ຢູ່ໃນຫ້ອງໜັງສືຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງ, ໄດ້ມີຮູບຖ່າຍໃບໜຶ່ງ ເຊິ່ງໄດ້ບັນທຶກ ໄວ້ກ່ຽວກັບ ທ່ານສີຈິ້ນຜິງຈັບມືກັບທ່ານນາງຊີຊິນ ແມ່ຂອງຕົນກຳລັງຍ່າງຫຼິ້ນຢູ່ໃນສວນສາທາລະນະ.
ການກະດັນຍູພໍ່ແມ່, ຖືສຳຄັນນຳຄວາມຮັກແພງໃນຄອບຄົວ ແມ່ນຄວາມເຊື່ອຖືອັນເລິກເຊິ່ງຂອງທ່ານສີຈິ້ນຜິງ ກ່ຽວກັບຄອບຄົວ. ພໍ່ແມ່ ຂອງທ່ານສີຈິ້ນຜິງແມ່ນນັກປະຕິວັດເກົ່າ ແລະສະມາຊິກພັກຜູ້ອາວູໂສ. ປີ 1962 ທ່ານຊີຈຸ້ງຊຸນ ພໍ່ຂອງທ່ານສີຈິ້ນຜິງຖືກໃສ່ຮ້າຍທາງດ້ານວຽກງານ, ແມ່ຈິ່ງພາສີຢວນຜິງທີ່ເປັນລູກຫຼ້າໄປເຮັດວຽກ ຢູ່ນິຄົມກະເສດແຫ່ງໜຶ່ງທີ່ແຂວງເຫີໜານ, ເອື້ອຍຂອງທ່ານສີຈິ້ນຜິງສອງຄົນຖືກສົ່ງໄປອອກແຮງງານຢູ່ຄ້າຍທະ ຫານທີ່ຫ່າງໄກສອກຫຼີກ, ທ່ານສີຈິ້ນຜິງເອງກໍ່ໄດ້ເດີນທາງໄປອອກແຮງງານຢູ່ຊົນນະບົດທີ່ພາກເໜືອແຂວງສ້ານ ຊີ. ສະມາຊິກໃນຄອບຄົວດຽວກັນຈຳເປັນຕ້ອງແຕກແຍກກັນຢູ່ຄົນລະບ່ອນ, ຜູ້ເປັນແມ່ແນ່ນອນແມ່ນເປັນ ຫ່ວງນຳລູກທຸກຄົນຫຼາຍ, ແມ່ໄດ້ຫຍິບຖົງໃສ່ເຂັມຖົງໜຶ່ງຢູ່ເທິງຖົງແມ່ໄດ້ແສ່ວໂຕໜັງສືສີແດງ 3 ໂຕໄວ້ຄື: ດວງໃຈຂອງແມ່.
ຖົມໃສ່ເຂັມທີ່ແມ່ຂອງທ່ານສີຈິ້ນຜິງໄດ້ຫຍິບໃຫ້
ໃນງານສະເຫຼີມສະຫຼອງບຸນກຸດຈີນປີ 2015 ທ່ານສີຈິ້ນຜິງໄດ້ອ່ານກະວີເລື່ອງ ລູກຜູ້ອອກເດີນ ທາງໄກ ທີ່ແຕ່ງດ້ວຍເມິ້ງຈ່ຽວ ນັກກະວີລາດຊະວົງຖາງຂອງຈີນຄື: ແມ່ຈັບເອົາເຂັມແລະເສັ້ນດ້າຍ ເພື່ອຫຍິບເຄື່ອງ ນຸ່ງໃຫ້ລູກຜູ້ທີ່ຈະເດີນທາງໄປໄກ, ແມ່ຫຍິບຢ່າງລະອຽດປານີດ ຂໍແຕ່ວ່າລູກຈົ່ງກັບມາໂດຍໄວ. ທ່ານກ່າວວ່າ, ບົດກະວີບົດນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຮັກ ແພງໃນຄອບຄົວຂອງປະຊາຊົນຈີນຢ່າງເລິກເຊິ່ງ.ໃນວັນເວລາທີ່ອອກແຮງງານແລະດຳລົງຊີວິດຢູ່ບ້ານຫຼຽງເຈ່ຍເຫີ ພາກເໜືອແຂວງສ້ານຊີ, ທ່ານສີຈິ້ນຜິງບໍ່ໄດ້ເຮັດໃຫ້ແມ່ຜິດ ຫວັງ, ທ່ານໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງເຊັ່ນ ການປູກຝັງ, ການຂົນສົ່ງຖ່ານຫິນ, ການສ້າງຄັນຄູ ແລະຫາບຝຸ່ນຄອກ, ທ່ານໄດ້ທົນຕໍ່ຄວາມທຸກຍາກທຸກຢ່າງ.7 ປີທີ່ດຳລົງຊີວິດຢູ່ຊົນນະບົດ, ເຮັດໃຫ້ທ່ານໄດ້ຜູກພັນມິດຕະ ພາບ ແລະຄວາມຮັກແພງກັບພີ່ນ້ອງຊາວບ້ານຢູ່ຊົນນະບົດແຂວງສ້ານຊີ. ປີ 1975 ທ່ານສີຈິ້ນຜິງໄດ້ຮັບການ ສະເໜີໄປຮຽນຢູ່ມະຫາວິທະຍາໄລຊິງຫວາ, ໃນມື້ທີ່ຈາກໄປ, ປະຊາຊົນຢູ່ບ້ານຊົນນະບົດແຫ່ງນັ້ນພາກັນມາ ສົ່ງທ່ານ. ເມື່ອລາຈາກບ້ານຫຼຽງເຈ່ຍເຫີໄປ, ທ່ານສີຈິ້ນຜິງໄດ້ເອົາຖົງໃສ່ເຂັມທີ່ແມ່ຫຍິບນັ້ນມອບໃຫ້ເພື່ອນບ້ານ ຈ່າງເວີ້ຍຜາງ ເພື່ອໄວ້ເປັນທີ່ລະນຶກ, ດັ່ງທີ່ທ່ານໄດ້ເວົ້າວ່າ: ເຖິງວ່າ ຂ້າພະເຈົ້າໄດ້ລາຈາກໄປ, ແຕ່ຈິດໃຈຂອງຂ້າພະເຈົ້າຍັງຢູ່ແຫ່ງນີ້ຄືເກົ່າ.
“ຄອບຄົບທັງໝົດຄວນຖືສຳຄັນນຳການສິດ ສອນແລະການປະພຶດ, ສອນຄວາມຮູ້, ສ້າງຄຸນສົມບັດ, ຊ່ວຍພວກ ເດັກໆຢ່ວງບາດກ້າວທຳອິດແຫ່ງຊີວິດອອກໄປເປັນຢ່າງດີ.ທ່ານສີຈິ້ນຜິງມີຄວາມຮູ້ສຶກ ຢ່າງເລິກເຊິ່ງຕໍ່ຄວາມສຳ ຄັນຂອງການສິດສອນທາງຄອບຄົວ, ເຊິ່ງຄວາມຮັບຜິດຊອບຕໍ່ປະເທດຊາດຂອງທ່ານກໍ່ແມ່ນຄ່ອຍໆ ຈໍ່ຕົວຂຶ້ນ ຈາກການສິດສອນທາງຄອບຄົວມາແຕ່ນ້ອຍ.
ຄຳເຫັນ
0