ການປະຕິຮູບແລະໄຂປະຕູສູ່ພາຍນອກເຮັດໃຫ້ຊາວບ້ານຫຼຽງເຈ່ຍເຫີມີຊີວິດການເປັນຢູ່ດີຂຶ້ນ.
ນາງຫຼິວຢ້ວຍຫຼຽນເກີດຢູ່ໃນຄອບຄົວທຸກຍາກ.ໃນຄວາມຊົງຈຳໃນໄວເດັກຂອງນນາງ, ນາງກັບນ້ອງຊາຍແລະນ້ອງສາວບໍ່ເຄີຍໃສ່ເກີບໃນຍາມລະດູຮ້ອນຈັກເທື່ອ, ກາງຄືນ ເອື້ອຍນ້ອງ 4 ຄົນນອນຫົ່ມຜ້າຫົ່ມຜືນດຽວກັນ, ການກິນຂະໜົມແປ້ງເຂົ້າເບຼຂາວຫຼືໝານໂຖ່ກໍ່ ເປັນພຽງຄວາມຝັນທີ່ຊື່ໆ.
ໃນເວລາອາຍຸ 17 ປີ ນາງຫຼິວຢ້ວຍຫຼຽນໄດ້ແຕ່ງງານກັບທ້າວກົງເຈິ້ງຝູທີ່ເປັນຊາວບ້ານຫຼຽງເຈ່ຍເຫີ, ຊີວິດຫຼັງແຕ່ງງານແລ້ວກໍ່ຫຍຸ້ງຍາກຄືເກົ່າ.
ຫຼັງຈາກທ່ານສີຈິ້ນຜິງດຳລົງຕຳແໜ່ງເປັນເລຂາຄະນະພັກກອງຜະລິດບ້ານຫຼຽງເຈ່ຍເຫີແລ້ວ, ທ່ານໄດ້ສ້າງສະຫະກອນຕີເຫຼັກ, ຮ້ານຄ້າ, ສະຫະກອນຕັດຫຍິບຂຶ້ນ.ສະຫະກອນຕັດຫຍິບຕ້ອງເລືອກແມ່ຍິງສາມຄົນໄປເຮັດວຽກ, ນາງຫຼິວຢ້ວຍຫຼຽນບໍ່ຄິດເລີຍວ່າຕົນເອງໄດ້ຖືກຮັບເລືອກໄປ, ດີໃຈຕື່ນເຕັ້ນຈົນນອນບໍ່ຫຼັບໝົດຄືນ.
ລະດູໃບໄມ້ບົ່ງເມື່ອປີ 1984, ນາງຫຼິວຢ້ວຍຫຼຽນໄດ້ຍິນຄຳນີ້ເປັນຄັ້ງທຳອິດວ່າ: ມອບໃຫ້ຄອບຄົວເປັນຜູ້ຮັບເໝົາໂດຍກົງໃນການຜະລິດກະສິກຳ ເຊິ່ງເວລານັ້ນ ນາງຍັງບໍ່ຮູ້ວ່າຄຳນີ້ມີຄວາມໝາຍສຳຄັນແນວໃດຕໍ່ຂອງຕົນ, ແລະການປະຕິຮູບຄັ້ງໜຶ່ງທີ່ຈະສົ່ງຜົນສະທ້ອນຕໍ່ຊົນນະບົດທົ່ວປະເທດຈີນໄດ້ເລີ່ມຂຶ້ນແລ້ວ.
ເຊັ່ນດຽວກັນກັບຊາວນາສ່ວນຫຼາຍຂອງແຂວງສ້ານຊີ, ຄອບຄົວຂອງນາງຫຼິວຢ້ວຍຫຼຽນໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນດ້ວຍຄວາມດຸໝັ່ນຫ້າວຫັນ. ມີອາຫານການກິນຢ່າງພຽງພໍແລ້ວ, ແຕ່ພັດຍັງບໍ່ມີເງິນແຮໄວ້. ເມື່ອໄດ້ເຫັນມີຄົນອອກໄປຊອກວຽກເຮັດງານທຳຢູ່ໃນເມືອງ, ນາງຫຼິວຢ້ວຍຫຼຽນກໍ່ຄິດຢາກໄປເຮັດວຽກຢູ່ໃນເມືອງເຊັ່ນກັນ. ໃນເວລາຫວ່າງວຽກໄຮ່ການນາແລ້ວ, ນາງກັບຜົວກໍ່ເຂົ້າເມືອງ ໄປເຮັດວຽກຢູ່ໂຮງງານຜະລິດກະແລມ, ຈິ່ງມີລາຍຮັບເພີ່ມໜ້ອຍໜຶ່ງ ເຮັດໃຫ້ຊີວິດຄ່ອຍໆດີຂຶ້ນ, ເຊິ່ງຜົວເມຍຄູ່ນີ້ຈິ່ງຖືກເອີ້ນເປັນ ຊາວກະສິກອນຜູ້ທີ່ໄປເຮັດວຽກຢູ່ໃນຕົວເມືອງຮຸ່ນທີ 1 ຂອງບ້ານຫຼຽງເຈ່ຍເຫີ.
ການປະຕິຮູບ ໄດ້ນຳເອົາການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃຫ້ຊົນນະບົດ, ສ່ວນການໄຂປະຕູສູ່ພາຍນອກ, ກໍ່ນຳເອົາຄວາມອາດເປັນໄປໄດ້ທຸກຢ່າງໄປໃຫ້ການປ່ຽນແປງເຫຼົ່ານີ້.
ວັນທີ 27 ກັນຍາ ປີ 1993, ທ່ານສີຈີ້ນຜິງເມື່ອຢາມພໍ່ແມ່ປະຊາຊົນຂອງບ້ານຫຼຽງເຈ່ຍເຫີ
ປີ 1993 ທ່ານສີຈິ້ນຜິງທີ່ເປັນເລຂາຄະນະພັກນະຄອນຝູໂຈ່ວໄດ້ກັບເມືອຢາມບ້ານຫຼຽງເຈ່ຍເຫີ, ເມື່ອໄດ້ເຫັນວ່າຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນດີຂຶ້ນ, ທ່ານກໍ່ດີໃຈຫຼາຍ.ການກິນອີ່ມເຄີຍເປັນຄວາມຝັນຂອງທ່ານແລະພໍ່ແມ່ປະຊາຊົນ, ເມື່ອໄດ້ເຫັນທຸກຄອບຄົວມີທັນຍາຫານທີ່ເຫຼືອກິນແລ້ວ, ຊິບໍ່ໃຫ້ທ່ານດີໃຈໄດ້ແນວໃດ!
ຄຳເຫັນ
0