ຈີນກ່າວວ່າ: ການກະທຳທຸກຢ່າງທີ່ອາດຈະເຮັດໃຫ້ສະຖານະການແຫຼມເກົາຫຼີຮ້າຍແຮງຂຶ້ນຕື່ມນັ້ນລ້ວນແຕ່ຈະໃຊ້ບໍ່ໄດ້

2022-03-26 16:38:50 CRI

ໂດຍແນໃສ່ກໍລະນີທີ່ອາເມຣິກາດຳເນີນການລົງໂທດຮອບໃໝ່ຕໍ່ ສປປ ເກົາຫຼີ ຫຼັງຈາກ ສປປ ເກົາຍິງລູກສອນໄຟນຳວິຖີ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນວັນທີ 25 ມີນານີ້ວ່າ: ຈີນມີຄວາມເປັນຫ່ວງຕໍ່ສະພາບການໃນປັດຈຸບັນນີ້. ໃນສະພາບການປັດຈຸບັນ, ການກະທຳທຸກຢ່າງທີ່ອາດຈະເຮັດໃຫ້ສະຖານະການແຫຼມເກົາຫຼີຮ້າຍແຮງຂຶ້ນຕື່ມນັ້ນລ້ວນແຕ່ຈະໃຊ້ບໍ່ໄດ້.


ທ່ານວ່າງເວີນປິ່ນກ່າວວ່າ: ຈີນມີຈຸດຢືນມາໂດຍຕະຫຼອດວ່າ: ການສົນທະນາແລະປຶກສາຫາລືກັນ ແມ່ນວິທີທາງທີ່ຖືກຕ້ອງພຽງຢ່າງດຽວເພື່ອແກ້ໄຂບັນຫາແຫຼມເກົາຫຼີ. ການຮັກສາການສົນທະນາແລະທ່າອ່ຽງທີ່ຜ່ອນຄາຍລົງ, ຮັກສາສັນຕິພາບແລະສະຖຽນລະພາບຂອງແຫຼມເກົາຫຼີ, ຊຸກຍູ້ຂະບວນການແກ້ໄຂບັນຫາແຫຼມເກົາຫຼີຜ່ານທາງການເມືອງ, ນັ້ນສອດຄ່ອງກັບຜົນປະໂຫຍດຮ່ວມຂອງຝ່າຍຕ່າງໆ.

ທ່ານວ່າງເວີນປິ່ນກ່າວເນັ້ນວ່າ: “ພວກຂ້າພະເຈົ້າຫວັງວ່າ ຝ່າຍຕ່າງໆທີ່ກ່ຽວຂ້ອງຈະຮັກສາຄວາມໃຈເຢັນແລະຄວາມອົດກັ້ນ, ຍຶດໝັ້ນທິດທາງການແກ້ໄຂບັນຫາຜ່ານທາງການເມືອງ, ສະແດງຄວາມຈິງໃຈເຊິ່ງກັນແລະກັນ, ຟື້ນຟູການສົນທະນາໂດຍໄວ ແລະຕັ້ງໜ້າຊອກຫາແຜນການເພື່ອທຳລາຍສະພາບທີ່ແຂງກະດ້າງ. ຈີນຈະສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ ເພື່ອບັນລຸການປອດນິວເຄຼຍຢູ່ແຫຼມເກົາຫຼີ ແລະຊຸກຍູ້ການແກ້ໄຂບັນຫາແຫຼມເກົາຫຼີຜ່ານທາງການເມືອງ.”