ຣັດເຊຍກ່າວວ່າບໍ່ໄດ້ແລະກໍບໍ່ມີແຜນຈະເກນທະຫານກອງໜູນ ທ່ານໂຈ ໄບເດັນ ພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດແລະລັດຖະມົນຕີ ກະຊວງ ປ້ອງກັນປະເທດອູແກຼນຢູ່ໂປໂລຍຕາມຂ່າວ

2022-03-27 13:23:51 CRI



ຕາມຂ່າວCRI: ວັນທີ 26 ມີນານີ້, ທ່ານອີໂກ ໂຄນາເຊນໂຄຟ, ໂຄສົກກະຊວງປ້ອງກັນປະເທດຣັດເຊຍຖະແຫຼງວ່າກະຊວງປ້ອງກັນປະເທດຣັດເຊຍບໍ່ໄດ້ແລະກໍບໍ່ມີແຜນຈະເກນທະຫານກອງໜູນ. ທ່ານໂຈ ໄບເດນ, ປະທານາທິບໍດີອາເມຣິກາໄດ້ພົບປະກັບລັດຖະມົນຕີກະຊວງການ ຕ່າງປະເທດແລະລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງອູແກຼນຢູ່ໂບໂລຍໃນວັນທີ 26 ມີນານີ້, ເພື່ອປຶກສາຫາລືກ່ຽວກັບສະຖານະການຂອງອູແກຼນ.