ແຂ້ວ ກໍ່​ເວົ້າ​ກັນ​ວ່າ “ໄວ​ໜຸ່ມ​ປັນ​ຍາ​ຊົນພວກ​ນີ້ບໍ່​ຮູ້​ເປັນ​ຫຍັງ, ຕອນ​ເຊົ້າ​ລຸກ​ຂຶ້ນ​ມາກໍ່​​ຄາຍ​​ຝອດ​ຂາວ.” ອອກ​ມາ​ໂລດ.

 

ຕ້າຍ​ມີງທີ່​ເປັນ​ໄວ​ໜຸ່ມ​ປັນ​ຍາ​ຊົນ​ທີ່​ໄປ​ເຮັດ​ວຽກ​ຢູ່​ບ້ານ​ຫຼຽງ​ເຈ່ຍ​ເຫີ​ໃນ​ໄລ​ຍະ​ດຽວ​ກັນບອກ​ວ່າ, ​ທ່ານ​ສີ​ຈິ້ນ​ຜິງບໍ່​ເຄີຍ​ຈົ່ມທຸກ​ຈົ່ມ​ຍາກ​ຈັກ​ເທື່ອ, ເປັນ​ຄົນ​ເຂັ້ມ​ແຂງຫຼາຍ. ຊາວ​ບ້ານ​ໃຜ​ກໍ່​ຮູ້​ສຶກວ່າ ໃນ​ໂຕ​ສີ​ຈິ້ນ​ຜິງບໍ່​ມີ “ກິ່ນ​ຕົວ​ເມືອງ”ທີ່​ເຮັດ​ໃຫ້​ຄົນ​ບໍ່​ກ້າ​ເຂົ້າ​​ມາໃກ້ຊິດ.

 

ບ້ານຫຼຽງ​ເຈ່ຍ​ເຫີ​ມີ​ຜູ້​ບ່າວ​ຜູ້​ໜຶ່ງ​ຊື່​ວ່າ “ຫຼີງ​ຫວາ”, ຫຼີງ​ຫວາ​ເປັນ​ຄົນ​ປັນ​ຍາ​ອ່ອນ, ​ບໍ່​​ຢາກ​ເວົ້າ​ຫຍັງ​ກະ​ເວົ້າ​ໂລດ ບໍ່​ຮູ້​ຖືກ​ຮູ້​ຜິດ, ຢາກ​ເຮັດ​ຫຍັງ​ກະ​ເຮັດ​ຕາ​ມ​ໃຈ​ຕົນ​ເອງ, ເຮັດ​ວຽກ​ຫຍັງ​ຊ້ຳ​ພັດ​ເຮັດ​ໄດ້​ດີຫຼາຍ. ທ່ານ​ສີ​ຈິ້ນ​ຜິງ​ແລະ​ໄວ​ໜຸ່ມ​ປັນ​ຍາ​ຊົນຫຼາຍ​ຄົນ​ລ້ວນ​ແຕ່​ມັກ​ສູບ​ຢາ, ໃນ​ເວ​ລາ​ພັກ​ຜ່ອນ, ເຂົາ​ເຈົ້າ​ມັກ​ມ້ວນ​ຢາ​ມາ​ສູບ. ບາງ​ເທື່ອ, ທ່ານ​ສີ​ຈິ້ນ​ຜິງ​ມ້ວນ​ຢາ​ແລ້ວ, ຄາບ​ຢູ່​ປາກ ຫາກໍ່​ສູບ, ກໍ່​ຖືກຫຼີງ​ຫວາ​ແລ່ນ​ມາ​ຍາດ​ໄປ, ແລ້ວຢ່ອ​ງ​ຖີ້ມ​ທັນ​ທີ. ເລື່ອງ​ແບບນີ້​ເກີດ​ຂຶ້ນ​ເລື້ອຍໆ, ແຕ່ບໍ່​ມີ​ໃຜ​ເຫັນ​ທ່ານ​ສີ​ຈິ້ນ​ຜິງ​ເຄີຍ​ຄຽດ​ ຫຼື​ໃຈ​ຮ້າຍ​ຈັກ​ເທື່ອ.

ຄຳ​ເຫັນ

0