ກອງປະຊຸມການຄ້າ ແລະການພັດທະນາ ສປຊ ປັບຫຼຸດຕົວເລກຄາດຄະເນການເຕີບໂຕຂອງເສດຖະກິດໂລກໃນປີ 2022 ເປັນ 2,6%

2022-03-25 12:25:10 cri

ວັນທີ 24 ມີນານີ້, ກອງປະຊຸມການຄ້າ ແລະການພັດທະນາ ສຊ ໄດ້ເປີດເຜີຍບົດລາຍງານກ່ຽວກັບການຄ້າ ແລະການພັດທະນາ ໂດຍຄາດຄະເນວ່າ ການເຕີບໂຕຂອງເສດຖະກິດໂລກໃນປີນີ້ຈະຫຼຸດລົງ.

ອີງຕາມບົດລາຍງານສະແດງໃຫ້ເຫັນວ່າ: ຍ້ອນໄດ້ຮັບຜົນກະທົບຈາກການປະທະກັນລະຫວ່າງຣັດເຊຍ-ອູແກຣນ ແລະການປ່ຽນແປງນະໂຍບາຍເສດຖະກິດມະຫາພາກຂອງປະເທດຕ່າງໆໃນຫຼາຍເດືອນມໍ່ມານີ້, ກອງປະຊຸມການຄ້າ ແລະການພັດທະນາ ສຊ ໄດ້ປັບຫຼຸດຕົວເລກຄາດຄະເນດ້ານການເຕີບໂຕຂອງເສດຖະກິດໂລກໃນປິ 2022 ຈາກ 3,6% ລົງເປັນ 2,6%. ການເພີ່ມດອຍເບ້ຍຂອງກຸ່ມເສດຖະກິດທີ່ພັດທະນາແລ້ວ ແລະການປ່ຽນແປງທີ່ບໍ່ເປັນບຽບຂອງຕະຫຼາດການທະນາຄານ ອາດຈະສ້າງຄວາມພິນາດແກ່ກຸ່ມເສດຖະກິດທີ່ກຳລັງພັດທະນາ.

ກອງປະຊຸມການຄ້າ ແລະການພັດທະນາ ສຊ ຄາດຄະເນວ່າ: ໃນປີນີ້, ປະເທດທີ່ກຳລັງພັດທະນາຕ້ອງການເງິນມູນຄ່າ 310 ຕື້ໂດລາສະຫະລັດ ເພື່ອຊົດໄຊ້ໜີ້ສິນສາທາລະນະພາຍນອກ. ເສດຖະກິດຣັດເຊຍໃນປີນີ້ຈະປະສົບການເສື່ອມໂຊມລົງຢ່າງຫຼວງຫຼາຍ, ອັດຕາການເຕີບໂຕຂອງເສດຖະກິດເອີຣົບຕາເວັນຕົກ, ອາຊີກາງ, ອາຊີໃຕ້ ແລະເຂດແຄວ້ນຈຳນວນໜຶ່ງຂອງອາຊີຕາເວັນອອກສຽງໃຕ້ ກໍຈະຊ້າລົງຢ່າງຊັເຈນ.