ໃນສາຍຕາຂອງພວກໄວໜຸ່ມປັນຍາຊົນ, ວິຖີດຳລົງຊີວິດຂອງບ້ານຫຼຽງເຈ່ຍເຫີເປັນແບບປະຖົມປະຖານຫຼາຍ.
ເຮືອນຢູ່ຂອງຊາວບ້ານຫຼຽງເຈ່ຍເຫີເປັນແບບປະຖົມປະຖານຫຼາຍ, ເຂົາເຈົ້າຢູ່ໃນເຮືອນຖ້ຳດິນ, ໃນເຮືອນຖ້ຳບໍ່ພຽງແຕ່ມີເຫັບ,ໝັດ,ໜູ, ບາງເທື່ອຍັງມີແມງງອດ ຫຼືວ່າມີງູກໍເປັນໄປໄດ້.
ການປຸງແຕ່ງອາຫານກໍເປັນແບບປະຖົມປະຖານຄືກັນ, ເຂົາເຈົ້າໃຊ້ໂມ້ຫີນໂມ້ພືດພັນທັນຍາຫານໃຫ້ເປັນແປ້ງ ຕົວຢ່າງເຊັ່ນ, ໃນເວລາປຸງແຕ່ງສາລີ ກໍໃຊ້ໂມ້ໂມ້ໃຫ້ເປັນເມັດ ເພື່ອເອົາໄປຕົ້ມເຂົ້າປຽກກິນ ຫຼືໂມ້ເປັນແປ້ງເພື່ອເອົາໄປເຮັດເຂົ້າໜົມ. ເຖິງຈະໃຊ້ໂຕລໍລາກກ້ອນຫີນໂມ້ກໍຕາມ, ແຕ່ການປຸງແຕ່ງທຸກເທື່ອກໍຕ້ອງເປືອງເວລາຫຼາຍ. ພວກໄວໜຸ່ມປັນຍາຊົນບໍ່ຊ່າງເຮັດວຽກປຸງແຕ່ງເຫຼົ່ານີ້, ທຳອິດກໍເລີຍກິນເຂົ້າເດືອຍທີ່ບໍ່ຕ້ອງປຸງແຕ່ງຫຍັງ, ຄືຫຸງເຂົ້າເດືອຍກິນໄດ້ເລີຍ; ແລ້ວຈິ່ງກິນສາລີ, ເພາະໂມ້ສາລີໃຫ້ເປັນເມັດກໍສາມາດເອົາໄປຕົ້ມເຂົ້າປຽກໄດ້ເລີຍ; ສຸດທ້າຍຈິ່ງຈະກິນເຂົ້າເບຼ, ເພາະການປຸງແຕ່ງເຂົ້າເບຼຕ້ອງຜ່ານຫຼາຍຂັ້ນຕອນ,ໃຊ້ເວລາຫຼາຍທີ່ສຸດ.
ນອກຈາກນີ້ແລ້ວ, ສິ່ງທີ່ປະຖົມປະຖານຍັງມີ ເຄື່ອງມືອອກແຮງງານແລະຮູບແບບການຜະລິດ. ເຖິງແມ່ນວ່າ ຕອນຮຽນຢູ່ນະຄອນຫຼວງປັກກິ່ງ ເຄີຍໄດ້ໃຊ້ເຄື່ອງມືກະສິກຳແບບງ່າຍໆບາງຢ່າງກໍຕາມ, ແຕ່ເຄື່ອງມືອອກແຮງງານຂອງພາກເໜືອແຂວງສ້ານຊີ່ຍັງໄດ້ສ້າງພາບປະທັບໃຈອັນເລິກເຊິ່ງໃຫ້ແກ່ພວກໄວໜຸ່ມປັນຊາຊົນ. ໄມ້ຄານແມ່ນເຮັດດ້ວຍໄມເນື້ອແຂງ, ບໍ່ສາມາດກົ່ງໄດ້. ສະນັ້ນ ເພື່ອບໍ່ໃຫ້ໄມ້ຄານຫັກ, ຢູ່ພາກກາງຍັງຕ້ອງມັດເຫຼັ້ມໄມ້ສັ້ນເພື່ອໃຫ້ໝັ້ນຄົງ. ໃຊ້ໄມ້ຄານຊະນິດນີ້ຫາບເຄື່ອງມັກຈະຮຸກຖູເຮັດໃຫ້ໜັງບ່າໄຫຼ່ລອກ.
ຫຼຽງເຈ່ຍເຫີເປັນບ້ານທີ່ທຸກຍາກຫຼາຍ. ຊາວບ້ານບາງຄົນນຸ່ງເຄື່ອງພຽງຊຸດດຽວຕະຫຼອດປີ ໂດຍບໍ່ມີອັນປ່ຽນ. ໃນຍາມໜາວ,ກໍເອົາຝ້າຍຫຍິບໃສ່ຊັ້ນໃນ; ເມື່ອອາກາດອຸ່ນຂຶ້ນ, ຈິ່ງມ້າງເອົາຝ້າຍອອກ.
ອາຫານກໍບໍ່ພໍກິນ, ບາງຄົນກໍເອົາໝາກທັນທີ່ບໍ່ດີໂມ້ເປັນແປ້ງແລ້ວປົນກັບແປ້ງສາລີ ເຮັດເປັນເຂົ້າໜົມ. ອາຫານຊະນິດນີ້ກິນແລ້ວຍ່ອຍຍາກ. ເພື່ອຮັບມືກັບການຂາດແຄນອາຫານ, ຊາວບ້ານທັງຫຼາຍກິນອາຫານແຫຼວໆທຸກຄາບເຊົ້າແລະຄາບແລງ, ຕອນທ່ຽງຈິ່ງກິນອາຫານແຫ້ງ ເພື່ອເອົາແຮງທົດແທນທີ່ເສຍໄປໃນການອອກແຮງງານ. ແຕ່ວ່າ ສ່ວນຫຼາຍຈະບໍ່ກຸ້ມເຖິງເວລານອນພໍຮອດຕອນກາງຄືນກໍຮູ້ສຶກຫິວເຂົ້າຈົນທ້ອງຮ້ອງແບບທໍລະມານຫຼາຍ, ບາງຄົນຍິບເອົາເກືອໃສ່ນ້ຳແລ້ວກິນໃຫ້ອິ່ມແລ້ວຂ້ຽວນອນ.
ທຳມະຊາດທີ່ກັນດານເຮັດໃຫ້ຄົນຮູ້ສຶກເກງຂາມ. ພາກເໜືອສ້ານຊີ່ມີອາກາດແຫ້ງແລ້ງ,ຝົນຕົກໜ້ອຍ, ທີ່ດິນບໍ່ເໝາະແກ່ການປູກຝັງ. ຊາວບ້ານຫຼຽງເຈ່ຍເຫີດຳລົງຊີວິດຢ່າງອົດທົນຄືແນວນີ້ ເໝືອນດັ່ງຕົ້ນຫຼິວທີ່ເກີດຢູ່ຮ່ອມພູພາກເໜືອສ້ານຊີ່ ໂດຍຈະອອກແຮງຝັງຮາກເລິກລົງໃຕ້ດິນເພື່ອມີຊີວິດດ້ວຍຄວາມອົດທົນ.
ຕອນຫາກໍ່ໄປຮອດບ້ານຫຼຽງເຈ່ຍເຫີ, ທ່ານສີຈິ້ນຜິງພ້ອມພວກໄວໜຸ່ມປັນຊາຊົນໄດ້ກິນເຂົາໜົມແປ້ງສາລີແລະເຂົ້າໜົມແປ້ງຖົ່ວເປັນອາຫານໃນທຸກຄາບເຂົ້າເປັນໄລຍະໜຶ່ງ, ເຊິ່ງຕາມປົກກະຕິ,ອາຫານເຫຼົ່ານີ້ ພວກພໍ່ແມ່ຊາວບ້ານບໍ່ໄດ້ກິນເພາະເສຍດາຍຈຶ່ງຮັກສາໄວ້ກິນໃນເວລາສຳຄັນຕ່າງໆເຊັ່ນວັນຍບຸນ, ເທດສະການທີ່ສຳຄັນໆ. ຊີວິດໃນຊົນນະບົດກັບຊີວິດຂອງພວກໄວໜຸ່ມປັນຍາຊົນໃນປັກກິ່ງ ມັນແຕກໂຕນກັນຫຼາຍ, ແຕ່ຊີວິດເຂົາເຈົ້າກໍຍັງດີກວ່າພໍ່ແມ່ປະຊາຊົນໃນບ້ານ.
ເມື່ອກິນເຂົ້າຢູ່ເທິງພູເວລາຫວ່າງຈາກການອອກແຮງງານ, ພວກໄວໜຸ່ມປັນຊາຊົນໄດ້ກິນເຂົ້າໜົມສາລີສີເຫຼືອງງາມ, ຊາວບ້ານເບິ່ງແລ້ວກໍເວົ້າວ່າ ອາຫານທີ່ໄວໜຸ່ມປັນຍາຊົນພວກເຈົ້າກິນນັ້ນແມ່ນອາຫານແທ້ໆ. ທ່ານສີຈິ້ນຜິງໄດ້ຈັບເອົາເຂົ້າໜົມທີ່ເຮັດດ້ວຍຮຳຂອງພໍ່ແມ່ຊາວບ້ານມາເບິ່ງແລ້ວຮູ້ສຶກວ່າມັນເປັນອາຫານກິນຍາກແທ້ໆ, ເພິ່ນກໍເລີຍເອົາເຂົ້າໜົມສາລີຂອງຕົນໄປປ່ຽນເອົາເຂົ້າໜົມບໍ່ດີຂອງພໍ່ແມ່ຊາວບ້ານມາກິນ,ຊາວບ້ານທີ່ອອກແຮງງານຮ່ວມກັນນັ້ນກໍໄດ້ຍ້ອງວ່າ “ຈິ້ນຜິງຍອມສູ້ທົນທຸກທົນຍາກ,ບໍ່ຕິອາຫານ.”
ເຂົ້າໜົມທີ່ເຮັດດ້ວຍຮຳທີ່ຊາວບ້ານກິນນັ້ນຈັ່ງແມ່ນກິນຍາກຫຼາຍ ແລະມີທາດອາຫານ ທີ່ມີຄຸນປະໂຫຍດໜ້ອຍ, ກິນແລ້ວອອກແຮງງານບໍ່ພໍເທົ່າໃດນາທີກໍຮູ້ສຶກຫິວເຂົ້າອີກ. ບາງເທື່ອ, ທ່ານສີຈິ້ນຜິງຫິວຈົນບໍ່ໄຫວແລ້ວ ກໍໄປເປີດກະເປົາອາຫານຂອງຊາວບ້ານເພື່ອເອົາເຂົ້າໜົມທີ່ເຮັດດ້ວຍຮຳກິນອີກຈັກສອງຄຳ. ແຕ່ເພິ່ນພົບວ່າ ເຂົ້າໜົມສາລີທີ່ຕົນເອົາໃຫ້ຊາວບ້ານນັ້ນຍັງປະໄວ້ຫັ້ນຄືເກົ່າ ກໍເລີຍຖາມແມ່ຊຸ່ນວ່າ: “ເປັນຫຍັງພວກແມ່ບໍ່ກິນເຂົ້າໜົມສາລີ?”ແມ່ຊຸ່ນຕອບໂດຍກົງວ່າ : “ເຂົ້າໜົມສາລີທີ່ພວກເຈົ້າເອົາໃຫ້ນັ້ນແມ່ນອາຫານແທ້ໆ, ຜູ້ຊາຍແລະເດັກນ້ອຍໃນເຮືອນ ແຮ່ງທຸກ, ຕ້ອງຈົ່ງໄວໃຫ້ເຂົາເຈົ້າກິນ.” ເລື່ອງນີ້ໄດ້ເຮັດໃຫ້ທ່ານສີຈິ້ນຜິງສະເທືອນໃຈຫຼາຍ, ຊີວິດການເປັນຢູ່ຂອງຊາວບ້ານຈັ່ງແມ່ນທຸກຍາກລຳບາກຫຼາຍ.
ຄຳເຫັນ
0