ກະຊວງການຄ້າຈີນກ່າວວ່າ: ການອະນຸມັດສັນຍາການລົງທຶນຈີນ-ອີຣົບໃຫ້ມີສິດບັງຄັບໃຊ້ໂດຍໄວສອດຄ່ອງກັບຜົນປະໂຫຍດຮ່ວມກັນຂອງສອງຝ່າຍ

2022-03-25 16:12:49 cri

    

ໃນກອງປະຊຸມຖະແຫຼງຂ່າວທີ່ກະຊວງການຄ້າຈີນຈັດຂຶ້ນໃນວັນທີ 24 ມີນານີ້, ມີນັກຂ່າວຖາມວ່າ: ອີງຕາມການຖະແຫຼງຂ່າວຂອງສະຫະພາບເອີຣົບ, ຜູ້ນຳຈີນແລະເອີຣົບຈະພົບກັນໃນໄລຍະມໍ່ໆມານີ້, ຂໍຖາມວ່າຂະບວນການອະນຸມັດສັນຍາການລົງທຶນຈີນ-ເອີຣົບຈະໄດ້ຮັບຄວາມຄືບໜ້າບໍ່ໃນການພົບປະກັນ.

    ກ່ຽວກັບເລື່ອງນີ້, ທ່ານນາງຊູ້ຢວີ້ຖິງ ໂຄສົກກະຊວງການຄ້າຈີນກ່າວວ່າ: ສັນຍາການລົງທຶນຈີນ-ເອີຣົບລົງນາມແລະມີຜົນບັງຄັບໃຊ້ໂດຍໄວສອດຄ່ອງກັບຜົນປະໂຫຍດຮ່ວມກັນຂອງສອງຝ່າຍ, ນັບແຕ່ຈີນແລະເອີຣົບສຳເລັດການເຈລະຈາກ່ຽວກັບສັນຍາການລົງທຶນຈີນ-ອີຣົບໃນທ້າຍປີ 2020 ເປັນຕົ້ນມາ, ສອງຝ່າຍໄດ້ດຳເນີນວຽກງານກວດກາກົດໝາຍເພື່ອກະກຽມໃຫ້ແກ່ການລົງນາມແລະອະນຸມັດສັນຍາດັ່ງກ່າວ. ຈີນຍິນດີຮ່ວມກັນກັບເອີຣົບ, ຊຸກຍູ້ຂະບວນການອະນຸມັດ, ເພື່ອເຮັດໃຫ້ສັນຍາການລົງທຶນດັ່ງກ່າວມີສິດບັງຄັບໃຊ້ໂດຍໄວ, ແລະສ້າງຜົນປະໂຫຍດໃຫ້ແກ່ວິສາຫະກິດແລະປະຊາຊົນທັງສອງຝ່າຍ.