ທ່ານສີຈິ້ນຜິງສົນທະນາກັບນາຍົກລັດຖະມົນຕີອັງກິດຜ່ານທາງໂທລະສັບ

2022-03-26 16:49:11 CRI

ຕອນບ່າຍວັນທີ 25 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົນທະນາກັບທ່ານໂບຣິສ ຈອນເຊີນ ນາຍົກລັດຖະມົນຕີອັງກິດຜ່ານທາງໂທລະສັບ.


ທ່ານສີຈິ້ນຜິງກ່າວວ່າ: ປີນີ້ແມ່ນປີທີ່ຈີນແລະອັງກິດສ້າງສາຍພົວພັນທາງການທູດລະດັບເອກອັກຄະລັດຖະທູດຄົບຮອບ 50 ປີ. ໃນເຄິ່ງສະຕະຫວັດມານີ້, ການພົວພັນລະຫວ່າງຈີນ-ອັງກິດ, ເຖິງຈະມີຄວາມຫຍຸ້ງຍາກກໍຕາມ, ແຕ່ກໍໄດ້ພັດທະນາໂດຍລວມຢ່າງບໍ່ຢຸດຢັ້ງ. ຈີນແລະອັງກິດມີສະພາບແຫ່ງຊາດທີ່ຕ່າງກັນ, ເສັ້ນທາງການພັດທະນາກໍບໍ່ຄືກັນ. ສອງຝ່າຍຄວນສຸມໃສ່ຍຸດທະສາດແລະເບິ່ງກວ້າງເຫັນໄກ, ຍຶດໝັ້ນການເຄົາລົບເຊິ່ງກັນແລະກັນ, ເພີ່ມທະວີການສົນທະນາແລະການແລກປ່ຽນກັນ, ເປີດກວ້າງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ດ້ວຍຈິດໃຈທີ່ເປີດກວ້າງ. ຈີນຍິນດີດຳເນີນການສົນທະນາແລະການຮ່ວມມືກັບອັງກິດດ້ວຍທ່າທີທີ່ຈິງໃຈ ແລະເປີດກວ້າງ, ຫວັງວ່າອັງກິດຈະປະຕິບັດຕໍ່ການພັວພັນລະຫວ່າງຈີນແລະອັງກິດດ້ວຍທ່າທີທີ່ພາວະວິໄສແລະຍຸຕິທຳ, ຮ່ວມກັນກັບຈີນ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດຂະຫຍາຍໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.


ທ່ານໂບຣິສ ຈອນເຊີນກ່າວວ່າ: ການພົວພັນລະຫວ່າງອັງກິດກັບຈີນມີຄວາມສຳຄັນຫຼາຍ. ສອງປະເທດລ້ວນແຕ່ແມ່ນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການ ສປຊ, ມີຜົນປະໂຫຍດຮ່ວມໃນຫຼາຍບັນຫາ ແລະມີຫຼາຍສິ່ງຫຼາຍຢ່າງສາມາດຮ່ວມມືກັນໄດ້. ອັງກິດຍິນດີສົນທະນາກັບຈີນຢ່າງຈິງໃຈ, ເພີ່ມທະວີການແລກປ່ຽນແລະການຮ່ວມມື, ເປີດກວ້າງການຄວາມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດ, ລົງເລິກການແລກປ່ຽນຄວາມຄິດຄວາມເຫັນແລະການປະສານງານໃນບັນຫາລັກສະນະທົ່ວໂລກແລະບັນຫາຈຸດສຸມໃນພາກພື້ນຕ່າງໆ ເປັນຕົ້ນ: ການປ່ຽນແປງຂອງດິນຟ້າອາກາດ ແລະຊີວະນານາພັນ.