ກອງທຶນການຮ່ວມມືໃຕ້ໃຕ້ຂອງຈີນໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ອາຟະການິດສະຖານ

2022-03-28 15:56:26 CRI

ວັນທີ 27 ມີນານີ້, ພິທີມອບຮັບວັດຖຸດ້ານມະນຸດສະທຳທີ່ກອງທຶນການຮ່ວມມືໃຕ້ໃຕ້ຂອງຈີນ ແລະ ອົງການຂ້າຫຼວງໃຫຍ່ ສປຊ ເພື່ອຊາວອົບພະຍົບ ຫຼື UNHCR ຮ່ວມມືກັນຊ່ວຍເຫຼືອອາຟະການິດສະຖານ ໄດ້ຈັດຂຶ້ນຢູ່ນະຄອນຫຼວງກາບູນ.


ເທື່ອນີ້ຈີນໄດ້ຊ່ວຍເຫຼືອຜ້າເຕັ້ນເພື່ອຮັບມືສຸກເສີນ 2.400 ກວ່າອັນ, ກະເປົາກູ້ໄພ 7400 ກວ່າໜ່ວຍ ເຊິ່ງລວມມີໝໍ້ແຕ່ງອາຫານ, ຜ້າຮັກສາຄວາມອົບອຸ່ນ ແລະຖັງແກັສ ພ້ອມດ້ວຍກະເປົາໜັງສື 20.000 ໜ່ວຍ ແລະອື່ນໆ, ປັດຈຸບັນກຳລັງແຈກປາຍຢູ່ແຂວງຕ່າງໆຂອງອາຟະການິດສະຖານ. ວັດຖຸດັ່ງກ່າວມີມູນຄ່າປະມານ 2 ລ້ານໂດລາ ໂດຍມີກອງທິນການຮ່ວມມືໃຕ້ໃຕ້ຂອງຈີນເປັນຜູ້ຊ່ວຍເຫຼືອ, ຈະໃຫ້ການຊ່ວຍເຫຼືອທີ່ແທ້ຈິງແກ່ຊາວອົບພະຍົບທີ່ຊັດເຊພະເນຈອນແລະນັກຮຽນ 90.000 ກວ່າຄົນຢູ່ອາຟະການິດສະຖານ.