ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ພໍ່ເຖົ້າຊີຈ້ຽນກົວ ເກີດຢູ່ເມືອງຮວງກາງແຂວງຫູເປີຍໃນປີ 1924, ເມື່ອອາຍຸໄດ້ 28 ປີ ກໍໄດ້ເຂົ້າຮ່ວມການສູ້ຮົບຢູ່ເກົາຫຼີ. ໃນໄລຍະຊ່ວຍເຫຼືອສປປເກົາຫລີຕໍ່ຕ້ານການຮຸກຮານຂອງອາເມຣິການັ້ນ, ໄດ້ຜ່ານຜ່າບັ້ນຮົບຫຼາຍຄັ້ງ. ຫຼັງຈາກອາເມຣິກາປະລາໄຊແລ້ວ, ກໍໄດ້ຊ່ວຍສ້າງບ້ານແປງເມືອງຢູ່ສປປເກົາຫລີ.
ປີ 1958, ຕອນທີ່ເພີ່ນຫາກໍ່ກັບຄືນມາປະເທດຊາດໄດ້ 1 ປີ, ເພິ່ນກໍໄດ້ພາເມຍທີ່ຫາກໍ່ແຕ່ງງານໃໝ່ໄປພັດທະນາຢູ່ເຂດຊາຍແດນ ຕາມຄວາມຮຽກຮ້ອງຂອງລັດຖະບານ, ຊ່ວຍບຸກເບີກພັດທະນາເຂດຕາລິມຢູ່ແຄມທະເລຊາຍຕາກລີມາກັນ.
ຕາເວັນຕົກດິນສີ້ນແສງລັບຂອບຟ້າ, ສະຫາຍຍັງຂ້ຽວເຮັດວຽກຢູ່ຕີນພູ. ເປ້ສະບຽງຄົນລະສອງຖົງສົ່ງໄປແນວໜ້າເພື່ອສູ້ຮົບ. ພູສູງຊັນເສັ້ນທາງກໍມືນ, ຫິມະປິວພັດໄປຕາມສາຍລົມ, ແຕ່ເຖິງຈະແມ່ນພູສູງສຽດຟ້າ ແລະ ຂໍ້ຈຳກັດທາງທຳມະຊາດ, ກໍບໍ່ສາມາດສະກັດກັ້ນຜູ້ອົງອາດກ້າຫານໄດ້….
ເດືອນພະຈິກປີ 1952, ທ້າວຊີຈ້ຽນກົວ ຫາກໍ່ເກັບກ່ຽວເຂົ້ານານ້ຳເໝືອງຢູ່ບ້ານເກີດທີ່ຮວງກາງແຂວງຫູເປີຍສຳເລັດ, ຈາກນັ້ນກໍໄດ້ສະໝັກເປັນທະຫານ, ເພີ່ນມີນິດໄສໃຈຄໍກວ້າງຂວາງ ມັກສິລະປະວັນນະຄະດີ, ໃນປີນັ້ນ ອາຍຸຫາກໍໄດ້ 28 ປີ ກໍໄດ້ຮ້ອງເພງເດີນທາງໄປສູ່ສະໜາມຮົບເກົາຫຼີ, ແລະ ໄດ້ຖືກຈັດເຂົ້າໃນກອງພັນທະຫານເສືອທີ່ມີຊື່ສຽງໂດ່ງດັງ ທັງມີມູນເຊື້ອທີ່ດີເດັ່ນໃນກອງທັບແດງຈີນ.
ພໍ່ເຖົ້າຊີຈ້ຽນກົວຫວນຄືນວ່າ: ໃນເວລາເຄື່ອນທັບໄປສູ່ສະໜາມຮົບເກົາຫຼີ, ພວກທະຫານນັ່ງແຫຍ້ກັນຢູ່ໃນຕູ້ລົດໄຟປານປາກະປ໋ອງ, ທາງໃນຕູ້ລົດໄຟປູດ້ວຍ ເຟືອງແລະຫຍ້າ, ເບິ່ງຄືວ່າແມ່ນລົດໄຟບັນທຸກສັດ, ແຕ່ທີ່ຈິງແລ້ວຢູ່ທາງໃນແມ່ນຄົນທັງໝົດ. ການປູຫຍ້າແລະເຟືອງແມ່ນເພື່ອອຳພາງຕົວ.
ລົດໄຟແລ່ນໄປສູ່ທິດເໜືອຕະຫຼອດ, ທັງເວັນທັງຄືນ. ພໍ່ເຖົ້າຊີຈ້ຽນກົວຍັງຈື່ໄດ້ວ່າ, ການກິນດື່ມຫລັບນອນ ແມ່ນແຕ່ປັດສະວະ ອຸຈະລະຂອງໝົດທຸກຄົນລ້ວນແຕ່ຢູ່ໃນຕູ້ລົດໄຟດັ່ງກ່າວ. ແຕ່ວ່າ, ເຖິງຈະມີແຜນການເດີນທາງທີ່ປິດລັບທີ່ສຸດແລ້ວກໍຕາມ, ພໍແຕ່ເຂົ້າສູ່ແດນເກົາຫຼີ, ພວກເຂົາເຈົ້າກໍຖືກຫຼອນໂຈມຕີ.
ພໍ່ເຖົ້າຊີຈ້ຽນກົວຫວນຄືນວ່າ: ສອງເປື້ອງຂອງລົດໄຟລ້ວນແຕ່ຖືກສັດຕູຍິງປືນໃສ່, ຕຸ່ມໆປັ່ງປັ່ງ, ຜູ້ຂັບລົດໄຟໄດ້ຍິນສຽງປືນ ກໍມອດໄຟຕາລົດ, ແລະຂັບລົດກັບຄືນປະເທດ. ພວກເຮົາມີແຕ່ພາກັນໂດດລົງສູ່ຮ່ອມພູນ້ອຍແຫ່ງໜຶ່ງ, ໃນເວລາອັດຕະຄັດບໍ່ມີໃຜເຫັນໃຜ,ຈົນເຖິງຂັ້ນທີ່ວ່າ ຫົວໜ້າໝວດຊອກບໍ່ເຫັນຫົວໜ້າໝູ່, ຫົວໜ້າໝູ່ກໍຊອກບໍ່ເຫັນຜູ້ຊ່ວຍວຽກ. ໃຊ້ເວລາດົນເຕີບ ຈຶ່ງສາມາດເຕົ້າໂຮມກຳລັງໄດ້.
ແຫຼມເກົາຫຼີໃນເດືອນພະຈິກ, ອຸນຫະພຸມລົບ 20 ກວ່າອົງສາ, ພາຍຫຼັງເຕົ້າໂຮມກຳລັງໄດ້ແລ້ວ, ກໍເລີ່ມຂ້ຽວຍ່າງໄປຕາມຫິມະທີ່ສູງເຖິງຫົວເຄົ່າ. ຊີຈ້ຽນກົວແລະນັກຮົບທັງຫຼາຍ ແຕ່ລະຄົນກໍໄດ້ເປ້ອາວຸດຍຸດໂທປະກອນ 20 ກວ່າກິໂລ, ຂ້າມພູໜ່ວຍນີ້ໜ່ວຍໜ້າເພື່ອໄປໃຫ້ເຖິງແນວໜ້າທີ່ຢູ່ຫ່າງໄກກັນພັນລີ້. ເພື່ອປ້ອງກັນບໍ່ໃຫ້ເສຍລັບ ແລະ ບໍ່ໃຫ້ເຮືອບິນສັດຕູຖີ້ມລະເບີດໃສ່, ພວກເຂົາເຈົ້າໄດ້ເຄື່ອນທັບໃນຕອນກາງຄືນ, ສ່ວນຫຼາຍແມ່ນອອກເດີນທາງປະມານ 5-6 ໂມງແລງ, ຕອນເດິກດື່ນປະມານ 1-2 ໂມງຈຶ່ງໄດ້ພັກຜ່ອນ.
ພໍ່ເຖົ້າຊີຈ້ຽນກົວຫວນຄືນວ່າ: ທະຫານອາເມຣິກາບ້າເລືອດຫຼາຍ. ຝູງເຮືອບິນຂອງເຂົາບິນມາຍາມໃດກໍມີຫຼາຍສິບລຳ, ແລະຖີ້ມລະເບີດຢ່າງປ່ວງບ້າ. ຫົວໜ້າໝູ່ແລະຫົວໜ້າໝວດເວົ້າກັບພວກເຮົາວ່າ: ເຫັນເຂົາຖີ້ມລະເບີດ, ຖ້າມີສຽງດັງອູ່ອູ່ອູ່ກໍບໍ່ເປັນຫຍັງ; ແຕ່ວ່າຖ້າເປັນສຽງອູ່ຊື່ອູຊື່, ກໍຕ້ອງຂ້ຽວໝູບລົງ.
ເມື່ອເດີນທາງໄດ້ປະມານເຄິ່ງເດືອນແລ້ວ, ສຽງປືນກໍນັບມື້ນັບດັງສະໜັ່ນ, ແລະນັບມື້ກໍນັບທີ່ໆເຂົ້າ. ພວກທະຫານທີ່ມານຳກັນເວົ້າວ່າ, ໃກ້ຊິຮອດແນວໜ້າແລ້ວ. ຫຼັງຈາກນັ້ນ, ຊີຈ້ຽນກົວກໍໄປຕາມການຊັບຊ້ອນຂອງກອງທັບຂຶ້ນສູ່ໂນນ395,8 ທີ່ຢູ່ຟາກຕາເວັນຕົກຂອງໂນນຊ້າງກ່ານຫຼິງ, ຫ່າງຈາກໂນນ 394,8 ຂອງສັດຕູພຽງແຕ່ 1 ພັນກວ່າແມັດເທົ່ານັ້ນ.
ພໍ່ເຖົ້າຊີ່ຈ້ຽນກົວເວົ້າວ່າ: ຢູ່ທາງກາງຂອງສະໜາມຮົບກໍມີເດີ່ນແປນ ປະມານ 1000 ກວ່າແມັດ, ພວກເຮົາກໍ່ສູ້ຮົບເພື່ອປ້ອງກັນໂນນຍຸດທະສາດ. ແຕ່ລະມື້ຂຸດຂຸມຄອງ, ຕອນຄ່ຳກໍສ້ອມແປງບ່ອນກຳບັງ, ຂຸດຈົນຊວ້ານອອກໄຟມາບໆ.
ໃນລະດູຮ້ອນປີ 1953, ບັ້ນຮົບຕໍ່ຕ້ານຄືນໄດ້ເລີ່ມຕົ້ນຂື້ນແລ້ວ. ພໍ່ເຖົ້າຊີຈ້ຽນກົວຍັງຈື່ໄດ້ວ່າ, ໃນມື້ນັ້ນ, ພາຍໃຕ້ການສະໜັບສະໜູນຂອງເຮືອບິນແລະປືນໃຫຍ່, ກອງພັນນ້ອຍກອງໜຶ່ງຂອງກອງພົນໃຫຍ່ທີ່ 5 ຂອງທະຫານອາເມຣິກາໄດ້ບຸກໂຈມຕີຢ່າງດຸເດືອດ.
ພໍ່ເຖົ້າຊີຈ້ຽນກົວເວົ້າວ່າ: ໄດ້ສູ້ຮົບ 5 ຄັ້ງລຽນຕິດ ຈຶ່ງສາມາດຕີໃຫ້ພວກເຂົາຖອຍກັບໄປໄດ້. ກອງຮ້ອຍຂອງພວກເຮົາ ໃນສຸດທ້າຍເຫຼືອແຕ່ຈຳນວນພົນບໍ່ຮອດໝວດໜຶ່ງ. ໃນການຕີສັດຕູ 5 ຄັ້ງຫັ້ນນ໋າ!
ຕໍ່ໜ້າສະພາບການທີ່ສັດຕູຖີ້ມລະເບີດໃສ່ ແລະ ຍິງປືນໃຫຍ່ຢ່າງດຸເດືອດ, ຊີຈ້ຽນກົວແລະນັກຮົບຄົນອື່ນໆໄດ້ຍຶດໝັ້ນເຝົ້າຮັກສາແນວຮົບຢູ່ຂຸມຄອງທີ່ປຽກຊຸ່ມ, ປ້ອງກັນຢ່າງອົງອາດແລະ ຕ້ານຄືນຢ່າງຄ່ອງແຄ້ວ.
ສັດຕູບຸກຂຶ້ນມາເລື້ອຍໆ, ແຕ່ກໍຖືກຕີໃຫ້ຖອຍກັບທຸກເທື່ອ, ທະຫານທັງຫຼາຍເອົາປືນຕິດໂຕຕະຫຼອດ, ນອນພັກຜ່ອນຢ່າງບໍ່ແກ້ເສື້ອ 100 ກວ່າມື້. ລະດູໜາວຜ່ານໄປ, ລະດູໃບໄມ້ປົ່ງໝູນວຽນມາເຖິງ, ແຕ່ການສົ່ງສະບຽງອາຫານນັບມື້ນັບຍາກຂຶ້ນ, ແມ່ນແຕ່ນ້ຳດື່ມກໍຊອກຫາຍາກ. ຂຸມປືນໃຫຍ່ຢູ່ຕີນພູມີນ້ຳຫິມະແລະນ້ຳຝົນເປື້ອນຄ້າງຢູ່, ເມື່ອເອົາຫີນສົ້ມຖີ້ມໃສ່ແລະ ກັ່ນຕອງແລ້ວ, ກໍເປັນແຫຼ່ງນ້ຳພຽງແຫລ່ງດຽວທີ່ຫາໄດ້ໃນເວລານັ້ນ.
ພໍ່ເຖົ້າຊີຈ້ຽນກົວກ່າວວ່າ: ການຕັກນ້ຳກໍຍາກຫຼາຍ, ຕັກໄດ້ແຕ່ຈອກດຽວເທົ່ານັ້ນ, ບໍ່ສາມາດລ້າງໜ້າລ້າງຕາແລະຖູແຂ້ວໄດ້. ນ້ຳແມ່ນຢູ່ໃນຂຸມລະເບີດ, ທັງເປັນສີແດງໆ.
ຄຳເຫັນ
0