ປະທານາທິບໍດີເຊເນການຂອບໃຈນຳປະເທດຈີນທີ່ໄດ້ສະໜັບສະໜູນການກໍ່ສ້າງພື້ນຖານໂຄງລ່າງຂອງເຊເນການ

2022-03-27 15:25:47 cri



   ພິທີເປີດນຳໃຊ້ຂົວຟອນດິວນີເຊເນການທີ່ຮັບເຫມົາກໍ່ສ້າງໂດຍວິສາຫະກິດຈີນ ໄດ້ຈັດຂຶ້ນໃນວັນທີ 26 ມີນານີ້ຢູ່ນະຄອນຟອນດິວນີເຂດເດີຟາຕິກປະເທດເຊເນ ການ. ທ່ານ ແມັກຄີ ຊານ ປະທານາທິບໍດີເຊເນການໄດ້ເຂົ້າຮ່ວມພິທີໂດຍ ທ່ານ ໄດ້ກ່າວສະແດງຄວາມຂອບໃຈນຳປະເທດຈີນທີ່ໄດ້ໃຫ້ການສະໜັບສະໜູນໃນການກໍ່ສ້າງໂຄງການພື້ນຖານໂຄງລ່າງຕ່າງໆເຊັ່ນ ຂົວຟອນດິວນີ ແລະອື່ນໆ.

ທ່ານຊານ ກ່າວວ່າ:  ຂົວຟອນດິວນີໄດ້ຫຼຸດເວລາແລະຕົ້ນທຶນດ້ານຄົມມະນາຄົມ ຈາກເຊເນການໄປປະເທດໃກ້ຄຽງ. ຈີນໄດ້ໃຫ້ການສະໜັບສະໜູນແກ່ ເຊເນການໂດຍຜ່ານຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.



   ຂົວຟອນດິວນີແມ່ນປະເທດຈີນໃຫ້ການສະໜັບສະໜູນດ້ານການລະດົມທຶນກໍ່ສ້າງແລະວິສາຫະກິດຈີນເປັນຜູ້ຮັບເຫມົາກໍ່ສ້າງ, ມີຄວາມຍາວທັງຫມົດ 1600 ແມັດ, ເປັນຂົວທີ່ຍາວທີ່ສຸດຂອງປະເທດເຊເນການ, ປັດຈຸບັນ ຂົວແຫ່ງນີ້ໄດ້ ກາຍເປັນເສັ້ນທາງຫຼັກສາຍໜຶ່ງທີ່ເຊື່ອມຕໍ່ພາກເຫນືອແລະພາກໃຕ້ປະເທດເຊເນການ ທັງເປັນຈຸດສຳຄັນດ້ານຄົມມະນາຄົມໃນການເດີນທາງໄປປະເທດໃກ້ຄຽງ.