ທ່ານຫວາງຢີ້ຈະເປັນປະທານກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດໃກ້ຄຽງອັຟການິສະຖານຄັ້ງທີ 3

2022-03-29 17:38:12 CRI


     ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຈະເປັນປະທານກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດໃກ້ຄຽງອັຟການິສະຖານຄັ້ງທີ 3 ທີ່ຈະຈັດຂຶ້ນຢູ່ເມືອງທູນຊີ່ ແຂວງອ່ານຮຸ່ຍ ປະເທດຈີນ ລະຫວ່າງວັນທີ 30 ຫາ 31 ມີນານີ້, ລັດຖະມົນຕີກະຊວງການຕ່າງປະເທດ ຫຼື ຜູ້ຕາງໜ້າຈາກປາກີສະຖານ, ອີຣານ, ຣັດເຊຍ, ຕາຊີກີສະຖານ, ຕວັກເມນິດສະຖານ ແລະອຸດສະເບກິດສະຖານຈະເຂົ້າຮ່ວມກອງປະຊຸມຄັ້ງນີ້. ຫຼັງຈາກນັ້ນ, ທ່ານຫວາງຢີ້ຍັງຈະເປັນປະທານການສົນທະນາລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດໃຫ້ຄຽງອັຟການິສະຖານກັບອັຟການິສະຖານ, ໂດຍຈະເຊີນທ່ານມູຕາກີ ຜູ້ວ່າການແທນລັດຖະມົນຕີກະຊວງການຕ່າງປະເທດຂອງລັດຖະບານຊົ່ວຄາວອັຟການິສະຖານ, ພ້ອມທັງລັດຖະມົນຕີກະຊວງການຕ່າງປະເທດຂອງອິນໂດເນເຊຍແລະກາຕາເຂົ້າຮ່ວມການສົນທະນາຄັ້ງນີ້.