WHO ແຈ້ງໃຫ້ຮູ້ວ່າ: ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກມີທັງໝົດເຖິງ 469.212.705 ກໍລະນີ

2022-03-22 16:16:08 cri

ອີງຕາມຕົວເລກຂໍ້ມູນຫຼ້າສຸດທີ່ອົງການອະນາໄມໂລກ ຫຼື WHO ເປີດເຜີຍໃນວັນທີ 21 ມີນານີ້ສະແດງໃຫ້ເຫັນວ່າ: ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກມີທັງໝົດ 469.212.705 ກໍລະນີ.

ຕົວເລກຂໍ້ມູນຫຼ້າສຸດທີ່ເປີດເຜີຍຢູ່ຕາມເວັບໄຊ WHO ສະແດງໃຫ້ເຫັນວ່າ: ມາຮອດເວລາ 23 ໂມງ 18 ນາທີຂອງວັນທີ 21 ມີນານີ້ຕາມເວລາວຽງຈັນ, ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ໃນທົ່ວໂລກມີເຖິງ 1.009.950 ກໍລະນີ, ລວມທັງໝົດແມ່ນ 469.212.705 ກໍລະນີ, ມີຜູ້ເສຍຊີວິດເພີ່ມໃໝ່ຕໍ່ມື້ຍ້ອນຕິດເຊື້ອພະຍາດດັ່ງກ່າວ 3.194 ຄົນ, ລວມທັງໝົດແມ່ນ 6.077.252 ຄົນ.