ນັບແຕ່ຈີນດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກເປັນຕົ້ນມາ, ເສດຖະກິດສັງຄົມຂອງຈີນໄດ້ມີການພັດທະນາຢ່າງວ່ອງໄວ, ແຕ່ໃນຂະນະດຽວກັນກໍໄດ້ເກີດບັນຫາຕ່າງໆເຊັ່ນ ທຳມະຊາດແລະສິ່ງແວດລ້ອມຖືກທຳລາຍ, ການສິ້ນເປືອງຊັບພະຍາກອນແລະອື່ນໆ. ເມື່ອຜະເຊີນກັບບັນຫາທີ່ວ່າຈະເຮັດແນວໃດເພື່ອພັດທະນາເສດຖະກິດທັງສາມາດອະນຸລັກສິ່ງແວດລ້ອມໄປພ້ອມໆກັນ, ໃນປີ 2005, ທ່ານສີຈິ້ນຜິງທີ່ດຳລົງຕຳແໜ່ງເປັນເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນກໍໄດ້ສະເໜີແນວຄວາມຄິດຕາມຫຼັກວິທະຍາສາດຄື: “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”ໃນເວລາທີ່ທ່ານໄປສຳຫຼວດກວດເບິ່ງບ້ານຢວີຊຸນ ແຂວງເຈີ້ຈ່ຽງ.
ຊຸມປີ 1980- ປີ 1990, ຊາວບ້ານຢວີຊຸນໄດ້ອາໄສການຂຸດບໍ່ແຮ່ ແລະສ້າງໂຮງງານຊີມັງ ເຊິ່ງເຮັດໃຫ້ຊີວິດການເປັນຢູ່ຮັ່ງມີຂຶ້ນ. ແຕ່ວ່າພັດໄດ້ເຮັດໃຫ້ໜ່ວຍພູຖືກທຳລາຍໃນເນື້ອທີ່ກວ້າງຂວາງ, ສິ່ງແວດລ້ອມມີມົນລະພິດຢ່າງໜັກໜ່ວງ. ລະຫວ່າງປີ 2003ຫາປີ 2005, ບ້ານຢວີຊຸນໄດ້ປິດບໍ່ແຮ່ແລະໂຮງງານຊີມັງ, ແລ້ວເລີ່ມປິດປ່າເພື່ອປູກປ່າຄືນໃໝ່ ແລະອະນຸລັກສິ່ງແວດລ້ອມ.
ວັນທີ 15 ສິງຫາປີ 2005, ທ່ານສີຈິ້ນຜິງ ທີ່ເປັນເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນ ໄດ້ເດີນທາງໄປສຳຫຼວດກວດເບິ່ງບ້ານຢວີຊຸນ ໂດຍໄດ້ກ່າວຊົມເຊີຍຢ່າງສຸດໃຈຕໍ່ມາດຕະການຂອງທາງບ້ານດັ່ງກ່າວທີ່ໄດ້ປິດບໍ່ແຮ່ແລະປິດໂຮງງານຊີມັງ, ທ່ານຍັງໄດ້ສະເໜີແນວຄວາມຄິດການພັດທະນາຄື “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”ເປັນຄັ້ງທຳອິດ.
ວັນທີ 15 ສິງຫາປີ 2005, ທ່ານສີຈິ້ນຜິງ ທີ່ເປັນເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນ ໄດ້ເດີນທາງໄປສຳຫຼວດກວດເບິ່ງບ້ານຢວີຊຸນ
ຫຼັງຈາກສຳຫຼວດກວດເບິ່ງບ້ານຢວີຊຸນໄດ້ 9 ວັນແລ້ວ, ທ່ານສີຈິ້ນຜິງໄດ້ຂຽນບົດຄວາມທີ່ພາດຫົວຂໍ້ວ່າ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”ທີ່ລົງພິມໃນໜ້າທຳອິດຂອງໜັງສືພິມເຈີ້ຈ່ຽງລາຍວັນໂດຍໃຊ້ນາມປາກກາວ່າ “ເຈີຊິ່ນ”, ບົດຄວາມໄດ້ລະບຸວ່າ: ພວກເຮົາໄດ້ສະແຫວງຫາຄວາມກົມກຽວກັນລະຫວ່າງຄົນກັບທຳມະຊາດ ແລະຄວາມກົມກຽວກັນລະຫວ່າງເສດຖະກິດກັບສັງຄົມ, ເວົ້າງ່າຍໆກໍຄື ຢາກໄດ້ທັງ ພູຂຽວນ້ຳໃສ ທັງ ພູເງິນພູຄຳ. ພູຂຽວນ້ຳໃສ ຈະສາມາດນຳມາເຊິ່ງພູເງິນພູຄຳໄດ້, ແຕ່ພູເງິນພູຄຳ ພັດຊື້ ພູຂຽວນ້ຳໃສບໍ່ໄດ້. ພູຂຽວນ້ຳໃສກັບພູເງິນພູຄຳຈະຂັດແຍ້ງກັນ ແຕ່ກໍສາມາດເປັນເອກະພາບກັນຢ່າງສັດຈະວິພາກໄດ້.
ຕັ້ງແຕ່ນັ້ນມາ, ບ້ານຢວີຊຸນໄດ້ອາໄສທ່າແຮງດ້ານຊັບພະຍາກອນປ່າໄມ້ໄຜ່, ສຸມໃສ່ພັດທະນາການທ່ອງທ່ຽວທຳມະຊາດ, ເປີດບໍລິການທ່ອງທ່ຽວໃນລາຍການໂຮມສະເຕ,ລ່ອງເຮືອ. ຜ່ານຈາກຄວາມພະຍາຍາມຢ່າງບໍ່ລົດລະມາເປັນເວລາ 10 ກວ່າປີ, ບ້ານຢວີຊຸນໄດ້ຫັນຈາກບ້ານມົນລະພິດກາຍມາເປັນແຫຼ່ງທ່ອງທ່ຽວແຫ່ງຊາດລະດັບ 4A ຢ່າງຈົບງາມ.
ປີ 2019, ຍອດລາຍຮັບດ້ານເສດຖະກິດຊົນນະບົດຂອງບ້ານຢວີຊຸນໄດ້ບັນລຸເຖິງ 279,6 ລ້ານຢວນ, ລາຍໄດ້ສະເລ່ຍຕໍ່ຫົວຄົນຂອງຊາວກະສິກອນມີເຖິງ 49.598 ຢວນ, ລາຍໄດ້ຂອງເສດຖະກິດລວມໝູ່ບັນລຸເຖິງ 5,21 ລ້ານຢວນ ຈົນໄດ້ກາຍເປັນບ້ານໂຕແບບໃນການສ້າງສັງຄົມທີ່ອີ່ມໜຳສຳລານຮອບດ້ານ ທີ່ມີຊື່ສຽງໂດ່ງດັງໃນທ້ອງຖິ່ນ.
ຄຳເຫັນ
0